spot_img
Homeຂ່າວການພັດທະນາສຶກສາຄວາມເປັນໄປໄດ້ ການສ້າງໂຮງງານຜະລິດສາຍໄຟຟ້າ ຢູ່ນະຄອນຫຼວງ

ສຶກສາຄວາມເປັນໄປໄດ້ ການສ້າງໂຮງງານຜະລິດສາຍໄຟຟ້າ ຢູ່ນະຄອນຫຼວງ

Published on

20150112111212

 

ກຸ່ມ​ບໍລິສັດ ​ເຈິງ​ສຽວ ຈຳກັດ ​ສປ ຈີນ ໄດ້​ລົງ​ນາມ​ບົດ​ບັນທຶກຄວາມ​​ເຂົ້າໃຈ​ກັບ​ລັດ​ວິ​ສາ​ຫະກິດ​ກໍ່ສ້າງ ແລະ ຕິດ​ຕັ້ງ​ໄຟຟ້າ (​ກຕຟ) ເພື່ອ​ສຶກ​ສາ​ຄວາມ​ເປັນໄປ​ໄດ້​ ໃນ​ການ​ຮ່ວມ​ທຶນ​ສ້າງຕັ້ງໂຮງງານ​ຜະລິດ​ສາຍ​ໄຟຟ້າ ຮັບໃຊ້​ແຮງ​ດັນ​ສູງ 115 KV-500 KV ແຮງ​ດັນ​ກາງ ແລະ ແຮງ​ດັນຕ່ຳ ຢູ່​ນະຄອນຫຼວງ​ວຽງ​ຈັນ ເພື່ອສະໜອງ​ໃຫ້​ຕະຫຼາດ​ພາຍ​ໃນ ແລະ ຕ່າງປະເທດ.

ພິທີ​ລົງ​ນາມ​ດັ່ງກ່າວ ໄດ້​ຈັດຂຶ້ນ​ວັນ​ທີ 9 ມັງກອນ 2015 ຢູ່ ​ກຕຟ ລະຫວ່າງ​ທ່ານ ບຸນ​ທຳ ແສນ​ພັນ​ສິ​ຣິ ຜູ້ອຳນວຍການ​ໃຫຍ່ ​ກຕຟ ແລະ ທ່ານ ຈຽງ ເຈິ່ງ​ຢຸນ ປະທານ​ກຸ່ມ​ບໍລິສັດ​ ເຈິງສຽວ ຈຳກັດ ໂດຍ​ຊ້ອງ​ໜ້າ​ທ່ານ ທອງ​ພັດ ອິນ​ທະ​ວົງ ຫົວໜ້າ​ກົມຈັດ​ຕັ້ງກະຊວງ​ພະລັງງານ ແລະ ບໍ່​ແຮ່ ທ່ານ ສີ​ແພງ ພົນ​ອາມາດ ປະທານ​ສະພາ​ບໍລິຫານ ​ກຕຟ ແລະ ພາກສ່ວນ​ກ່ຽວຂ້ອງ.

ການ​ລົງ​ນາມ​ຄັ້ງ​ນີ້ ​ແມ່ນ​ປະຕິ​ບັດ​ຕາມ​ກົດໝາຍ​ວ່າ​ດ້ວຍ​ວິ​ສາຫະ​ກິດ ກົດໝາຍ​ວ່າ​ດ້ວຍ​ການສົ່ງເສີມ​ການ​ລົງທຶນ ກົດໝາຍ​ວ່າດ້ວຍ​ຂໍ້​ຜູກ​ພັນ​ໃນ​ສັນຍາ ແລະ ນອກ​ສັນຍາ ກໍ່​ຄື​ໜັງສື​ເຈດ​ຈຳນົງ​ຂອງ​ກຸ່ມ​ບໍລິສັດ ​ເຈິງ​ສຽວ​ ຈຳກັດ ເພື່ອ​ຂໍ​ເຈລະຈາ​ຮ່ວມ​ຮຸ້ນ​ໃນການ​ສ້າງຕັ້ງ​ໂຮງງານ​ຜະລິດສາຍ​ໄຟຟ້າຢູ່ ​ສປປ ລາວ ແລະ ໃບ​ອະນຸມັດ​ຈາກ​ກົມ​ຄຸ້ມ​ຄອງການ​ເງິນ​ລັດ​ວິ​ສາ​ຫະ​ກິດ ທີ່​ມອບໃຫ້ ​ກຕຟ ລົງ​ນາມ​ບົດ​ບັນທຶກຄວາມ​ເຂົ້າໃຈ ວ່າ​ດ້ວຍ​ການຮ່ວມ​ທຸລະ​ກິດ​ກັບ​ກຸ່ມ​ບໍລິສັດ ​ເຈິງສຽວ ເພື່ອ​ຮ່ວມ​ທຶນ​ສ້າງຕັ້ງ​ໂຮງງານ​ຜະລິດ​ສາຍ​ໄຟຟ້າ​ໃນ ​ສປປ ລາວ ໂດຍ​ພາຍຫຼັງ​ການ​ລົງ​ນາມຄັ້ງ​ນີ້​ແລ້ວ ກໍ່​ຈະ​ເລີ່ມ​ສຶກ​ສາຄວາມ​ເປັນ​ໄປ​ໄດ້​ຢ່າງ​ລະອຽດ ເພື່ອ​ກ້າວ​ໄປ​ຫາ​ການ​ສ້າງຕັ້ງໂຮງງານ​ເປັນ​ທາງ​ການ​ໃນ​ຕໍ່ໜ້າ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...