spot_img
Homeນານາສາລະວິທີແກ້ເມົາລົດແບບງ່າຍໆ ທຸກຄົນເຮັດເອງໃດ້ !

ວິທີແກ້ເມົາລົດແບບງ່າຍໆ ທຸກຄົນເຮັດເອງໃດ້ !

Published on

download สสส

ຜົນການທ່ອງທ່ຽວຂອງຫຼາຍໆຄົນອາກຈະບໍ່ມີຄວາມສຸກແນ່ນອນ ຖ້າຫາກທ່ານມົວແຕ່ເມົາລົດຢູ່ ແຕ່ສໍາລັບນັກທ່ອງທ່ຽວທີ່ມີຄວາມຊໍານານ ແລ້ວເຂົາຈະມີວິທີປ້ອງກັນຕົວເອງບໍ່ໃຫ້ເມົາລົດໄດ້! ໄປເບິ່ງພ້ອມກັນ.

1, ເບິ່ງໄປທາງໜ້າ

ຂໍ້ຫ້າມຂອງການນັ່ງລົດທາງໄກ ຄືບໍ່ຕ້ອງກົ້ມໜ້າອ່ານໜັງສືພີມ ຫຼື ຈ້ອງເບີ່ງແຕ່ໜ້າໜ້າໂທລະສັບໂດຍການຫຼິ້ນເກັມ ການກົ້ມໜ້າຂະເຮັດໃຫ້ເລືອດໄປລ້ຽງສະໝອງບໍ່ສະດວກ ແລະ ຈະກໍ່ໃຫ້ເກີດອາການປວດຮາກ ຕາມມາ.

2, ຢຸດພັກເມື່ອມີໂອກາດ

ຖ້າສໍາລັບຜູ້ທີ່ມັກເມົາລົດບໍ່ຄວນນັ່ງລັດເປັນເວລາຍາວນານຈົນເກີນໄປ ຖ້າເປັນໄປໄດ້ຄວນບອກໃຫ້ໂຊເຟີ ຢຸດພັກເປັນໄຍລະ ອາດຈະເຂົ້າຫ້ອງນໍ້າ ຫຼື ຍ່າງຢືດເສັ້ນຢືດສາຍ ເພື່ອປ່ຽນອະລິຍະບົດ ເຮັດໃຫ້ເລືອດລົມໄຫຼວຽນໄດ້ສະດວກຂຶ້ນ.

3, ການນັ່ງເທີງລົດ

ສ່ວນທ້າຍຂອງລົດຈະເປັນສ່ວນທີ່ໄດ້ຮັບແຮງກະທົບຂອງລົດຫຼາຍກວ່າສ່ວນໜ້າ ຄົນທີ່ນັ່ງສ່ວນທ້າຍຂອງລົດຈຶ່ງສ່ຽງກັບການເມົາຫຼາຍກວ່າ ເພາະສະນັ້ນຄວນມາລົດກ່ອນ ແລະ ຈອງບ່ອນນັ່ງທາງໜ້າໄວ້ກ່ອນໝູ່.

4, ຢ່່າກິນເຕັມທີ່

ການກິນອາຫານເຕັມທ້ອງຈະມີສ່ວນເຮັດໃຫ້ທ່ານ ຮູ້ສຶກປວດຮາກຫຼາຍຂຶ້ນ ຖ້າຮູ້ວ່າຈະຕ້ອງເດີນທາງໄກ ສໍາລັບຜູ້ທີ່ມັກເມົາລົດຈຶ່ງບໍ່ຄວນກິນຫຼາຍກິນພໍຮອງທ້ອງ ເລັກໆໜ້ອຍໆກໍ່ພໍ.

5, ເປີດແວ່ນລົດໃຫ້ອາກາດຖ່າຍເທ.

ອັອກຊີເຈັນ ຈະຊ່ວຍໃຫ້ສະໝອງແຈ່ມໃສ ຫຼຸດຜ່ອນອາການເມົາລົງໄປໄດ້ ເຖິງແມ່ນວ່າຈະນັ່ງຢູ່ບ່ອນໜ້າຕ່າງທີ່ປິດແໜ້ນ ແຕ່ກໍ່ຄວນທີ່ຈະເປີດເປັນບາງຄັ້ງຄາວ ໃຫ້ລົມຂ້າງນອກໄດ້ພັດເອົາອັອກຊີເຈັນເຂົ້າມາໃນລົດ ຖ້ານັ່ງລົດທີ່ມີຜູ້ໂດຍສານແອອັດ ຍິ່ງຈໍາເປັນຕ້ອງເປີດໜ້າຕ່າງ ເລື່ອຍໆ ໃຫ້ອາດຖ່າຍເທສະດວກ.

      ພຽງເທົ່ານີ້ ທ່ານກໍ່ຈະຫຼຸດຜ່ອນຄວາມສ່ຽງຕໍ່ການປວດຮາກ ແລະ ຂາຍເຂົ້າປຽກຢູ່ເທີງລົດແລ້ວ !

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...