spot_img
Homeຂ່າວພາຍ​ໃນໂຍທາຍອມຮັບຜ່ານມາມີ​ຫລາຍ​ວຽກຍັງ​ເຮັດ​ບໍ່​ໄດ້​ດີ

ໂຍທາຍອມຮັບຜ່ານມາມີ​ຫລາຍ​ວຽກຍັງ​ເຮັດ​ບໍ່​ໄດ້​ດີ

Published on

Dirty way

ສະຫາຍ​ ດຣ ບຸນ​ຈັນ ສີນ​ທະ​ວົງ ​ເລຂາ​ຄະນະ​ພັກ, ລັດຖະມົນຕີ​ວ່າການກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ (ຍທຂ),​ໄດ້​ກ່າວ​ໃນ​ກອງປະຊຸມ​ຄະ​ນະ​ພັກ​ກະຊວງ (ຍທຂ) ​ໃນ​ວັນ​ທີ 7 ມັງກອນ​ຜ່ານ​ມານີ້,​ ໂດຍ​ການໃຫ້​ກຽດ​ເຂົ້າ​ຮ່ວມຂອງ​ສະຫາຍ​ເລຂາທິການ ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ,ສະຫາຍ ສົມສະຫວາດ ​ເລັ່ງສະຫວັດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຜູ້​ຊີ້ນຳ​ວຽກ​ງານ​ຂົງ​ເຂດການ​ຜະລິດ ​ແລະ ຈໍລະ​ຈອນ, ສະຫາຍ ດຣ ຄຳ​ພັນ ພົມ​ມະ​ທັດກຳມະການສູນ​ກາງ​ພັກ, ຫົວໜ້າ​ຫ້ອງ​ວ່າການ​ສູນ​ກາງ​ພັກ ວ່າ:​ໃນ​ໄລຍະ​ຜ່ານ, ມີ​ຫລາຍ​ວຽກ​ງານ​ໃນ​ຂະ​ແໜງ​ການ ​ຂອງ​ຂອງ​ຕົນ​ຍັງ​ເຮັດ​ບໍ່​ໄດ້​ດີ​ເທົ່າທີ່​ຄວນ​, ຈົນ​ກາຍ​ເປັນຈຸດ​ອ່ອນ​ຂໍ້ຄົງຄ້າງ​ທີ່​ແກ່ຍາວ​ມາ​ເປັນ​ເວລາ​ຫລາຍ​ປີ,​ ໂດຍ​ສະ​ເພາະ​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ເສັ້ນທາງ​ ຍັງ​ບໍ່​ທັນ​ປະຕິບັດ​ຕາມ​ຂັ້ນຕອນ​ດ້ານ​ວິຊາ​ການ, ວິ​ໄນ​ແຜນການ ​ເປັນຕົ້ນ​ແມ່ນ​ໂຄງການ​ນອກ​ແຜນ, ລາຄາ​ຫົວໜ່ວຍ​ການ​ກໍ່ສ້າງ​ສູງ​ແຕ່​ຄຸນ​ນະພາ​ບຂອງ​ໂຄງການ​ຕ່ຳ, ການ​ຄຸ້ມ​ຄອງ​ການ​ປຸກ​ສ້າງ​ໃນ​ຕົວ​ເມືອງ​ ບໍ່​ໄປ​ຕາມ​ຜັງ​ກຳນົດ​ໄວ້, ການ​ກວດກາ​ນ້ຳໜັກ​ລົດ​ບັນທຸກ​ຍັງ​ບໍ່​ສາມາດ ຄຸ້ມ​ຄອງ​ໄດ້​ເຮັດ​ໃຫ້​ເສັ້ນທາງ​ເປ່​ເພ​ກ່ອນ​ກຳນົດ, ຂະນະ​ດຽວ​ກັນການ​ແກ້​ໄຂ​ອຸປະຕິ​ເຫດ, ການ​ຈະລາ​ຈອນ​ແອ​ອັດ​ໃນ​ຕົວ​ເມືອງ​ຍັງ​

