spot_img
Homeນານາສາລະ10 ຂໍ້​ດີ​ຂອງ​ຟອງ​ນ້ຳ ທີ່ດີກວ່າ​ພຽງມາໃຊ້​ລ້າງ​ຖ້ວຍ​​!

10 ຂໍ້​ດີ​ຂອງ​ຟອງ​ນ້ຳ ທີ່ດີກວ່າ​ພຽງມາໃຊ້​ລ້າງ​ຖ້ວຍ​​!

Published on

q_1

          ປະໂຫຍດ​ຂອງ​ຟອງ​ນ້ຳ ​ນອກ​ຈາກ​ຈະ​ໃຊ້​ລ້າງ​ຖ້ວຍ​ໃນ​ເຮືອນ​ແລ້ວ ຈະ​ມີ​ໃຜ​ຮູ້​ບໍ​ວ່າ​ມັນ​ເຊື່ອງປະໂຫຍດ​ທີ່​ຫລວງຫລາຍ​ເອົາ​ໄວ້​ ຫລາຍກວ່າ​ນັ້ນ​ອີກ​
ຫາກກ່າວ​ເຖິງຟອງ​ນ້ຳ ຫລາຍ​ເຮືອນ​ອາດຈະ​ຮູ້ສຶກ​ວ່າ​ມີ​ໄວ້​ເພື່ອ​ໃຊ້​ລ້າງ​ຖ້ວຍ​ພຽງ​ຢ່າງ​ດຽວ ແຕ່​ທີ່​ຈິງ​ແລ້ວ​ດ້ວຍ​ຮູບ​ຊົງ​ທີ່​ຫົດຍືດ​ ​ແລະ ​ຄຸນສົມບັດ​ທີ່​ຫລາກ​ຫລາຍຟອງ​ນ້ຳ​ລ້າງ​ຖ້ວຍ​ສາມາດ​ເຮັດຫຍັງ​ໄດ້​ຫລາຍກວ່າ​ທີ່​ຄິດ ຊຶ່ງ​ໃນ​ມື້​ນີ້​ຈະ​ຂໍ​ນຳ​ຂໍ້​ດີ​ຂອງ​ຟອງ​ນ້ຳ ມາ​ເ​ສີບ​ໃຫ້​ໄດ້​ທຳຄວາມ​ຮູ້​ຈັກ​ກັນ​ ຮັບຮອງ​ວ່າ​ບາງຢ່າງ​ອາດຈະ​ເປັນ​ປະໂຫຍດ​ທີ່​ເຈົ້າ​ບໍ່​ເຄີຍ​ຮູ້​ມາ​ກ່ອນ​ເລີຍ​ກໍ​ໄດ້
1. ກຳຈັດ​ຂຸຍ​ເທິງ​ເຄື່ອງນຸ່ງ
ເສື້ອ​ກັນ​ໜາວ​ແບບ​ໄໝ​ພົມ ຫລື ​ເສື້ອ​ຜ້າ​ບາງ​ຊະນິດ ຫາກ​ຜ່ານ​ການ​ໃຊ້​ງານ​ໄປ​ດົນ​ໆ ມັກ​ຈະ​ມີ​ຂຸຍ​ເກີດ​ຂຶ້ນ ແລ​ະ ເບິ່ງ​ບໍ່​ງາມ​ເລີຍ ກໍ​ສາມາດ​ໃຊ້​ຟອງ​ນ້ຳ​ໃນ​ການ​ກຳຈັດ​ຂຸຍ​ນັ້ນ​ອອກ​ໄດ້​ງ່າຍໆ ພຽງ​ແຕ່ນຳ​ມາ​ຖູ​ຄ່ອຍໆ ລົງ​ເທິງ​ເນື້ອ​ຜ້າ ເພື່ອ​ຂັດ​ເອົາ​ຂຸຍ​ເຫລົ່າ​ນັ້ນ​ອອກ​ໄປ ຈາກ​ນັ້ນ​ຕາມ​ດ້ວຍ​ອຸປະກອນ​ຕັດ​ຂຸຍ​ຜ້າ​ອີກ​ເທື່ອ​ເພື່ອ​ຄວາມ​ຮຽບຮ້ອຍ
2. ກັກ​ເກັບ​ນ້ຳ​ໃຫ້​ຕົ້ນ​ໄມ້​​ງາມໆ
