spot_img
Homeຂ່າວຕ່າງປະເທດອອສເຕຣເລຍ ຄູມໄຟປ່າໄດ້ເກືອບໝົດແລ້ວ !

ອອສເຕຣເລຍ ຄູມໄຟປ່າໄດ້ເກືອບໝົດແລ້ວ !

Published on

929452

ໜ່ວຍດັບເພີງ ອອສເຕຣເລຍ ລະບຸຄວບຄູມໄຟປ່າໄດ້ແລ້ວ 85 ສ່ວນຮ້ອຍແຕ່ຍັງຫວັ່ນວ່າ ຄື່ນຄວາມຮ້ອນຈະເຮັດໃຫ້ໄຟປ່າໄໝ້ເພີ່ມຂຶ້ນອີກ

ສໍານັກຂ່າວຕ່າງປະເທດລາຍງານຂ່າວຈາກເມືອງແອດີເລດຣັຊເຊົາທ໌ ອອສເຕຣເລຍ ເມື່ອວັນທີ່ 7 ມັງກອນ ວ່າ ທາງການອອສເຕຣເລຍ ຄູມໄຟປ່າໃນທາງໃຕ້ຂອງປະເທດໄດ້ສ່ວນໃຫຍ່ແລ້ວ  ແຕ່ຍັງເຝົ້າລະວັງໄຟປ່າເກີດຂຶ້ນມາອີກ ເນື່ອງຈາກຄື່ນຄວາມຮ້ອນຈະເຮັດໃຫ້ອຸນຫະພູມສູງຂຶ້ນ.

ໜ່ວຍດັບເພີງປະຈໍາລັດເຊົາທ໌ອອສເຕຣເລຍລາຍງານວ່າ ຕອນນີ້ເຈົ້າໜ້າທີ່ຄວບຄູມໄຟປ່າໃນບໍລິເວນແອດີເລດຮີດລ໌ ໄດ້ແລ້ວ 85 ສ່ວນຮ້ອຍຂອງພີ້ນ ທີ່ແຕ່ຄາດວ່າອຸນຫະພູມຈະເພີ່ມສູງຂຶ້ນເປັນ 38 ອົງສາ ທ່ານ ສະກອດຕ໌ເທີຣ໌ເນີຣ໌ ເຈົ້າໜ້າທີ່ດັບເພີງກ່າວວ່າ ເຮົາຄວບຄູມໄດ້ເກືອບໝົດ ແຕ່ຍັງມີຄວາມສ່ຽງທີ່ໄຟປ່າຈະລູກເພີ່ມຂຶ້ນອີກຄັ້ງ ໃນບາງພື້ນທີ່ ທີ່ຍັງບໍ່ໄໝ້ ທັງນີ້ພະນັກງານດັບເພີງປະມານ 500 ຄົນເຂົ້າທໍາລາຍ ໄຟທີ່ເຜົາໄໝ້ທໍາລາຍພື້ນທີ່ປ່າໄມ້ ແລະ ເຄື່ອງປູກ77.220 ໄລ່ ໃນເມົານ໌ທອຟຕີ້ ເຣນຈ໌ ທາງຕາເວັນອອກຂອງເມືອງແອດີເລດ, ຢ່າງໃດກໍ່ຕາມໄຟປ່າເຜົາທໍາລາຍ ແລະ ສ້າງຄວາມເສຍຫາຍແກ່ອາຄານປະມານ 167 ຫຼັງລວມທັງບ້ານເຮືອນ 38 ຫຼັງ ນັບຕັ້ງແຕ່ໄຟປ່າເລີ່ມລູກໄໝ້ເມື່ອວັນສຸກທີ່ແລ້ວ.

ທ່ານ ສະກອດຕ໌ເທີຣ໌ເນີຣ໌ ເຈົ້າໜ້າທີ່ດັບເພີງກ່າວ ຕື່ມອີກວ່າເຈົ້າໜ້າທີ່ດັບເພີງໄດ້ລະດົມເຄື່ອງມືເພີ່ມຂ໊ນອີກ ລວມທັງເຄື່ອງບິນຖີ້ມສານສະກັດໄຟ ກ່ອນທີ່ອຸນຫະພູມຈະສູງຂຶ້ນ ແລະ ການປ່ຽນແປງຂອງກະແສລົມ.

>>http://www.dailynews.co.th/Content/foreign

ບົດຄວາມຫຼ້າສຸດ

ມອບຜູ້ຖຶກຫາ ແລະ ເຄື່ອງຂອງກາງສັດປ່າຫວງຫ້າມ ໃຫ້ກອງກວດກາປ່າໄມ້ ແຂວງຄຳມ່ວນ.

ຂ່າວ ປກສ ແຂວງຄຳມ່ວນ ລາຍງານວ່າ: ໃນວັນທີ 19 ກັນຍາ 2024 ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫລວດສິ່ງແວດລ້ອມ ປກສ ແຂວງຄຳມ່ວນ ໄດ້ມອບຜູ້ຖຶກຫາຈຳນວນ 02...

ການພົບປະສອງຝ່າຍ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຈີນ

ໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ ພົບປະສອງຝ່າຍກັບທ່ານ...

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)