spot_img
Homeຂ່າວພາຍ​ໃນພະພຸດທະຮູບອົງເກົ່າ ສະເດັດກັບຄືນແລ້ວ

ພະພຸດທະຮູບອົງເກົ່າ ສະເດັດກັບຄືນແລ້ວ

Published on

ຕອນບ່າຍຂອງວັນທີ 10 ມັງກອນ 2015 ທີມຂ່າວພວກເຮົາໄດ້ເດິນທາງໄປ ວັດອົງຕື້ມະຫາວິຫານເພື່ອຂາບໄຫວ້ ພະພຸດທະຮູບອົງຕື້ ແລະອົງທີ່ມີຂ່າວວ່າຖືກອັງເຊີນ ໄປຍັງຕ່າງປະເທດນັ້ນ.

ທີມຂ່າວພວກເຮົາຍັງພົບເຫັນ ພະພຸດທະຮູບອົງດັ່ງກ່າວຖືກປະດິດສະຖານ ເອົາໄວ້ບ່ອນເກົ່າຄືດ້ານຫຼັງ ທາງເບື້ອງຂວາຂອງ ພະພຸດທະຮູບອົງຕື້ ແລະໄດ້ມີປະຊາຊົນພັດປ່ຽນກັນເຂົ້າມາ ຂາບໄຫວ້ຂໍພອນ ໂດຍສະເພາະແມ່ນມາເບິ່ງດ້ວຍຕາຂອງຕົນເອງ ໃຫ້ໝັ້ນໃຈວ່າພະພຸດທະຮູບອົງດັ່ງກ່າວ ຍັງຢູ່ຫຼືບໍ່ແລະແມ່ນອົງເກົ່າຫຼືບໍ່?

ຈາກການສອບຖາມພະສົງ ແລະສາມະເນນພາຍໃນວັດ ຕ່າງກໍບອກແບບບໍ່ຈະແຈ້ງປານໃດກ່ຽວກັບເລື່ອງນີ້ ດັ່ງບົດສົນທະນາກັບສາມະເນນຕົນໜຶ່ງ ດັ່ງຕໍ່ໄປນີ້:

ກ. ໄດ້ຍິນວ່າມີຂະບວນອັງເຊີນພະພຸດທະຮູບ ຢູ່ວັດນີ້ໄປປະດິດສະຖານຍັງຕ່າງປະເທດບໍ?

ຂ. ອ້າຍຈົວກະບໍ່ຮູ້ເລື່ອງປານໃດ ເພາະອ້າຍຈົວໄປຮຽນຢູ່

ກ. ໄດ້ຍິນວ່າອັງເຊີນພະພຸດທະຮູບ ໄປບໍ?

ຂ. ກະໄດ້ຍິນຢູ່ ແຕ່ບໍ່ແນ່ໃຈວ່າລາຍລະອຽດເປັນຈັ່ງໃດ

ກ. ຍິນວ່າຂະບວນອັງເຊີນໄປແລ້ວ ເກີດອະພິນິຫານຂຶ້ນແລ້ວ ເຂົາເຈົ້າອັງເຊີນກັບຄືນມາ ແມ່ນບໍ?

ຂ. ກະໄດ້ຍິນປະມານນັ້ນລະ

ກ. ບໍ່ຮູ້ວ່າ ອະພິນິຫານທີ່ເກີດຂຶ້ນນັ້ນ ແມ່ນເກີດຫຍັງຂຶ້ນແທ້ ພໍຮູ້ບໍ?

ຂ. ອັນນີ້ອ້າຍຈົວກະບໍ່ຮູ້ຄືກັນ

ກ. ພະພຸດທະຮູບອົງດັ່ງກ່າວນັ້ນ ຖືກອັງເຊີນຄືນມາ ແລ້ວແນ່ໃຈບໍວ່າ ແມ່ນອົງເກົ່າ?

ຂ. ກະຊິແມ່ນອົງເກົ່າຫັ້ນລະ! ອົງເກົ່າຫັ້ນລະ!

ນອກຈາກນັ້ນ ທີມງານຍັງໄດ້ສອບຖາມພະອາຈານອົງໜຶ່ງ ພາຍໃນສິມຕໍ່ໜ້າພະພຸດທະຮູບ ອົງເປັນຂ່າວນຳອີກ:

ກ. ມີແທ້ບໍວ່າເຂົາມາຂໍເອົາພະພຸດທະຮູບອົງນີ້ໄປ?

ຂ. ອາຕະມາກະບໍ່ຮູ້ນະ ຕອນເອົາໄປຄູບາກະບໍ່ເຫັນ, ເຫັນແຕ່ວ່າເຂົາເຈົ້າເອົາມາສົ່ງແລ້ວ ນີ້ລະ!

ກ. ທຳອິດນີ້ເພິ່ນອັງເຊີນ(ຂໍ)ໄປແລ້ວແມ່ນບໍ?

ຂ. ແມ່ນລະ!

ກ. ເພິ່ນຈະອັງເຊີນໄປປະເທດໃດເກາະ?

ຂ. ຫວຽດນາມຕິເບາະ

20150110_132544
ພະພຸດທະຮູບອົງຕື້
laopost
ພະພຸດທະຮູບອົງຕື້
1
ພະພຸດທະຮູບທີ່ຖືກອັງເຊີນ
109061
ພະພຸດທະຮູບທີ່ຖືກອັງເຊີນແລ້ວເປັນຂ່າວ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...