… ພະພຸດທະຮູບສຳລິດຂອງລາວ (ລ້ານຊ້າງ) ເຊິ່ງທາງການສະຫຍາມ ອັງເຊີນໄປປະດິດສະຖານ ໄວ້ຕາມວັດຕ່າງໆ ໃນອານາເຂດຂອງສະຫຍາມ ນັບຕັ້ງແຕ່ປະມານປີ ຄສ 1858 (ພສ 2401) ເມື່ອພະເຈົ້າອະນຸວົງ ບໍ່ປະສົບຜົນສຳເລັດໃນການ ກອບກູ້ເອກະລາດ ເຊິ່ງມີຢ່າງຫຼວງຫຼາຍ ແຕ່ທີ່ເປັນອົງພະໃຫຍ່, ສຳຄັນ ແລະເປັນທີ່ຮູ້ຈັກດີ ລາວໂພສຂໍນຳສະເໜີກໍຈະມີດັ່ງນີ້:
1. ພະອະລຸນ (ພະແຈ້ງ): ເປັນພະພຸດທະຮູບປາງມານວິໄຊ ຫຼໍ່ອົງພະກັບຜ້າຄອງ (ຜ້າຈີວອນ) ດ້ວຍໂລຫະຕ່າງກັນ ມີຂະໜາດໜ້າຕັກ ປະມານ 50 ຊມ ສະຫຍາຍມອັງເຊີນໄປຈາກວຽງຈັນ ເມື່ອປີ ຄສ 1858 (ພສ 2401) ແລະອັງເຊີນໄປປະດິດສະຖານໄວ້ທີ່ “ວັດອະລຸນລາຊະວໍລະວິຫານ” ເພາະເຫັນວ່າມີຊື່ຄ້ອງກັນ.
2. ພະອິນແປງ: ເປັນພະພຸດທະຮູບສຳລິດ ໜ້າຕັກກວ້າງປະມານ 2 ສອກປາຍ ສະຫຍາມອັງເຊີນຈາກວຽງຈັນ ເມື່ອປີ ຄສ 1858 (ພສ 2401) ແລ້ວອັງເຊີນໄປເປັນ “ພະປະທານ” ໃນສິມວັດມະຫາພຣິດທາລາມ ຕໍ່ມາໄດ້ອັງເຊີນໄປປະດິດສະຖານ ໄວ້ທີ່ວັດເສນາສະໜາລາມ ອະຍຸດທະຍາ.
3. ພະແສນ ເມືອງມະຫາໄຊ: ເປັນພະພຸດທະຮູບສຳລິດ ປາງມານວິໄຊ ສະຫຍາມອັງເຊີນຈາກຖ້ຳ ເມືອງມະຫາໄຊ ແລ້ວອັງເຊີນໄປປະດິດສະຖານໄວ້ ທີ່ວັດປະທຸມວະນາລາມ.
4. ພະແສນ ເມືອງຊຽງແຕງ: ເປັນພະພຸດທະຮູບປາງ ມານວິໄຊ ຫຼໍ່ດ້ວຍໂລຫະສີຕ່າງໆ ສະຫຍາມອັງເຊີນໄປຈາກ ເມືອງຊຽງແຕງເມື່ອປີ ຄສ 1858 (ພສ 2401) ອັງເຊີນໄປປະດິດສະຖານໄວ້ ທີ່ວັດຫົງລັດຕະນາລາມ ທົນບຸລີ.
5. ພະໃສ: ເປັນພະພຸດທະຮູບສຳລິດ ປາງມານວິໄຊ ປະດິດສະຖານໄວ້ທີ່ວັດໂພໄຊ ຈັງຫວັດໜອງຄາຍ.
