spot_img
Homeຂ່າວພາຍ​ໃນຂ່າວວົງໃນກ່ຽວກັບການນິມົນ ພະພຸດທະຮູບວັດອົງຕື້ໄປຕ່າງປະເທດ

ຂ່າວວົງໃນກ່ຽວກັບການນິມົນ ພະພຸດທະຮູບວັດອົງຕື້ໄປຕ່າງປະເທດ

Published on

ເມື່ອປີກາຍ ມີອົງກອນທຸລະກິດທາງດ້ານການເງິນ ແຫ່ງໜຶ່ງໄດ້ຖວາຍປັດໄຈອຸປະຖຳແກ່ ອພສ ສູນກາງຈຳນວນ 10,000 ໂດລາສະຫະລັດ ແຕ່ຕອນນັ້ນຍັງບໍ່ໄດ້ຂໍພະພຸດທະຮູບ ແລະມີການພົວພັນ ອຸປະຖຳຕໍ່ມາ ຈົນມື້ໜຶ່ງໄດ້ຂໍເອົາພະພຸດທະຮູບອົງດັ່ງກ່າວ ຈາກເຈົ້າອະທິການວັດອົງຕື້ ແຕ່ເຈົ້າອະທິການວັດໄດ້ໃຫ້ພາກສ່ວນ ດັ່ງກ່າວນັ້ນແລ່ນເອກະສານກ່ອນ ແລ້ວເມື່ອເອກະສານໄປເຖິງກະຊວງ ຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ປະກອບກັບຫາງສຽງຄັດຄ້ານຂອງປະຊາຊົນ ແລະພະສົງຈຳນວນໜຶ່ງ ຈຶ່ງເຮັດໃຫ້ເປັນຂ່າວໂດ່ງດັງ ແລະແລ້ວເອກະສານດັ່ງກ່າວຈຶ່ງບໍ່ຜ່ານໃນລະດັບກະຊວງ.

ຕົກມາມື້ນີ້ ວັນທີ 9 ມັງກອນ 2015 ພາກສ່ວນທີ່ມາຂໍພະພຸດທະຮູບ ຄົງຈະໄດ້ເອກະສານເຊັນຜ່ານຮຽບຮ້ອຍ ຈຶ່ງມານິມົນເອົາພະພຸດທະຮູບອົງດັ່ງກ່າວ ຂຶ້ນລົດໃນຕອນທ່ຽງ ເພື່ອເດິນທາງໄປຍັງປະເທດຫວຽດນາມ ດ້ວຍຄວາມອາໄລອາວອນ ສຸດແສນເດຍດາຍຂອງພະສົງ ແລະຍາດໂຍມເກືອບທຸກຄົນທີ່ຮູ້ຂ່າວ.

ແລະໃນທີ່ສຸດຕອນ 16:30 ຂອງວັນດຽວກັນນີ້ ພະພຸດທະຮູບອົງດັ່ງກ່າວຖືກ ນິມົນກັບຄືນມາປະດິດສະຖານຢູ່ວັດອົງຕື້ ແຫ່ງນີ້ຄືນອີກ ໂດຍມີຂ່າວວ່າໄດ້ເກີດອະພິນິຫານຂຶ້ນ ຈົນເຮັດໃຫ້ບໍ່ສາມາດນິມົນ ພະອົງອອກນອກປະເທດໄດ້ ແຕ່ຂ່າວກໍຍັງບໍ່ຈະແຈ້ງວ່າອະພິນິຫານ ທີ່ເກີດຂຶ້ນນັ້ນແມ່ນເກີດຫຍັງຂຶ້ນແທ້ ແຕ່ທີ່ພະສົງແລະປະຊາຊົນລາວ ສ່ວນຫຼາຍດີໃຈນັ້ນແມ່ນ ພະພຸດທະຮູບອົງດັ່ງກ່າວຖືກນິມົນມາປະດິດສະຖານ ຢູ່ວັດອົງຕື້ຄືເກົ່າແລ້ວ.

ແຕ່ແນວໃດກໍຕາມ ພະສົງແລະປະຊາຊົນລາວ ທີ່ຮູ້ຂ່າວກໍຍັງບໍ່ສະບາຍໃຈເຕັມຮ້ອຍ ວ່າພະພຸດທະຮູບອົງດັ່ງກ່າວຈະບໍ່ຖືກນິມົນ ໄປປະດິດສະຖານຢູ່ຕ່າງປະເທດອີກ ຖ້າຫາກວ່າພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ອອກມາຖະແຫຼງຂ່າວ ຢືນຢັນຢ່າງເປັນທາງການ.

ພະພຸດທະຮູບອົງນີ້ ເປັນພຸດທະຮູບໂລຫະທອງ ມີຂະໜາດໃຫຍ່ ມີຄວາມສູງປະມານ 1 ແມັດ ສັນນິຖານວ່າຖືກສ້າງຂຶ້ນໃນສະໄໝ ພະເຈົ້າໄຊເສດຖາ ຫຼືກ່ອນໜ້ານັ້ນ ແລະມີຄວາມຄ້າຍຄືກັນກັບ ພະພຸດທະຮູບສາມສີ ວັດຫຼິ່ງຊັນ ເມືອງທຸລະຄົມ. ພະພຸດທະຮູບອົງນີ້ ຖືກປະດິດສະຖານຢູ່ວັດອົງຕື້ ມະຫາວິຫານມາໄດ້ຫຼາຍເຊັ່ນຄົນ (ຍັງບໍ່ມີຂໍ້ມູນແນ່ນອນ) ແລະມີຂໍ້ມູນວ່າ ອາດຈະເປັນຕົ້ນແບບໃຫ້ແກ່ ການຫຼໍ່ພະອົງຕື້ ພະພຸດທະຮູບປະທານຢູ່ສິມວັດອົງຕື້ ໃນປັດຈຸບັນນີ້.

ຜູ້ອ່ານຂ່າວທ່ານໃດມີຂໍ້ມູນກ່ຽວກັບເລື່ອງນີ້ ຢ່າລືມປະກອບຄຳເຫັນແລກປ່ຽນແດ່ເດີ ເພື່ອຜູ້ອ່ານຫຼາຍທ່າຈະໄດ້ຄວາມກະຈ່າງແຈ້ງ ຂຶ້ນຕື່ມອີກ.

10896909_910042405694099_907956603783468140_n 10906127_910017782363228_6569729173913822303_n (1)

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...