Homeຄວາມງາມຂີ່ລົດຖີບຖືກ​ວິທີ ຊ່ວຍ​ໃຫ້​ຂາ​ສ້ວຍງາມໄດ້

ຂີ່ລົດຖີບຖືກ​ວິທີ ຊ່ວຍ​ໃຫ້​ຂາ​ສ້ວຍງາມໄດ້

Published on

26_20141105102030.

    ເຈົ້າ​ຮູ້​ຫລື​ບໍ່​ວ່ານັກ​ປັ່ນ​ລົດຖີບມືອາ​ຊີບ​ເຜົາ​ຜານ​ພະລັງ​ງານ​ໄດ້​ຫລາຍ​ເຖິງ 5, 000 ແຄ​ລໍ​ຣີ ຈານ​ຕໍ່​ການ​ແຂ່ງໄ​ລ​ຍະ​ທາງ 200 ກິ​ໂລ​ແມັດ
       ແລ້ວ​ສຳລັບ​ຕອນ​ນີ້​ກະ​ແສ​ລົດຖີບ​ກໍ​ກຳ​ລັງ​ມາ​ແຮງ​ຢູ່ຫາກວ່າ​ສາວໆ ຄົນ​ໃດ​ກຳ​ລັງ​ລັງ​ເລ​ວ່າ​ຈະ​ປັ່ນ​ລົດຖີບດີ​ບໍ ຫລື ​ຈະ​ຖີບ​ແລ້ວ​ສະໂພກຈະໃຫຍ່ຫລື​ບໍ່ ອັນ​ນີ້​ຕ້ອງ​ຢູ່​ທີ່​ການ​ປັບ​ອຸປະກອນ​ຂອງ​ລົດຖີບ​ໃຫ້​ເຂົ້າ​ກັບ​ຕົວ​ເອງ ແລ້ວ​ກໍ​ຖີບໃນ​ໄລ​ຍະ​ທາງ​ທີ່​ໄດ້ ກັບ​ກຳ​ລັງ​ຂາ​ທີ່​ພໍ​ເໝາະ​
ຫລາຍ​ຄຳ​ແນະ​ນຳ​ກັບ​ຫລາຍ​ກູ​ລູ​ເລື່ອງ​ການ​ຖີບ ແຕ່​ສຳລັບ​ນັກ​ຖີບລົດ​ໜ້າ​ໃໝ່ຈະ​ລອງ​ຖີບ​ມື້​ລະ 2 ຊົ່ວ​ໂມງ ກ່ອນ​ກໍ​ໄດ້ຖີບເບົາໆ ບໍ່​ໃຊ້​ແຮງ​ຫລາຍ ເພາະ​ແຮງ​ຂາ​ຍັງ​ບໍ່​ພ້ອມ​ໃນ​ຊ່ວງທຳອິດ ແລະ​ບໍ່​ຕ້ອງ​ສົນ​ໃຈ​ໄລ​ຍະ​ທາງ​ເທົ່າໃດ ໃຫ້​ເຮັດ​ເວລາ​ໄດ້​ກ່ອນ​ພໍ​ເຮັດ​ໄດ້​ແລ້ວ​ກໍ​ຄ່ອຍ​ເພີ່ມ​ແຮງ ເພີ່ມ​ເວລາ ແລະ​ເພີ່ມ​ໄລ​ຍະ​ທາງ
      ແຕ່​ມີ​ເທັກ​ນິກ​ໜ້ອຍໜື່ງ ທຸກ​ເທື່ອ​ໃຫ້​ວອມ​ຮ່າງກາຍ​ດ້ວຍ​ລົດຖິບ​ປະ​ມານ 5-10 ນາ​ທີ ແລ້ວ​ຖີບ​ຊ້າ 10 ວິ​ນາ​ທີ ສະ​ຫລັບ​ກັບ​ຖີບໄວ 20 ວິ​ນາ​ທີ ເຮັດ​ສະ​ຫລັບ​ໄປ​ມາ​ຄົບ 8 ຮອບແລ້ວຜ່ອນ ​ເພື່ອ​ໃຫ້​ຮ່າງກາຍ​ເຂົ້າ​ສູ່​ປົກກະຕິ​ອີກ 5 ນາ​ທີ ເພື່ອ​ຊ່ວຍ​ໃຫ້​ມີ​ແຮງ​ໃນ​ການ​ປັ່ນ​ຕໍ່​ໄດ້ຕາມເວລາ​ທີ່​ຕ້ອງ​ການ ສຸຂະ​ພາບ​ດີ​ແຖມ​ຍັງ​ເຮັດ​ໃຫ້ ​ຂາ​ງາມຂຶ້ນ​ອີກດວ້ຍ

ບົດຄວາມຫຼ້າສຸດ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...