spot_img
Homeຂ່າວຕ່າງປະເທດສາວຈິນໃຈໃຫຍ່ຊື້ລົດ BMW ແຈກລູກນ້ອງ !

ສາວຈິນໃຈໃຫຍ່ຊື້ລົດ BMW ແຈກລູກນ້ອງ !

Published on

news09-1

ສາວຈິນເຈົ້າຂອງກິດຈະການຂາຍເຄື່ອງທາງ ອອນໄລນ໌ ໃຈໃຫຍ່ ຈົກເງິນສ່ວນໂຕຊື້ລົດຫຼູໃຫ້ລູກນ້ອງໂຕເອງເປັນໂບນັສທ້າຍປີ

ເຟສບຸກຂ່າວ CCTVNews ນໍາສະເໜີຂ່າວກ່ຽວກັບເຈົ້າຂອງກິດຈະການຂາຍສິນຄ້າອອນໄລນ໌ທີ່ຊື່ວ່າ Niu Mutong ອາຍຸ 21 ປີ ໃຈໃຫຍ່ ຈົກເງິນຊື້ລົດ BMW ໃຫ້ເປັນໂບນັສທ້າຍປີກັບລູກນ້ອງ 4 ຄົນຂອງລາວ ເພື່ອເປັນການຂອບໃຈທີ່ຊ່ວຍເຮັດໃຫ້ບໍລິສັດຂອງລາວນັ້ນເຕີບໂຕຢ່າງດີຕັ້ງແຕ່ກໍ່ຕັ້ງຂຶ້ນມາ.

ທັງນີ້  Niu Mutong  ເລີ່ມຕົ້ນຂາຍເຄື່ອງທາງອອນລາຍນ໌ຕັ້ງແຕ່ປີ 2011 ຊຶ່ງສິນຄ້າທໍາອິດທີ່ລາວຂາຍແມ່ນ ຜະລິດຕະພັນກ່ຽວກັບການຫຼຸດນໍ້າໜັກ ຊຶ່ງຕອນນັ້ນລາວຫາກໍຢູ່ໃນໄວ ທີ່ເປັນໄວລຸ້ນເທົ້ານັ້ນ ທັງນີ້ຄອບຄົວຂອງລາວກໍ່ຄືກັບຄອບຄົວຂອງຊາວຈິນທົ່ວໄປ ທີ່ອອກອາການຕໍ່ຕ້ານທຸກທາງເພື່ອບໍ່ໃຫ້ລາວຮຽນຕໍ່ ແຕ່ທຸກຢ່າງກັບບໍ່ເປັນເຊັນນັ້ນເມື່ອລາວ ຫາເງິນຈາກການຂາຍທາງອອນໄລນ໌ ໄດ້ຫຼາຍພໍທີ່ຈະສາມາດ ໄປສຶກສາຕໍ່ໄດ້ທີ່ປະເທດສະຫະລັດອາເມລິກາ.

ເມື່ອບໍ່ດົນມານີ້ Niu ໄດ້ຮັບຂໍ້ສະເໜີໃຫ້ເຂົ້າສຶກສາຕໍ່ທີ່ມະຫາວິທະຍາໄລບອສຕັນ ແລະ ລາວກໍ່ເລີ່ມຕັ້ງຢີຫໍ່ສິນຄ້າຂອງຕົວເອງເພື່ອຂາຍຜະລິດຕະພັນ ເສີມຄວາມງາມບໍລູງຜິວພັນ ແລະ ອາຫານເສີມຫຼຸດນໍ້າໜັກເມື່ອຊ່ວງຕົ້ນປີ 2014 ທີ່ຜ່ານມາ.

ລາວເລົ່າວ່າ ເມື່ອປີທີ່ຜ່ານມາບໍລິສັດຂອງລາວ ສ້າງລາຍໄດ້ຈາກການຂາຍສິນຄ້າໄດ້ຫຼາຍເຖິງ 32 ລ້ານດອນລາ ສະຫະລັດ ແລະ ໃນປັດຈຸບັນ Niu ລາວຕັ້ງບໍລິສັດເປັນຂອງຕົນເອງ ແລະ ມີລູກຈ້າງກວ່າ 7.000 ຄົນ ແລະ ກິດຈະການຂອງລາວນັ້ນແຜ່ຂະຫຍາຍອອກໄປໃນປະເທດ ຈິນ ສະຫະລັດອາເມລິກາ ອັງກິດ ຝຣັງ ອີຕາລີ ແລະ ນີວຊີແລນ.

ສ່ວນຂອງຂວັນໂບນັສທ້າຍປີລາວຊື້ໃຫ້ກັບລູກຈ້າງ 4 ຄົນຂອງລາວນັ້ນ ເປັນລົດຫຼູຸຢີຫໍ່  BMW ລາວໃຫ້ເຫດຜົນວ່າ ລູກຈ້າງທັງ 4 ຂອງລາວນີ້ເປັນພຽງນັກສຶກສາເທົ້ານັ້ນ 1 ໃນ 4 ຄົນນີ້ສາມາດສ້າງລາຍໃດ້ເຂົ້າບໍລິສັດໄດ້ຫຼາຍກວ່າ 1.6 ລ້ານດອນລາສະຫະລັດ ໃນປີທີ່ຜ່ານມາພວກເຂົາເປັນລູກນ້ອງທີ່ວິເສດທີ່ສຸດ ແລະ ບໍ່ມີໃຜຄືກັບພວກເຂົາ.

 

ບົດຄວາມຫຼ້າສຸດ

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)