spot_img
Homeຂ່າວຕ່າງປະເທດລາ​ຄາ​ນ້ຳ​ມັນ​ໂລກ ສົ່ງ​ຜົນ​ໃຫ້​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ​ຕໍ່​ເນື່ອງ

ລາ​ຄາ​ນ້ຳ​ມັນ​ໂລກ ສົ່ງ​ຜົນ​ໃຫ້​ເສດ​ຖະ​ກິດ​ຈີນ​ເຕີບ​ໂຕ​ຕໍ່​ເນື່ອງ

Published on

591821-01

 

ຈີນ​ເປີດ​ເຜີຍ​ຕົວ​ເລກ​ເສດ​ຖະ​ກິດ​ໄຕ​ມາດ​ສຸດ​ທ້າຍ ພົບ​ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ ການ​ນຳ​ເຂົ້າ​ຫລຸດ​ລົງ ເນື່ອງ​ຈາກ​ຜົນ​ຂອງ​ລາ​ຄາ​ນ້ຳ​ມັນ​ໃນ​ຕະ​ຫລາດ​ໂລກ ມີ​ການ​ປັບ​ຫລຸດ​ລົງ​ຕໍ່​ເນື່ອງ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 13 ມັງ​ກອນ​ຜ່ານ​ມາ​ວ່າ ຕົວ​ເລກ​ເສດ​ຖະ​ກິດ​ຈີນ​ໃນ​ໄຕ​ມາດ​ສຸດ​ທ້າຍ​ຂອງ​ປີ 2014 ເພີ່ມ​ຂຶ້ນ 6.1% ເມື່ອ​ປຽບ​ທຽບ​ກັບ​ປີ​ກ່ອນ ໃນ​ຂະ​ນະ​ທີ່​ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ພຽງ 0.4% ໂດຍ​ລາຍ​ງານ​ຕົວ​ເລກ​ເມື່ອ​ເດືອນ​ທັນ​ວາ ພົບ​ວ່າ​ຈີນ​ເກີນ​ດຸນ​ການ​ຄ້າ​ເຖິງ 304.5 ລ້ານຢວນ ເຊິ່ງ​ມີ​ການ​ວິ​ເຄາະ​ອີກວ່າ ການ​ນຳ​ເຂົ້າ​ຈະ​ຫລຸດ​ລົງ​ກ່​ວາ 7% ແລະ ສົ່ງ​ອອກ​ຈະ​ເພີ່ມ​ຂຶ້ນ 60.8%.

ທັງ​ນີ້ ລາຍ​ງານ​ຂ່າວ​ຍັງ​ໄດ້​ລະ​ບຸ​ວ່າ ການ​ນຳ​ເຂົ້າ​ທີ່​ຫລຸດ​ລົງ​ຢ່າງ​ຕໍ່​ເນື່ອງ ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ ຜົນ​ກະ​ທົບ​ຂອງ​ການ​ປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງ​ຂອງ​ລາ​ຄາ​ນ້ຳ​ມັນໃນ​ຕະ​ຫລາດ​ໂລກ.

 

ບົດຄວາມຫຼ້າສຸດ

ຫົວພັນແຈ້ງໂຈະການເຮັດວຽກເປັນຊົ່ວຄາວໃນລະຫວ່າງວັນທີ 23-25 ພະຈິກ 2024 ເພື່ອແກ້ໄຂ ໄພພິບັດ

1) ເລີ່ມວັນທີ 23-25/9/2024 ໃຫ້ແຕ່ລະພາກສ່ວນໂຈະການເຮັດວຽກຊົ່ວຄາວເພື່ອຈັດແບ່ງພະນັກງານປະຈໍາການ ແລະ ແບ່ງພະນັກງານລົງຊ່ວຍຄອບຄົວພະນັກງານ ແລະ ບ້ານທີ່ໄດ້ຮັບຜົນກະທົບ 10 ບ້ານຢູ່ຕົວເມືອງຊໍາເຫນືອ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງວັນທີ 22/9/2024. 2) ມອບໃຫ້ພະແນກ ຍທຂ...

ໂດນັລ ທຣັມ ເຜີຍຈະບໍ່ລົງເລືອກຕັ້ງປະທານາທິບໍດີອີກ ຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ 2024 ນີ້.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 23 ກັນຍາ 2024 ນີ້ວ່າ: ໂດນັລ ທຣັມ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ເປີດເຜີຍວ່າ: ຈະບໍ່ລົງສະມັກຊິງຕຳແໜ່ງປະທານາທິບໍດີສະຫະລັດເປັນຄັ້ງທີ 4 ອີກຖ້າຫາກແພ້ການເລືອກຕັ້ງໃນວັນທີ 5 ພະຈິກ...

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...