ເປັນ​ສິ່ງທ້າ​ທາຍ​ສຳຄັນ​ໃນ​ການ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ,​ ເຊິ່ງບັນຫາດັ່ງກ່າວ​ຕົ້ນຕໍແມ່ນ​ເກີດ​ຈາກ​ຄວາມ​ຮັບ​ຮູ້​ ເຂົ້າ​ໃຈ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລະບຽບກົດໝາຍ​ຂອງ​ລັດ ຂອງສະມາຊິກພັກ, ພະນັກງານ​ຈຳນວນ​ໜຶ່ງຍັງ​ບໍ່​ທັນ​ເລິກ​ເຊິ່ງ, ສະນັ້ນ​​ໃນ​ກອງ​ປະຊຸມ​ສະຫລຸບ​ສົກ​ງົບປະມານ​ປະ​ຈຳປີ 2013-2014 ທີ່​ຈະ​ມີ​ຂື້ນ​ໃນ​ຕົ້ນ​ເດືອນ​ມັງກອນ​ 2015 ນີ້ຈະ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາຫາລື​ຫາ​ວິທີ​ການ​ແກ້​ໄຂວຽກ​ຄ້າງ​ຄາ​ດັ່ງກ່າວ​ໃຫ້​ເປັນ​ລະບົບ​ຄົບ​ຊຸດ.ຕໍ່​ບັນຫາ​ດັ່ງກ່າວ,ສະຫາຍ​ເລຂາທິການ​ໃຫຍ່,ປະທານ​ປະ​ເທດ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​​ໃຫ້​ກຽດໂອ້​ລົ​ມພ້ອມ​ທັງຕີ​ລາຄາ​ວ່າ:ທັງ​ໝົດ​ນັ້ນ,​ແມ່ນ​ເກີດ​ຈາກ​ການ​ນຳພາ​ດ້ານ​ການ​ເມືອງ-​ແນວ​ຄິດ ຍັງ​ບໍ່​ທັນ​ເລິກ​ເຊິ່ງ, ມີ​ບາງ​ຮາກ​ຖານ​ພັກ​ຍັງ​ຖື​ເບົາ​ຕໍ່​ວຽກ​ງານ​ການ​ເມືອງ-​ແນວ​ຄິດ​ ​ເຮັດ​ໃຫ້​ຄຸນ​ທາດ​ການ​ເມືອງ, ຄຸນ​ສົມບັດ​ສີນ​ທຳ​ປະຕິວັດ​ຂອງ​ພະນັກງານ, ສະມາຊິກ​ພັກ​ຈຳນວນ​ໜຶ່ງ​ເຊື່ອມ​ຖອຍ,ຄວາມ​ຮັບ​ພິຊອບ​ການ​ເມືອງ​ບໍ່​ສູງ, ຂາດ​ຄວາມ​ກະຕືລື​ລົ້ນ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ, ຍັງ​ຖື​ເບົາ​ຕໍ່​ການ​ຝຶກ​ຝົນຕົນ​ເອງ, ບໍ່​ເປັນ​​ແບບຢ່າງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ ​ແລະ ​ເກີດ​ມີ​ປະກົດ​ການ​ຫຍໍ້​ທໍ້​ຕ່າງໆ.​ ໂດຍ​ສະ​ເພາະ​​ແມ່ນ​ການ​ປະຕິບັດ​ໂຄງການ ​ໃນລັກສະນະ​ຊັກ​ຊ້າບໍ່​ສຳ​ເລັດ​ຕາມ​ກຳນົດ ຫລື ບາງ​ໂຄງ ການ​ພັດ​ມີ​ລັກສະນະ​ຟ້າ​ວຟັ່ງ​ແລ່ນ​ນຳ​ເວລາ ​ເຮັດ​ໃຫ້​ບໍ່​ຮັບປະກັນ​ດ້ານ​ມາດຕະຖານ​ເຕັກນິກ,​ ເຮັດ​ໃຫ້​ນຳ​ໃຊ້​ບໍ່​ໄດ້​ຍາວ​ນານ​ເປ່​ເພ​ໄວ​ກ່ອນ​ກຳນົດ, ການ​ແກ້​ໄຂ​ສະພາບ​ການ​ຈະລາ​ຈອນ​ແອ​ອັດ​ຍັງ​ເຮັດ​ບໍ່​ໄດ້​ດີ, ການຈັດ​ສັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ,ຄວາມ​ສະອາດ​ຂອງ​ຕົວ​ເມືອງ​ຍັງ​ບໍ່​ສົມ​ຄູ່​ ​ກັບ​ການ​ຂະຫຍາຍຕົວ​ຂອງ​ສັງຄົມ. ດັ່ງນັ້ນຂໍ​ໃຫ້​ຂະ​ແໜງ​ການ (ຍທຂ) ຮີບ​ຮ້ອນ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ໃຫ້​ມີ​ປະ​ສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ແກ້​ໄຂ​ການ​ຈະລາຈອນ​ແອ​ອັດ ຕິດ​ຂັດ​ໃນ​ຕົວ​ເມືອງ​ໃຫຍ່​ໃຫ້​ເປັນ​ຮູບ​ປະ​ທຳ​ໂດຍ​ໄວ,​ ເຊິ່ງ​ເປັນ​ບັນຫາ​ອັນ​ຮີບ​ດ່ວນ​ໃນ​ປັດຈຸບັນ.

10923608_1584717948427033_5673741695574457168_n

ຂ່າວຄຸນນະພາບຈາກ: http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...