ດ້ວຍ​ຄຸນສົມບັດ​ຂອງ​ຟອງ​ນ້ຳ​ທີ່​ສາມາດ​ອຸ້ມ​ນ້ຳ​ໄດ້ ຈະ​ຊ່ວຍ​ກັກ​ເກັບ​ນ້ຳ​ສ່ວນ​ເກີນ​ຈາກ​ການ​ຫົດນ້ຳ​ຕົ້ນ​ໄມ້​ໄດ້ ແລະ​ ຍັງ​ຈະ​ຊ່ວຍ​ປິ່ນປົວ​ຮາກ​ໃຫ້​ຊຸ່ມ​ຊື່ນ​ຢູ່​ສະເໝີ ເຖິງວ່າ​ຈະ​ລືມ​ຫົດ​ນ້ຳ​ກໍ່​ຕາມ ພຽງ​ແຕ່​ໃສ່​ຟອງ​ນ້ຳ​ໄວ້​ໃນ​​ໂຖ​ໃຕ້​ຕົ້ນ​ໄມ້ ເທົ່າ​ນີ້​ຕົ້ນ​ໄມ້​ກໍ​ຈະ​ເບິ່ງ​ບໍ່​ແຫ້ງແ​ຫ່ວ​ອີກ​ຕໍ່ໄປ ແຕ່​ຄວນ​ເນັ້ນ​ສະເພາະ​ຕົ້ນ​ໄມ້​ທີ່​ຕ້ອງ​ການ​ນ້ຳ​ຫລາຍ​ເທົ່າ​ນັ້ນ ຖ້າບໍ່​ດັ່ງນັ້ນ​ອາດ​ເຮັດໃຫ້​ມັນຕາຍ​ໄດ້

  1. ກຳຈັດ​ຂົນ​ສັດ​ລ້ຽງ​ໃນ​ພົມ
    ຟອງ​ນ້ຳ​ຊຸ່ມໆເປັນ​ອຸປະກອນ​ຍອດ​ຢ້ຽມ​ສຳລັບ​ເຮືອນ​ທີ່​ລ້ຽງ​ສັດ​ໂດຍ​ສະເພາະ ເພາະ​ວ່າ​ມີ​ຄຸນສົມບັດ​ໃນ​ການ​ດຶງ​ດູດ​ຂົນ​ສັດ​ຕົວ​ກໍ່​ພູ​ມແພ້​ທີ່​ຢູ່ໃນ​ພົມ​ອອກ​ມາ​ໄດ້ ໂດຍ​ນຳ​ຟອງ​ນ້ຳ​ຊຸບ​ນ້ຳ​ຊັບ​ລົງ​ໄປ​ເທິງ​ພົມ​ໃຫ້​ຂົນ​ສັດ​ຕິດ​ອອກ​ມາ ຫລື​ ຈະ​ໃຊ້​ເຄື່ອງ​ດູດ​ຝຸ່ນ​ຊ້ຳ​ອີ​ກ​ກໍ​ໄດ້
    4. ແກ້​ບັນຫາ​ນ້ຳ​ຢອດ
    ຫລາຍ​ຄົນ​ເຈີ​ບັນຫາ​ນ້ຳ​ຢອດ​ນ້ຳ​ຮົ່ວ​ຊຶມ​ຈາກ​ຕູ້​ເຢັນ​ ຫລື ​ຕາມ​ຮອຍ​ຫລັງ​ຄາ​ຮົ່ວ​ ຟອງ​ນ້ຳ​ກໍ​ໃຊ້​ປະໂຫຍດ​ໃນ​ກໍລະນີ​ນີ້​ໄດ້​ເຊັ່ນ​ກັນ ໂດຍ​ແກ້​ບັນຫາ​ເບື້ອງ​ຕົ້ນ​ດ້ວຍ​ການ​ນຳ​ຟອງ​ນ້ຳ​ໄປ​ຊັບ​ນ້ຳ​ແລ້ວ​ບິດ​ຖິ້ມ​ລົງ​ຖັງ ແລ້ວ​ຄ່ອຍ​ນຳ​ໄປ​ເທ​ຖິ້ມ​ເທື່ອດຽວ​ເມື່ອ​ເຕັມ​ຖັງ ພຽງເທົ່າ​ນີ້​ກໍ​ຊ່ວຍ​​ເວລາ​ໄປ​ໄດ້​ແລ້ວ ແຖມ​ຍັງ​ບໍ່​ຕ້ອງ​ໃຊ້​ຜ້າ​ເຊັດໂຕະ ຫລື​ ອະ​ດີດ​ເສື້ອ​ຕົວ​ໂປດ​ມາ​ເຊັດ​ອີກດ້ວຍ
