Homeຂ່າວການສຶກສາກ່ອນຈະກາຍມາເປັນ ອິນເຕີເນັດ INTERNET !

ກ່ອນຈະກາຍມາເປັນ ອິນເຕີເນັດ INTERNET !

Published on

ກວ່າຈະເປັນອິນເຕີເນັດ

gg

ກ່ອນທີ່ຈະມີການນໍາໃຊ້ອິນເຕີເນັດຢ່າງແຜ່ຫຼາຍໃນທຸກວັນນີ້, ເຄື່ອຄ່າຍສ່ວນຫຼາຍຍັງຖຶກຈໍາກັດຢູ່ ພຽງແຕ່ໃຊ້ງານພາຍໃນ ໂດຍຜ່ານຄອມພີວເຕີ ສູນກາງທີມີມັນສະໝອງຫຼືລະບົບປະມວນຜົນຂະໜາດໃຫຍ່ ເທົ່ານັ້ນ ເຮັດໃຫ້ເປັນສິ່ງທ່າທາຍ ໃນເວລານັ້ນສໍາລັບ ນັກວິໄຈທັງໃນມະຫາວິທະຍາໄລຊັ້ນນໍາ  ແລະ ໜ່ວຍງານວິໄຈຂອງພາກລັດໃນ ສະຫາລັດອາເມລິກາ ຕ່າງກໍ່ຄິດຄົ້ນວິທີການເຊື່ອມຕໍ່ເຄືອຄ່າຍຕ່າງໆ ທີ່ຢູ່ຫ່າງໄກກັນໃຫ້ເປັນໜຶ່ງດຽວ.

ເຄືອຄ່າຍທີ່ເຊື່ມໂຍງກັນໃນໄລຍະແລກເກີດຂຶ້ນ ພາຍໃນກຸ່ມທີ່ມີຄວາມສົນໃຈ ໃນເລື່ອງດຽວກັນ ຖ້າສັງເກດເບິ່ງແລ້ວຈະຮູ້ວ່າ ບໍລິການໃນໂລກດີຈີຕອລ ຕ່າງກໍ່ນໍາເອົາກົດທໍາມະຊາດຂອງພຶກຕິກໍາມະນຸດນີ້ມາໃຊ້ຈົນປະສົບຄວາມສໍາເລັດກັນທັງນັ້ນ ແຕ່ສໍາລັບຍຸກທໍາອິດ ນັ້ນຍັງມີຈຸທີ່ເຊື່ອມຕໍ່ເຖີງກັນບໍ່ເທົ່າໃດຈຸດ ແລະ ແລ້ວກໍ່ເປັນຈຸດເລີ່ມຕົ້ນຂອງອິນເຕີເນັດໂປຣໂຕຄໍລ ຫຼືໄອຟີ (internet protocol: IP) ເຊິ່ງປຽບເໝືອນກົດກະຕິກາ ຂໍ້ຕົກລົງການຮັບຂໍ້ມູນ ການວາງເຄືອຄ່າຍເພື່ອໃຫ້ງ່າຍຕໍ່ການຂະຫຍາຍ ແລະ ເຊື່ອມຕໍ່ກັນ.

