spot_img
Homeຂ່າວການພັດທະນາໂຄງການກໍ່ສ້າງນ້ຳປະປາ ໄດ້ຮັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ

ໂຄງການກໍ່ສ້າງນ້ຳປະປາ ໄດ້ຮັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດ

Published on

20150112132734

 

ອີງ​ຕາມ​ບົດ​ສະຫຼຸບ​ຕີ​ລາຄາ ການຈັດຕັ້ງ​ປະຕິບັດ​ວຽກ​ງານ ສົກ​ປີ 2013-2014 ຂອງ​ຂະແໜງ​ໂຍທາ​ທິ​ການ ແລະ ຂົນສົ່ງ ທີ່ທ່ານ ​ດຣ. ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນຕີ​ວ່າການ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ໄດ້​ຂຶ້ນລາຍ​ງານ​ບົດ​ດັ່ງກ່າວ ​ໃນ​ກອງ​ປະຊຸມ​ໂຍທາ​ທິ​ການ ແລະ ຂົນສົ່ງທົ່ວ​ປະເທດ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ລະຫວ່າງວັນ​ທີ 8-9 ທີ່​ຜ່ານ​ມາ​ວ່າ: ມາ​ເຖິງ​ປັດຈຸບັນ ​ໄດ້​ສຳເລັດ​ການວາງ​ແຜນ​ຜັງເມືອງ​ຈຳນວນ 147 ຕົວ​ເມືອງ ແລະ ໄດ້​ສ້າງ​ແຜນ​ຍຸດທະ​ສາດ​ແຫ່ງ​ຊາດ ວ່າ​ດ້ວຍ​ການພັດທະນາ​ຕົວ​ເມືອງ​ເຖິງ​ປີ 2030 ແລະ ໄດ້​ສຳເລັດ​ການ​ອອກ​ແບບ ພ້ອມ​ບົດ​ແນະນຳ​ການ​ສ້າງ​ເຮືອນຢູ່​ອາໄສ ທີ່​ຕິດ​ພັນ​ກັບ​ການ​ລົບລ້າງ​ຄວາມທຸກ​ຍາກ ສຳເລັດການ​ສ້າງ​ປື້ມ​ຄູ່​ມື​ການ​ວາງ​ແຜນຜັງ​ບ້ານ​ພັດທະນາ ບ້ານ​ໃຫຍ່ ແລະ ຕົວ​ເມືອງ​ນ້ອຍ​ໃນ​ຊົນ​ນະບົດ ສຳເລັດ​ການ​ສ້າງ​ແຜນ​ແມ່ບົດ​ພັດທະນາ​ລະບົບ​ນ້ຳ​ປະປາ ແລະ ຄຸ້ມ​ຄອງ​ນ້ຳ​ເປື້ອນ​ຢູ່ 5 ຕົວເມືອງ.

ພ້ອມ​ທັງໄດ້​ສືບຕໍ່​ຈັດ​ຕັ້ງ​ປະຕິ​ບັດ​ບັນດາ​ໂຄງການ​ຢ່າງ​ມີຄວາມ​ຄືບ​ໜ້າ ເປັນຕົ້ນ​ແມ່ນ​ໂຄງການ​ກໍ່ສ້າງ​ນ້ຳ​ປະປາ ແລະ ສຸຂາພິ​ບານ​ຕົວ​ເມືອງ​ນ້ອຍ ປະຕິບັດ​ໄດ້ 79% ໂຄງການ​ກໍ່ສ້າງ ແລະ ຂະຫຍາຍ​ນ້ຳ​ປະປາ​ດົງ​ໝາກຄາຍ ໄລຍະ 2 ປະຕິບັດ​ໄດ້ 42% ໂຄງການ​ກໍ່ສ້າງ​ນ້ຳ​ປະປາ 5 ຕົວເມືອງຄື: ເມືອງ​ແບງ ເມືອງ​ຄອບ ເມືອງ​ໂຂງ ເມືອງ​ໄຊ​ບູ​ລີ ແລະ ຫ້ວຍ​ຊາຍ ປະຕິບັດ​ໄດ້ 3% ໄດ້ຄົ້ນຄວ້າ​ປະກອບ​ຄຳ​ເຫັນ ແລະ ກວດ​ຜ່ານ​ແບບແຜນ​ຜັງ ແລະ ໃບ​ປະ​ເມີນ​ລາຄາ ໂຄງການ​ກໍ່ສ້າງ​ທີ່​ນຳ​ໃຊ້​ງົບປະມານ​ຂັ້ນ​ສູນກາງ 48 ໂຄງການ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...