  2. ຫໍ່​ຫຸ້ມ​ສິ່ງ​ຂອງ​ປ້ອງ​ກັນ​ການຕົກແຕກ
    ຫາກ​ເຈົ້າ​ກຳ​ລັງ​ຈະ​ຍ້າຍ​ສິ່ງ​ຂອງ​ ຫລື​ ຈັດ​ເກັບ​ສິ່ງ​ຂອງ​ທີ່​​ບາງງ່າຍ​ຕໍ່​ການ​ແຕກ​ຫັກ ກໍ​ຢ່າ​ລືມ​ທີ່​ຈະ​ໃຊ້ຟອງ​ນ້ຳ​ຮອງ​ສິ່ງ​ຂອງ​ເຫລົ່າ​ນັ້ນ​ບໍ່​ໃຫ້​ແຕກ​ ໂດຍ​ອາດຈະ​ນຳ​ມາ​ຍັດ​ໄວ້​ຕາມ​ມຸມ​ຂອງ​ກ່ອງ​ເພື່ອ​ກັນ​ກະ​ແທກ ຫລື​ ຖ້າ​ບໍ່​ຢ້ານ​ເປືອງ​ກໍ​ໃຊ້​ຫໍ່​ໄວ້​ອ້ອມຮອບ ສິ່ງ​ຂອງ​ທີ່​ຢ້ານ​ແຕກ​ໄດ້​ເລີຍ
    6. ຊັບ​ນ້ຳ​ຝົນ
    ເມື່ອ​ຫຸບຄັນ​ຮົ່ມ​ຫລັງ​ກັບ​ມາ​ຈາກ​ຝົນຕົກ​ນອກ​ເຮືອນ​ແລ້ວ ຍັງ​ຕ້ອງ​ມາ​ພົບບັນຫາ​ກັບ​ນ້ຳ​ຝົນ​ທີ່​ຢອກຈາກ​ຮົ່ມ​ອີກ ໃຫ້​ນຳ​ຟອງ​ນ້ຳ​ມາ​ເຈາະ​ຮູ​ໃຫ້​ພໍ​ດີ​ກັບ​ຫົວ​ແຫລມໆ ຂອງ​ຄັນຮົ່ມ ແລ້ວ​ນຳ​ດ້ານ​ຫົວ​ຄັນຮົ່ມ​ສຽບ​ລົງ​ໄປ​ໃນ​ຟອງ​ນ້ຳ ຈະ​ຊ່ວຍ​ດູດຊັບ​ນ້ຳ​ຝົນ​ບໍ່​ໃຫ້​ຢອດ​ເປື້ອນເຮືອນ​ໄດ້​ແບບ​ສະບາຍ​ໆ
    7. ລ້າງ​ເລັບ​ແບບ​ທັນ​ໃຈ
    ລ້າງ​ເລັບ​ວິທີ​ທຳມະດາ​ອາດຈະ​ເສຍ​ເວລາ​ເກີນ​ໄປ ມາ​ລອງ​ໃຊ້​ວິທີ​ທີ່​ວ່ອງໄວ​ກວ່າ​ນັ້ນ​ເບິ່ງ ໂດຍ​ນຳ​ຟອງ​ນ້ຳ​ມາ​ມ້ວນ​ແລ້ວ​ຍັດ​ລົງ​ໄປ​ໃນ​ແກ້ວ ຈາກ​ນັ້ນ​ເທ​ນ້ຳ​ຢາ​ລ້າງ​ເລັບ​ລົງ​ໄປ​ໃຫ້​ຊຸ່ມ ຫລັກ​ການ​ໃຊ້​ງານ​ບໍ່​ມີ​ຫຍັງ​ຫລາຍ​ພຽງແຕ່​ນຳ​ນິ້ວມື​ສອດ​ເຂົ້າໄປ​ແລ້ວ​ໝຸນ​ໃຫ້​ທົ່ວ​ໃນ​ຈຸດ​ທີ່​ຕ້ອງການ​ລ້າງ​ເລັບ ເທົ່າ​ນີ້​ເລັບ​ຂອງ​ເຮົາ​ກໍ​ສະ​ອາດ​ປາດສະຈາກ​ສີ​ທາ​ເລັບ​ແບບ​ງ່າຍໆເລີຍ
    8. ປ້ອງ​ກັນ​ຮອຍ​ຂູດຂີດ​
