spot_img
Home​ຂ່າວບັນເທິງBlack eye ຮັບຊັບໃຫຍ່ ຫຼັງຈາກຍ້າຍຄອບຄົວໃໝ່

Black eye ຮັບຊັບໃຫຍ່ ຫຼັງຈາກຍ້າຍຄອບຄົວໃໝ່

Published on

Screen Shot 2014-09-05 at 2.34.06 PM

ວົງ Black eye ເປັນວົງຣັອກທີ່ມີກະແສແຮງ ແລະເປັນທີ່ນິຍົມກັນທົ່ວປະເທດ, ແລະຍັງປ່ອຍແນວເພງທີ່ສາມາດໄດ້ໃຈ ຄົນຟັງທຸກເພດທຸກໄວມາໂດຍຕະຫຼອດ, ຈົນມາຕອນນີ້ ທາງວົງແບັກອາຍເພິ່ນກໍ່ໄດ້ປ່ຽນຄອບຄົວໃໝ່ແລ້ວ, ເຊິ່ງປະຈຸບັນກໍ່ໄດ້ເປັນສິນລະປິນໃນສັງກັດຂອງຄ້າຍອິນດີ້ເຣັກຄອດຢ່າງເຕັມຮູບແບບ, ເພາະທີ່ຜ່ານມາແມ່ນເພິ່ນພຽງແຕ່ ໄດ້ຮ່ວມງານກັນ, ພໍແຕ່ແບຣັກອາຍເຂົ້າຄ້າຍອິນດີ້ແບບເຕັມ ໂຕແລ້ວກໍ່ໄດ້ຍິນກະແສຢ່າງແຮງມາອີກວ່າ, ພໍແຕ່ຍ້າຍຄ້າຍປັບກໍ່ຮັບຊັບໃຫຍ່ ແບບລົ້ນຫລາມກັນເລີຍບໍ່ວ່າຈະເປັນ : ງານຄອນເສີດນ້ອຍຈົນໄປເຖິງໃຫຍ່, ງານEvent ຕ່າງໆ, ແລະ ທີ່ສຳຄັນລ່າສຸດນີ້ຍັງໄດ້ເປັນ Presenter ຈາກສິນຄ້າຍັກໃຫຍ່ພ້ອມ ທັງການຖ່າຍທຳກອງໃຫຍ່ທີ່ຍົກກັນ ຈາກຕ່າງປະເທດນຳອີກດ້ວຍ, ເທົ່ານັ້ນຍັງບໍ່ພໍທາງແບັກອາຍເອງກໍ່ບອກມາຕືມວ່າ ເພງໃໝ່ຂອງເພິ່ນແມ່ນໄດ້ມີການກະກຽມ ສຳເລັດເປັນທີ່ຮຽບຮ້ອຍ ທາງອິນດີ້ເພິ່ນກໍ່ກຽມປ່ອຍເພງໃໝ່ຂອງພວກເຮົາແລ້ວ ເຖິງຢ່າງໃດກໍ່ຕາມພວກເຮົາກໍ່ຂໍຝາກ ທຸກຄົນຊ່ວຍຕິດຕາມຜົນງານເຮົາແນ່ເດີ້ ຮັບຮອງວ່າເພງໃໝ່ນີ້ຈະຕ້ອງຖືກໃຈຫຼາຍໆຄົນແນ່ນອນ ເພາະເປັນເພງທີ່ພວກເຮົາແຕ່ງຂຶ້ນ ສຳລັບຄວາມຮັກຂອງຫຼາຍໆ ຄົນໃນສັງຄົມລາວເຮົານີ້ເອງຕົ້ນປີ 2015 ນີ້ໄດ້ຟັງກັນແນ່ນອນເດີ້.

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...