6. ພະເສີມ: ເປັນພະພຸດທະຮູບສຳລິດ ທີ່ສຳຄັນອົງໜຶ່ງຂອງວຽງຈັນ ເມື່ອສະຫຍາມອັງເຊີນໄປແລ້ວ ກໍໃຫ້ປະດິດສະຖານໄວ້ທີ່ວັດໂພໄຊ ຈັງຫວັດໜອງຄາຍ ປັດຈຸບັນນີ້ປະດິດສະຖານ ໄວ້ທີ່ວັດປະທຸມວະນາລາມ.
7. ພະປະທານໃນອຸໂບສົດ ວັດຂະເໝົາພິລະຕາລາມ (ບໍ່ຮູ້ຊື່ອົງພະ): ເປັນພະພຸດທະຮູບສຳລິດລາວ ຂະໜາດໃຫຍ່ ປະທັບນັ່ງສະມາທິເພັດ ທີ່ຖານມີຮູບສັດຕ່າງໆ ປັດຈຸບັນປະດິດສະຖານໄວ້ທີ່ວັດ ຂະເໝົາພິລະຕາລາມ ນົນທະບຸລີ. (ໃນຮູບອາດຈະແມ່ນອົງທີ່ອອກສີທອງດຳ)
8. ພະແຊກຄຳ: ເປັນພະພຸດທະຮູບສຳລິດ ບາງທ່ານບອກວ່າຫຼໍ່ດ້ວຍຄຳທັງອົງ ໜ້າຕັກກວ້າງ 46 ຊມ ສະຫຍາມອັງເຊີນໄປຈາກວຽງຈັນ ແລ້ວອັງເຊີນໄປປະດິດສະຖານ ໄວ້ເປັນພະປະທານໃນສິມ ວັດຄະລືຫະບໍດີ ທົນບຸລີ.
9. ພະສັນສົ້ມມໍ: ເປັນພະພຸດທະຮູບສຳລິດ ປະທັບນັ່ງສະມາທິ ພະຫັດຊ້າຍຖືໝາກສົ້ມມໍ ຢູ່ເທິງຂາ ໜ້າຕັກກວ້າງປະມານ 38 ຊມ ປະດິດສະຖານໄວ້ທີ່ມົນທົນ ວັດອັບສອນສະຫວັນ ທົນບຸລີ.
10. ພະປະທານໃນອາຮາມຫຼວງ ວັດພະພຸດທະບາດສະລະບຸລີ: ເປັນພະພຸດທະຮູບສຳລິດ ປະດິດສະຖານເປັນພະປະທານ ໃນອາຮາມຫຼວງ ວັດພະພຸດທະບາດ ສະລະບຸລີ.
11. ພະວິມົນນາຄະໂສມສະເຫຼົາ: ເປັນພະພຸດທະຮູບສຳລິດ ທີ່ກົມມະຫຼວງປະຈັກ ສິລະປາຄົມ ອັງເຊີນໄປຍັງບາງກອກ ແຕ່ປັດຈຸບັນບໍ່ຮູ້ວ່າ ປະດິດສະຖານຢູ່ໃສກັນແທ້?
12. ພະສຸກ: ບໍ່ມີໃຜຄອບຄອງ ແຕ່ຖືກສະຫຍາມອັງເຊີນ ຈາກພູເຂົາຄວາຍຂຶ້ນແພ ລ່ອງລົງຕາມແມ່ນ້ຳງື່ມ ພ້ອມກັບພະເສີມແລະພະໃສ ຈົນຮອດ ເວີນນ້ຳແຫ່ງໜຶ່ງແທ່ນຂອງພະສຸກ ໄດ້ແຕກອອກແລ້ວຈົມລົງນ້ຳ ຈຶ່ງໄດ້ເອີ້ນເວີນນັ້ນເປັນເວີນແທ່ນ ມາຮອດບັດຈຸບັນ, ການລ່ອງແພສືບຕໍ່ຈົນມາຮອດ ປາກນ້ຳງື່ມບໍລິຂຶ້ນມາທາງໜອງຄາຍ ໄດ້ເກີດຟ້າຮ້ອງຝົນລົມ ເຮັດໃຫ້ພະສຸກແຫກແພຈົມລົງພື້ນນ້ຳ ຜູ້ຄົນແຖວນັ້ນຈຶ່ງເອີ້ນ ເວີນນີ້ວ່າ ເວີນພະສຸກ ນັບແຕ່ຕອນນັ້ນເປັນຕົ້ນມາ.
