ໝາກໄຊ (Momordica charantia L.) ເປັນສະໝຸນໄພທີ່ໃຊ້ກັນມາດົນນັບພັນປີ ໃນ ອາຊີ ອາຟຣິກາ ແລະ ອາເມລິກາ ໃຊ້ໝາກໄຊປິ່ນປົວເບົາຫວານ ພະຍາດຕັບ ບັນເທົາອາການພະຍາດປະດົງ ຂໍ້ອັກເສບ ໃບໃຊ້ເປັນຢາລົດໄຂ້ ຮາກໃຊ້ເປັນຢາແກ້ເລືອດເປັນພິດ ແລະ ພະຍາດຕັບ
ງານວິໄຈສະໝຸນໄພໝາກໄຊໄດ້ດຳເນີນຢ່າງຕໍ່ເນື່ອງມາຕັ້ງແຕ່ ຄ.ສ 1962 ເຊິ່ງ Lotlika ແລະ Rao ໄດ້ຄົ້ນພົບ ຊາແລນຕິນ ໃນໝາກໄຊ ທີ່ສະແດງລິດຫລຸດນ້ຳຕານໃນເລືອດຂອງສັດທົດລອງ ໃນປີ 1965 Sucrow ໄດ້ພິສູດໂຄງສ້າງເຄມີຂອງ ຊາແລນຕິນ ພົບວ່າ ເປັນສານປະສົມຂອງ sitosteryl- ແລະ 5, 25-stigmastadien-3-beta-ol-D-glucosides ໃນອັດຕາສ່ວນ 1:1 ປີ 1977 Baldwa ແລະ ຄະນະ ໄດ້ແຍກສານຄ້າຍອິນຊູລິນຈາກໝາກໄຊ ແລະ ມີລິດຫລຸດນ້ຳຕານ ໃນປີ 1981 Khana ແລະ ຄະນະໄດ້ພິສູດໂຄງສ້າງຂອງສານຄື ອິນຊູລິນ ພົບວ່າ ເປັນໂພລີເປບໄທທີ່ມີນ້ຳໜັກໂມເລກຸນ 11, 000 ດາລຕັນ ແລະ ມີກົດອະມິໂນ 166 residues ເອີ້ນສານນີ້ວ່າ ໂພລີເປບໄທ ພີ ສານຂົມກຸ່ມ ຄິວເຄີບິຕາຊິນ ຊຶ່ງເປັນ chemotaxonomic character ຂອງພືດວົງ Cucurbitaceae ຄິວເຄີບິຕາຊິນ ໃນໝາກໄຊ ຄື momordicosides, momordicins, karaviloside K1 ແລະ charantoside ມີລາຍງານວ່າ ສານຂົມດັ່ງກ່າວ ມີລິດຫລຸດນ້ຳຕານ
ໃນ ໝາກໄຊ ມີສານຫລາຍຊະນິດທີ່ຕ້ານເບົາຫວານ ແລະ ມີຫລາຍກົນໄກທີ່ອອກລິດຕ້ານເບົາຫວານ ໄດ້ແກ່ ເສີມການຫລັ່ງອິນຊູລິນຈາກຕັບອ່ອນ ຫລຸດການສ້າງນ້ຳຕານຈາກຕັບ ເສີມການເຜົາຜານນ້ຳຕານ ເພີ່ມຄວາມໄວຕໍ່ອິນຊູລິນ ເພີ່ມຄວາມທົນຕໍ່ ກູໂຄດ (glucose tolerance) ນອກຈາກນີ້ຍັງຢຸດການຫລັ່ງກູໂຄດໃນລຳໄສ້ນ້ອຍ ແລະຢຸດເອນໄຊກູໂຄໄຊເດສ
ນ້ຳຄັ້ນຈາກໝາກໄຊ ສະແດງລິດຕ້ານເບົາຫວານໃນກະຕ່າຍ ແລະ ໜູຂາວ ນອກຈາກນີ້ຍັງມີລາຍງານວ່າ ໝາກໄຊສາມາດຫລຸດຜ່ອນຄວາມຜິດປົກກະຕິຂອງຫມາກໄຂ່ຫລັງ ການເກີດຕໍ້ກະຈົກ ການເສື່ອມຂອງເສັ້ນປະສາດ ຊຶ່ງເປັນຜົນມາຈາກການທີ່ມີລະດັບນ້ຳຕານໃນເລືອດສູງເປັນເວລາດົນ ຫລື ບໍ່ສາມາດຄວບຄຸມລະດັບນ້ຳຕານເລືອດໃຫ້ປົກກະຕິ
ການສຶກສາທາງຄິນິກໃນຜູ້ປ່ວຍເບົາຫວານຊະນິດບໍ່ອາໃສ ອິນຊູລິນ (8 ຄົນ) ພົບວ່າຜູ້ປ່ວຍທົນຕໍ່ກູໂຄດໄດ້ດີຂຶ້ນ ຫລຸດລະດັບນ້ຳຕານຂະນະອີ່ມ ແລະ ຫລຸດຄວາມຖີ່ຂອງການຖ່າຍເບົາ ຈຶ່ງຂໍແນະນຳຜູ້ປ່ວຍເບົາຫວານບໍລິໂພກ ໝາກໄຊ ເປັນອາຫານ ຫລື ໃນຮູບນ້ຳບີບເປັນອາຫານເສີມ ເພື່ອຊ່ວຍປິ່ນປົວລະດັບຄວາມດັນເລືອດໃຫ້ປົກກະຕິ ແລະ ຫລຸດຜ່ອນອາການຕ່າງໆທີ່ເປັນຜົນເສຍຈາກພະຍາດເບົາຫວານທີ່ເປັນມາດົນ
ໝາກໄຊ (ສີຂຽວ) ມີຄຸນຄ່າທາງອາຫານເພາະມີວິຕາມິນເອ (2, 924 IU) ໄນອະຊິນ (190 ມິລີກຣາມ /100 ກຣາມ) ແລະ ມີຄຸນສົມບັດຕ້ານອານຸມູນອິດສະລະ
ການກຽມນ້ຳບີບຈາກໝາກໄຊ ຂະໜາດທີ່ໃຊ້ຕໍ່ມື້ ໜ່ວຍ 100 ກຣາມ ນໍາມາຜ່າເຄິ່ງ ໃຊ້ບ່ວງກາເຟຂູດໄສ້ໃນ ແລະ ເມັດອອກ ຊອຍໝາກໄຊເປັນອັນນ້ອຍຂະໜາດກວ້າງ 1 ຊັງຕີແມັດ ໃສ່ໃນເຄື່ອງປັ່ນແຍກກາກ ຈະໄດ້ນ້ຳໝາກໄຊປະມານ 40 ມິລີລິດ. ດື່ມຫລັງອາຫານເຊົ້າຫລືແລງ