spot_img
Homeຂ່າວການສຶກສາສປ ຈີນ ໃຫ້ທຶນການສຶກສາ ແກ່ນັກສຶກສາລາວ

ສປ ຈີນ ໃຫ້ທຶນການສຶກສາ ແກ່ນັກສຶກສາລາວ

Published on

china embassy

ສະຖານທູດຈີນປະຈຳລາວ ໄດ້, ມອບທຶນການສຶກສາໃຫ້ນັກ ສຶກສາລາວເປັນຄັ້ງທໍາ ອິດມູນຄ່າ 256 ລ້ານກີບ, ໂດຍຜູ້ທີ່ໄດ້ຮັບທຶນ ແມ່ນນັກສຶກສາປີທີ 1 ທີມີຜົນການ ຮຽນລະດັບເກັ່ງ, ມີການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງ ແຂວງຈຳນວນ 32 ຄົນ ຍິງ 14 ຄົນ, ໂດຍໄດ້ຮັບຜູ້ລະ 8 ລ້ານກີບເພື່ອນໍາໃຊ້ເຂົ້າ ໃນການສຶກສາຮໍ່າຮຽນຕະຫຼອດໄລຍະ 4 ປີ. ພິ ທີມອບ-ຮັບທຶນການສຶກດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 8 ມັງກອນ ນີ້, ຢູ່ ມະຫາວິທະຍາໄລແຫ່ງຊາດ, ໂດຍ ການເຂົ້າ ຮ່ວມຂອງ ທ່ານ ກົ່ວຫົວ ປິງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ແລະ ທ່ານ ສຈ ດຣ ສຸກກົງແສງ ໄຊຍະເລີດ ອະທິການ ບໍດີມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາຄູອາຈານ ແລະ ນັກສຶກສາຜູ້ທີ່ໄດ້ຮັບທຶນເຂົ້າຮ່ວມ.

ທ່ານອະທິການບໍດີມະຫາວິທະຍາໄລແຫ່ງຊາດ ກ່າວວ່າ:  ທຶນ ການສຶກສາດັ່ງກ່າວ ແມ່ນມີຄວາມ ສຳຄັນປະກອບ
ສ່ວນຊຸກຍູ້ສົ່ງເສີມການພັດທະນາ ຊັບພະຍາກອນມະນຸດໃນລາວ, ແລະ ເປັນການເພີ່ມ ທະວີຮ່ວມມືການພົວພັນລະຫວ່າງ ສອງຊາດລາວ-ຈີນ ໃຫ້ມີບາດກ້າວຂະຫຍາຍຕົວ, ຊຶ່ງປັດຈຸບັນ ການສຶກສາຂອງລາວມີການພັດ ທະນາດີຂຶ້ນເທື່ອລະກ້າວ, ນັກສຶກສາຈຳນວນໜຶ່ງແມ່ນຮຽນເກັ່ງ ແຕ່ກໍມີຖານະຄອບຄົວທຸກຍາກ, ເປັນ ຕົ້ນແມ່ນນັກສຶກສາທີ່ມາຈາກຕ່າງແຂວງ, ສະນັ້ນທຶນການສຶກສາຄັ້ງນີ້, ຈະຊ່ວຍໃຫ້ນັກສຶກສາທີ່ໄດ້ ຮັບທຶນໄດ້ຮຽນສາຂາວິຊາຊີບ ແລະ ຊ່ວຍເຕີມຄວາມຟັນໃຫ້ແກ່ ພວກເຂົາເຈົ້າເພື່ອນຳເອົາຄວາມຮູ້ມາພັດທະນາ ປະເທດຊາດໃຫ້ຈະ ເລີນຮຸ່ງເຮືອງ ໃນອະນາຄົດຂ້າງ ຫນ້າ.

ຂອບໃຈຂ່າວຈາກ: ລາວພັດທະນາ http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...