spot_img
Homeຂ່າວຕ່າງປະເທດສິງ ທຸ່ມເງິນ 200 ລ້ານປອນດ໌ ເພື່ອດືງ ເມສຊີ ມາຮ່ວມທີມ

ສິງ ທຸ່ມເງິນ 200 ລ້ານປອນດ໌ ເພື່ອດືງ ເມສຊີ ມາຮ່ວມທີມ

Published on

ii jj

ສື່ອັງກິດອອກຂ່າວວ່າ ເຊລຊີ ພ້ອມລ່າຕົວ ລີໂອເນລ ເມສຊີ ຈາກ ບາຣ໌ເຊໂລນ່າ ດ້ວຍເງິນ 200 ລ້ານປອນດ໌ ເຜີຍເປັນຄວາມປະສົງຂອງທ່ານ ໂຣມັນ ອົບຣາໂມວິຊ

ແດລີ ສະຕາຣ໌ ສື່ດັ່ງຂອງອັງກິດ ອອກຂ່າວເມື່ອວັນທີ 3 ມັງກອນ ທີ່ຜ່ານມາ ທີມເຊລຊີ ສະໂມສອນຈ່າຝຸງພຣີມຍລີກ ອັງກິດ ອາກຈະທຸ່ມເງິນຈໍານວນມະຫາສານເຖິງ 200 ລ້ານປອນດ໌ ເພື່ອຂໍຊື່ຕົວ ລີໂອເນລ ເມສຊີ ຍອດກອງໜ້າຊາວ ອາເຈນຕີນ່າ ຂອງ ບາຣ໌ເຊໂລນ່າ ສະໂມສອນຍັກໃຫຍ່ ລາລີກາ ສະເປນ  ພາຍໃນເດືອນນີ້

ເຊລຊີ ຕົກເປັນຂ່າວທີ່ກ່ຽວກັບ ເມສຊີ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າບໍ່ດົນມານີ້ ກຸນຊື ໂຊເຊ່ ມູຣິນໂຢ ອອກມາແກ່ຂ່າວລືດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ພ້ອມກັບອ້າງວ່າເຊລຊີ ບໍ່ມີໂອກາດໄດ້ເຊັນສັນຍາກັບດາວເຕະເຈົ້າຂອງບັນລົງດໍຣ໌ 4 ສະໄໝຢູ່ແລ້ວ

ຢ່າງໃດກໍ່ຕາມລ່າສຸດ ແດລີ ສະຕາຣ໌ ລາຍງານວ່າ ໂຣມັນອົບຣາໂມວິຊ ເຈົ້າຂອງສະໂມສອນເຊລຊີ ຕ້ອງການທີ່ຈະຄວ້າຕົວ ສະຕາຣ໌ ທີມຊາດອາເຈນຕີນ່າ ໄວ 27 ປີ ມາຮ່ວມທີມໃນຖິ່ນ ສະແຕມຟອຣ໌ດ ບຣິດຈ໌ ໃຫ້ໄດ້  ແລະ ກໍ່ອາດຈະມີການຍື່ນເງິນລະດັບ 200 ລ້ານປອນດ໌ ໄປສະເໜີຕໍ່ ບາຣ໌ຊ່າ ພາຍໃນເດືອນນີ້

ທັງນີ້ ເມສຊີ ລົງຫຼິ້ນໃຫ້ບາຣ໌ເຊໂລນ່າ ໄປແລ້ວທັງໝົດ 447 ນັດ ສັດປະຕູໄດ້ 377 ປະຕູ ນັບຕັ້ງແຕ່ເລື່ອນຂຶ້ນສູ່ທີມຊຸດໃຫຍ່ ເມື່ອປີ 2004

>>http://www.siamsport.co.th/football/premierleague/view.php?code=150104061331

ບົດຄວາມຫຼ້າສຸດ

ສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສ.ເກົາຫຼີ ມອບພາຫະນະ ແລະ ເຄື່ອງຮັບໃຊ້ ໃຫ້ກະຊວງ ປກສ ລາວ

ວັນທີ 20 ກັນຍາ 2024, ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບຄະນະສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ສາທາລະນະລັດເກົາຫຼີ...

ຈະປ່ອຍນ້ຳ ເຂື່ອນໄຟຟ້ານ້ຳງື່ມ 2 ແຕ່ວັນທີ 21 ກັນຍາ 2024 ເປັນຕົ້ນໄປ

ອີງຕາມແຈ້ງການຂອງບໍລິສັດໄຟຟ້ານໍ້າງື່ມ 2 ຈຳກັດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງສະຖານະການຂອງປະລິມານນໍ້າໃນອ່າງເກັບນໍ້າງື່ມ 2 ຄາດຄະເນການເປີດປະຕູລະບາຍນໍ້າ. (ອ່ານລາຍລະອຽດລຸ່ມນີ້)

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)