    ກ່ອນ​ທີ່​ເຈົ້າ​ຈະ​ນຳ​ໂຖດອກໄມ້​ຫລູ​ຫລາ​ໄປ​ວາງ​ເທິງ​ໂຕະ ແນະ​ນຳ​ໃຫ້​ນຳ​ຟອງ​ນ້ຳ​ຕ່ອນ​ນ້ອຍ​ໆ ໄປ​ຕິດ​ໄວ້​ທີ່​ຖານ​ເພື່ອ​ປ້ອງ​ກັນ​ຮອຍ​ຂູດຂີດ​ ອີກ​ທັງ​ຍັງ​ຊ່ວຍ​ກັນ​ກະ​ແທກ​ທັງ​ໂຖດອກໄມ້ ​ແລະ​ໂຕະ​ບໍ່​ໃຫ້​ເກີດ​ຮ່ອງ​ຮອຍ​ກວນ​ໃຈ​ໄດ້
    9. ອຸດ​ຊ່ອງ​ບໍ່​ໃຫ້​ແອອອກ
    ເຄີຍ​ເປີດ​ແອແລ້ວ​ຮູ້ສຶກ​ບໍ່​ຄ່ອຍ​ເຢັນ​ບໍ່ ນັ້ນ​ອາດ​ເປັນ​ເພາະ​ສາ​ເຫດ​ທີ່​ມີ​ຈຸດ​ໃດ​ຂອງ​ເຮືອນ​ປິດ​ບໍ່​ແໜ້ນ ເຊັ່ນ ຊ່ອງ​ລະບາຍ​ອາ​ກາດ ຫລື​ຊ່ອງ​ປ່ອງຢ້ຽມ​ເປັນ​ຕົ້ນ ລອງ​ນຳ​ຟອງ​ນ້ຳ​ຂະໜາດ​ພໍ​ເໝາະ​ມາ​ອັດ​ຊ່ອງ​ເຫລົ່າ​ນັ້ນ​ໄວ້ ເພື່ອ​ບໍ່​ໃຫ້​ອາ​ກາດ​ເຢັນ​ໄຫລ​ອອກ​ໄປ​ໄດ້ ພຽງເທົ່ານີ້​ແອກໍ​ເຢັນ​​ຂຶ້ນ​ແລ້ວ
    10. ເຮັດ​ເລັບ​ຕີນ​ງ່າຍໆໄດ້​ເອງ
    ຜູ້ຍິງ​ຫລາຍ​ຄົົນທີ່​ຮັກສາຄວາມ​ງາມ​ຂອງ​ເລັບ​ຕີນ ມັກ​ຈະ​ພົບ​ກັບ​ບັນຫາ ເວລາ​ທາ​ເລັບ​ຕີນ​ດ້ວຍ​ຕົວ​ເອງ​ຍາມໃດ​ສີ​ເປື້ອນ​ຈົນ​ເບື່ອ​ໜ່າຍ​ທຸກ​ເທື່ອ ເຊົາກັງວົນ​ໄດ້​ເລີຍ​ຖ້າ​ເຮືອນ​ເຈົ້າ​ມີ​ຟອງ​ນ້ຳ ນຳ​ມາ​ຕັດ​ແລ້ວ​ສອດ​ໄວ້​ລະຫວ່າງ​ນິ້ວ​ຕີນ​ກ່ອນ​ທາ​ສີ​ເລັບ ແລະ​ ຄ່ອຍ​ໆ​ທາ ຈາກ​ນັ້ນ​ປ່ອຍ​ໃຫ້​ແຫ້ງ ກໍ​ງາມ​ໄດ້​ບໍ່​ຕ້ອງ​ງໍ້​ຮ້ານ​ເຮັດ​ເລັບ​ເລີຍ
    ເມື່ອ​ຮູ້​ແບບ​ນີ້​ແລ້ວ​ວ່າ​ຟອງ​ນ້ຳ​ສາມາດ​ນຳ​ມາ​ໃຊ້​ປະໂຫຍດ​ໄດ້​ຫລາກ​ຫລາຍ ກໍ​ຢ່າ​ລືມ​ນຳ​ມາ​ປັບ​ໃຊ້​ເພື່ອ​ໃຫ້​ຊີວິດ​ງ່າຍ​ຂຶ້ນ ແລະ ​ທີ່​ສຳຄັນ​ປະ​ຫຍັດ​ເງີນ​ໃນ​ກະ​ເປົ໋າ​ອີກ​ດ້ວຍ​

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...