ຖ້າວ່າໄປແລ້ວ (ໂຕ ໄອຟີ) ປຽບໄດ້ໃກ້ຄຽງກັບການພັດທະນາລະບົບຄົມມະນຄົມ ເຮົາເລີ່ມຈາກຖະໜົນຫົນທາງເພື່ອອໍານວຍຄວາມສະດວກໃນການຂັບຂີ່ ສົ່ງສິນຄ່າ ຫຼື ການໄປມາຫາສູ່ກັນ ຖ້າຈະສົນໃຈກັນສະເພາະໃນຕົວເມື່ອງນ້ອຍໆ ເທົ່ນັ້ນກໍ່ອາດຈະບໍ່ຈໍາເປັນຕ້ອງສົນໃຈວ່າພື້ນທີ່ອຶ່ນເຂົາຈະຈັດການສັນຈອນກັນແບບໃດ ແຕ່ໃນເມື່ອຕ້ອງການຕິດຕໍ່ກັບເມືອງອຶ່ນໆກໍ່ຕ້ອງເຄົາລົບກົດກະຕິກາຂອງເມືອງອຶ່ນດ້ວຍ ຍິ່ງໄປກວ່ານັ້ນຖ້າຕ້ອງການຈະເຊື່ອມຕໍ່ໄປຍັງປະເທດອຶ່ນໆ ຜ່ານສາຍການບິນແລ້ວ ກໍ່ຕ້ອງມີຂໍ້ຕົກລົງລະບຽບຂໍ້ປະຕິບັດບໍ່ດັ່ງນັ້ນຄົງຈະສັບສົນວຸ້ນວາຍ, ສຸດທ້າຍການຈັດການຈາລະຈອນຈະກາຍເປັນ ຈາລະຈອນເຊັ່ນດຽວກັບການເຊື່ອມຕໍ່ເຄືອຄ່າຍຄອມພິວເຕີກໍ່ຕ້ອງມີ ໂປຣໂຕຄອລ ເພື່ອຈັດລະບຽບນັ້ນເອງ.

ການເຊື່ມຕໍ່ກັນລະຫວ່າງເຄື່ອຄ່າຍຄອມພີວເຕີ ໄດ້ນໍາໄປສູ່ຄວາມຄິດທີ່ຈະຄວບຄູມເຄືອຄ່າຍໃຫ້ເຖີງກັນທົ່ວໂລກໂດຍເອີ້ນຂານກັນວ່າ “ອິນເຕີເນັດ internet” ຊຶ່ງມີການໃຊ້ງານຢ່າງເປັນທາງການ ນັບຕັ້ງແຕ່ ປີ ຄສ 1982 (ພສ 2525)ເລີ່ມຈາກສີກໂລກຕາເວັນຕົກແລ້ວແຜ່ລາມເຂົ້າມາສູ່ພື້ນທີ່ອຶ່ນໆ ໃນເວລາຕໍ່ມານັ້ນເອງ.

red-internet

>>ຂອບໃຈ http://www.krabork.com

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເລຂາທິການໃຫຍ່ ອົງການຮ່ວມມືຊຽງໄຮ້ ໃນໂອກາດເຂົ້າຮ່ວມກອງປະຊຸມອົງການຮ່ວມມືຊຽງໄຮ້ບວກຄູ່ຮ່ວມເຈລະຈາ

ໃນຕອນບ່າຍວັນທີ 31 ສິງຫາ 2026 ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພະນະທ່ານ ນູຣລານ...

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດວັນໄຂສົກຮຽນໃໝ່

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2026 -2027 - ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ,...

ເຈົ້າໜ້າທີ່ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ ຢູ່ 2 ຈຸດ ກັກຕົວໄດ້ 139 ຄົນ.

ໃນທ້າຍອາທິດຜ່ານມາ ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ເຂົ້າມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ, ເວບພະນັນທາງອອນລາຍ ຢູ່ 2 ຈຸດຄື: ໂຮງແຮມ ແມັງ ໂກຣຟ ແລະ ອາພາດເມັ້ນ ກໍລໍລີ່ ຕັ້ງຢູ່ບ້ານຝາຍ...

ເຈົ້າໜ້າທີ່ສະເພາະກິດກະຊວງ ປກສ ມ້າງແກ້ງອາຊະຍາກໍາທາງອິນເຕີເນັດ 2 ຈຸດ ກັກຕົວໄດ້ 68 ຄົນ.

ໃນເວລາ 10:00 ໂມງ ຂອງວັນທີ 27 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍສະເພາະກິດກະຊວງປ້ອງກັນຄວາມສະຫງົບ ໄດ້ສົມທົບກັບກອງບັນຊາການປ້ອງກັນເຄື່ອນທີ່, ກົມໃຫຍ່ສັນຕິບານ ແລະ ກອງບັນຊາການປ້ອງກັນທີຕັ້ງ ໄດ້ເຂົ້າ ມ້າງກຸ່ມແກ້ງອາຊະຍາກໍາທາງອິນເຕີເນັດ,...