Homeຂ່າວຕ່າງປະເທດໂປແລນ ຄວ້າແຊ່ມ ຫຼັງຊະນະ ສະຫະລັດ ໄປຢ່າງພິກຄວາມຄາດໝາຍ!

ໂປແລນ ຄວ້າແຊ່ມ ຫຼັງຊະນະ ສະຫະລັດ ໄປຢ່າງພິກຄວາມຄາດໝາຍ!

Published on

461269936

ໂປແລນ ເອົາຊະນະ ສະຫະລັດອາເມລິກາ ໄປໄດ້ຢ່າງພິກຄວາມຄາດໝາຍ

ສຶກເທນນິສ ທີມປະສົມ ຮອປແມນ ຄັບ 2015 ທີ່ເມືອງ ເພີຣ໌ທ ປະເທດອອສເຕຣເລຍ ໃນຮອບຊີງຊະນະເລີດລະຫວ່າງ ໂປແລນດ໌ ຮອງແຊ່ມເກົ່າ ທີ່ມີ ອັກເນຍຊະກາ  ຣາດວານສະກາ ແລະ ເຈີຣ໌ຊີ ຍາໂນວິຊ ພົບກັບ ສະຫະລັດ ທີມີ ເຊເຣນາ ວິລລຽມສ໌ ກັບ ຈໍຫ໌ນ ອິສເນີຣ໌

ໃນຄູທໍາອິດປະເພດຍິງດຽວ ຣັດວານນສະກາ ພິກລອກ ເອົາຊະນະ ເຊເຣນາ ໄດ້ເປັນຄັ້ງທໍາອິດຕັ້ງແຕ່ຫຼິ້ນເທນນີສອາຊີບ 2-1 ແຊັກ ດ້ວຍຄະແນນ 6-4 , 6-7(3-7),6-1  ແຕ່ຢ່າງໃດກໍ່ຕາມໃນປະເພດຊາຍດຽວ ຂອຫ໌ນ ອິສເນີຣ໌ ກໍ່ມາຕີສະເໝີໃຫ້ອາເມລິກາ ໂດອຍເອົາຊະນະ ໂດຍເອົາຊະນະໄປໄດ້ 2 ແຊັກລວດ 7-6, (12-10) 6-4 ເຮັດໃຫ້ ສະເໝີກັນຢູ່ 1-1 ຕ້ອງຕັດສິນໃນ ຄູ່ປະສົມ

ຜົນປະກົດວ່າ ຄູ່ລະຫວ່າງ ອັກເນຍຊະກາ ຣາດວານສະກາ ກັບ ເຈີຣ໌ຊີ ຢາໂນວິຊ ປະເທດໂປແລນ ພິກລອກຖະຫຼົ່ມ ໄລ່ເອົາຊະນະ ເຊເລນາ ກັບ ຈອຫ໌ນ ໄປໄດ້ 2 ແຊັກລວດ 7-5, 6-3 ຄວ້າແຊ່ມ ຮອປແມນ ຄັພ ສະໄໝທໍາອິດ ໄປໄດ້ໃນທີ່ສຸດ ຫຼັງຈາກປີທີ່ຜ່ານມາ ຕ້ອງອົກຫັກເສຍໃຫ້ກັບ ຝຣັງ ໃນຮອບຊິງຊະນະເລີດໄປ.

>>ຂອບໃຈ http://sport.mthai.com/world-sport/221108.html

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...