ທ່ານຜູ້ອ່ານທີ່ເຄົາລົບນີ້ຄືສ່ວນໜ້ອຍໆ ທີ່ເຮົາສາມາດນຳມາສະເໜີໃຫ້ທ່ານໄດ້ອ່ານ (ທີ່ປາກົດທາງອິນເຕີເນັດເທົ່ານັ້ນ) ຄວາມຈິງແລ້ວຫາກຍັງມີຢ່າງຫຼວງຫຼາຍ. ຄຳວ່າ ອັງເຊີນໃນບົດນີ້ແມ່ນໝາຍເຖິງ ການຍຶດ ຫຼືປຸ້ນເອົາ (ເພາະເປັນສະໄໝສົງຄາມ). ແລະການນຳສະເໜີເລື່ອງລາວນີ້ ແມ່ນພຽງແຕ່ ຢາກໃຫ້ຜູ້ອ່ານໄດ້ຮັບຮູ້ວ່າ ໃນອະດີດນັ້ນປະເທດຊາດຂອງເຮົາ ໄດ້ສູນເສຍມໍລະດົກອັນລ້ຳຄ່າ ຢ່າງຫຼວງຫຼາຍ ເວົ້າສະເພາະແຕ່ພະພຸດທະຮູບ ກໍມີຢ່າງຫຼວງຫຼາຍ ທີ່ນີ້ຍັງບໍ່ໄດ້ເວົ້າເຖິງວັດຖຸບູຮານ ບູຊະນິຍະວັດຖຸອື່ນໆ ທີ່ບໍ່ປາກົດຫຼັກຖານຊັດເຈນ. ອັນນັ້ນ ມັນເປັນເລື່ອງຂອງປະຫວັດສາດ ທີ່ຄົນລຸ້ນຫຼັງຄວນຮຽນຮູ້ເອົາໄວ້ ແລະໃຫ້ຮູ້ຈັກຮັກຫອມ ມູນມໍລະດົກຂອງຊາດ ທີ່ຍັງຫຼົງເຫຼືອຢູ່ ບໍ່ວ່າຈະເປັນພະພຸດທະຮູບ, ວັດວາອາຮາມ, ສິລະປະ ສີໄມ້ລາຍມື, ລີງລາຍຜ້າໄໝ, ເຄື່ອງດົນຕີລາວບູຮານ ແລະອື່ນໆ ເຊິ່ງຖ້າເຮົາບໍ່ຮູ້ຈັກຮັກ ບໍ່ຮູ້ຈັກຫວງແຫນແລ້ວ ອີກບໍ່ດົນບໍ່ນານຂອງເຫຼົ່ານີ້ ອາດຈະກາຍໄປເປັນຂອງຊາດອື່ນ ໄປຢ່າງບໍ່ສົງໄສ.
ຂໍສິລິມຸງຄຸນ ຈົ່ງເກີດແກ່ແຫຼ່ງຂໍ້ມູນ ຜູ້ອ່ານ ແລະຜູ້ບອກຕໍ່ເລື່ອງລາວດີໆ ນີ້ແກ່ສັງຄົມ. ຖ້າທ່ານໃດມີຂໍ້ມູນລະອຽດ ຫຼືມີຄຳຄິດເຫັນທີ່ສ້າງສັນ ຢ່າລືມແລກປ່ຽນກັນເດີ !!
ທີ່ມາຂອງຂໍ້ມູນ: ลาว ศรีโคตรบูร ແລະ PANTIP
ສັງຮວມໂດຍ: ເຂີຍເມືອງຊຳ