spot_img
Home​ຂ່າວບັນເທິງມຸກດາວັນ ມີຄິວການສະແດງຍາວ

ມຸກດາວັນ ມີຄິວການສະແດງຍາວ

Published on

ມຸກດາວັນ ສັນຕິພອນ ເຈົ້າຂອງຜົນງານເພງ ສຽງແຄນແທນໃຈ ແລະເອີ້ນອ້າຍໃສ່ໝໍ້ໜຶ້ງ ຈາກຄ້າຍເພງກ້ວຍສຸກຂຽວ ສະຫວັນນະເຂດ ພວມເປັນທີ່ນິຍົມຊົມຊອບ ຂອງປະຊາຊົນຄົນລາວ ທັງພາຍໃນແລະຕ່າງປະເທດ ຈົນເຮັດໃຫ້ຄິວງານຕິດຕໍ່ກັນຍາວຢຽດ ເກືອບບໍ່ໄດ້ນອນພັກຢູ່ເຮືອນເລີຍ ເພາະແຕ່ລະມື້ເອົາແຕ່ຂີ່ລົດ ຂຶ້ນເໜືອລົງໃຕ້.

ຖ້າຜູ້ອ່ານໄດ້ຕິດຕາມແຟນເພຈ ມຸກດາວັນ ສັນຕິພອນ (www.facebook.com/moukdavanyh) ຈະໄດ້ຮູ້ວ່າ ມຸກດາວັນ ຈະປາກົດໂຕໃນແຕ່ລະມື້ ໃນສະຖານທີ່ທີ່ຫ່າງໄກ ແລະແຕກຕ່າງກັນ ບາງມື້ເຫັນຢູ່ວຽງ, ບາງມື້ຢູ່ຫຼວງພະບາງ, ບາງມື້ຢູ່ປາກເຊ, ບາງມື້ຢູ່ບຶງການ… ນັ້ນແມ່ນການເດິນທາງໄປສະແດງ ຕາມຄຳເຊີນຂອງເຈົ້າພາບງານ ເຊິ່ງມຸກດາວັນຈະຮັບທຸກລະດັບງານ ຕັ້ງແຕ່ສູ່ຂວັນຂຶ້ນເຮືອນໃໝ່ ຈົນເຖິງລະດັບຊາດ ດ້ວຍຄ່າໂຕທີ່ເຈົ້າພາບທຸກລະດັບ ສາມາດຈ່າຍໄດ້ ຫຼືຖ້າເປັນງານເພື່ອສັງຄົມກໍຈະບໍ່ເອົາຄ່າໂຕເລີຍ.

ຄົງຈະເປັນຍ້ອນ ມຸກດາວັນ ເປັນຄົນ ບໍ່ໄດ້ຖືເນື້ອຖືໂຕ ສຸພາບອ່ອນໂຍນ ຮູ້ຈັກນົບຈັກໄຫວ້ ຮູ້ຈັກຂອບໃຈຜູ້ຊ່ວຍເຫຼືອອຸ້ມຊູ ປະກອບກັບຮູບແບບການສະແດງອອກ ເປັນເອກະລັກ ເໝາະສົມກັບການເປັນນັກຮ້ອງບ້ານນາ ຜູ້ໃຫຍ່ຈຶ່ງອິດູຕົນ ສັງຄົມຈຶ່ງໃຫ້ການຕ້ອນຮັບ ຈຶ່ງມີໂອກາດໄດ້ຮັບໃຊ້ສັງຄົມ ຫຼາຍຂະໜາດນີ້.

10846000_318060941728266_6416305065366964408_n  10906477_324643997736627_7916578773452937541_n

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...