spot_img
Homeຂ່າວຕ່າງປະເທດຫົງແດງ ຈະໄດ້ ເອເຊເກລ ລາເວຊຊີ່ ມາເສີມທີມ!

ຫົງແດງ ຈະໄດ້ ເອເຊເກລ ລາເວຊຊີ່ ມາເສີມທີມ!

Published on

เเ

 

(ຮູບພາບຈາກ google)

ສື່ອັງກິດ ຕີຂ່າວ ຫົງແດງ ລີເວີຣ໌ພູລ ຕຽມທີ່ຈະປາດໜ້າ ອິນເຕີຣ໌ມິລານ ຊິງ ໂຕ ເອເຊເກລ ລາເວຊຊີ່ ຈາກ ປາຣິສ ແຊງຕ໌ ແຊຣ໌ກແມງ ມາຮ່ວມທີມ  ເປີດເຜີຍຄ່າໂຕຢູ່ທີ່ 8 ລ້ານປອນ

ເອເຊເກລ ລາເວຊຊີ່ ກອງໜ້າຊາວ ອາເຈນຕີນ່າ ຂອງ ປາຣິສແຊງຕ໌ແຊຣ໌ກແມງ  ສະໂມສອນມະຫາເສດຖີແຫ່ງ ເວທີລີກເອີງ ຝຣັງ ໃກ້ທີ່ຈະເກັບເຄື່ອງຍ້າຍຮ່ວມທີມກັບລີເວີຣ໌ພູລ ສະໂມສອນຍັກໃຫຍ່ຂອງພຣີເມຍລີກອັງກິດ ດ້ວຍຄ່າຕົວ 8 ລ້ານປອນດ໌ (ປະມານ 416 ລ້ານບາດ) ເຕັມທີ່ແລ້ວ ຕາມລາຍງານຂ່າວຈາກ ແດຣ໌ລີເອ໊ກຊເພຣສ ສື່ຊັ້ນນໍາເມືອງຜູ້ດີ ເມື່ອວັນອັງຄານທີ່ 13 ມັງກອນ ທີ່ຜ່ານມາ

ເປັນທີ່ຄາດກັນວ່າລາເວຊຊີ່ ຕຽມທີ່ຈະຍ້າຍທີມໃນເດືອນນີ້ ໂດຍມີທີມຢ່າງລີເວີຣ໌ພູລ ທີ່ຈັບຕາເບິ່ງມາດົນແລ້ວ ຊຶ່ງເມື່ອບໍ່ດົນມານີ້ອິນເຕີມິລານ ສະໂມສອນດັງແຫ່ງເວທີ ກັລໂຊ ເຊເຣຍອາ ອີຕາລີ ມີຂ່າວ ຫວັງທີ່ຈະຢືມຕົວໄປ ໃຊ້ງານ ແຕ່ວ່າຫຼ້າສຸດ ແດຣ໌ລີ ເອ໊ກຊເພຣສ ລະບຸວ່າ ຫົງແດງ ເປັນຕົວເຕງທີ່ຈະໄດ້ໂຕ ດາວເຕະທີມຊາດ ອາເຈນຕີນ່າ ໄວ 29 ປີ ໄປຄອບຄອງ.

ທັ້ງນີ້ ລາເວຊຊີ່ ຄົງຈະຊ່ວຍໃນເກັມບຸກໃຫ້ກັບ ລີເວີຣ໌ພູລ ໄດ້ບໍ່ຫນ້ອຍ ເນື່ອງຈາກວ່າ ມີຄວາມສາມາດຫຼິ້ນໄດ້ຫຼາຍຕໍາແໜ່ງ ທັງກອງໜ້າ, ປີກ ແລະ ກອງກາງ.

>>ຂອບໃຈhttp://www.siamsport.co.th/football/premierleague/view.php?code=150114022645

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...