spot_img
Home​ຂ່າວບັນເທິງອິນແຕ່ງ ໝໍລຳດັງແດນໃຕ້ ຖືກເຊີນໄປລຳຮອດກຳປູເຈຍ

ອິນແຕ່ງ ໝໍລຳດັງແດນໃຕ້ ຖືກເຊີນໄປລຳຮອດກຳປູເຈຍ

Published on

10382840_399517033530183_8339993266177209089_n

ອິນແຕ່ງ ແກ້ວບົວລາ ສາວຜິວກາເຟນົມ ແຕ່ນ້ຳສຽງໃສ ຍິ້ມງ່າຍ ແມ່ນລູກສາວຂອງ ບຸນທອງ ແກ້ວບົວລາໝໍລຳສີພັນດອນ ແລະ ບຸນເພັງ ແກ້ວບົວລາ ນາງເອກໝໍລຳເລື່ອງຕໍ່ກອນ ເຊິ່ງຕ່າງກໍເປັນໝໍລຳດັງໃນເຂດພາກໃຕ້.

ໝໍລຳອິນແຕ່ງ ເກີດຢູ່ໃນທ່າມກາງສຽງລຳ ກໍເລີຍມີຄວາມຮັກທາງດ້ານນີ້ມາຕັ້ງແຕ່ນ້ອຍໆ ເລິ່ມອ່ານໜັງສືໄດ້ກໍໄດ້ເລິ່ມຮຽນລຳມາຕັ້ງແຕ່ອາຍຸ 9 ປີ, ມີໂອກາດໄດ້ເລິ່ມຮັບງານຕັ້ງແຕ່ອາຍຸ 14 ປີ ແລະຕັ້ງແຕ່ເລິ່ມລຳມາຮອດປັດຈຸບັນກໍເປັນເວລາ 14 ປີແລ້ວ, ໄດ້ອັດຜົນງານອອກວາງຈຳໜ່າຍແລ້ວ 4 ຊຸດ(ຮ່ວມກັບໝູ່) ຖືວ່າເປັນຜູ້ມີປະສົບການ ທາງດ້ານການລຳມາຢ່າງຫຼວງຫຼາຍ.

ອິນແຕ່ງ ມີເຈົ້າພາບງານບຸນມາຕິດຕໍ່  ໄປລຳງັນກອງບຸນເກືອບທຸກມື້ ໄລຍະໃດທີ່ບໍ່ໄດ້ງານແທ້ໆ ກໍອາທິດລະ 2-3 ງານ, ເວົ້າໄດ້ວ່າເກືອບບໍ່ໄດ້ພັກຜ່ອນເລີຍ ມີແຕ່ເດິນທາງໄປລຳຕາມງານບຸນຕ່າງໆ ຕ້ອງອາໄສນອນໃນເວລາເດິນທາງແທນ ເພາະສ່ວນຫຼາຍແລ້ວແຕ່ລະງານກໍຕ້ອງລຳແຕ່ຫົວຄ່ຳຈົນຂ້ອນແຈ້ງ.

ຕົກມາທ້າຍປີ 2014 ຕໍ່ໃສ່ 2015 ຄິວລຳໜາແໜ້ນ ຫຼ້າສຸດທີ່ຮູ້ຂ່າວແມ່ນໄດ້ໄປລຳຢູ່ກຳປູເຈຍ ເຊິ່ງກໍໄດ້ຮັບຄວາມນິຍົມຊົມຊອບຈາກສັງຄົມ ມີພໍ່ແມ່ປະຊາຊົນເຂົ້າຮ່ວມຊົມຮ່ວມຟັງ ຢ່າງຫຼວງຫຼາຍ.

 

10898005_436970506451502_3168136703735520606_n
ປະຊາຊົນກຳປູເຈຍ ໄປຊົມການລຳຂອງອິນແຕ່ງ ທີ່ປະເທດກຳປູເຈຍ

 

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...