spot_img
Homeຂ່າວຕ່າງປະເທດລົດຕິດເທິງຂົວມິດຕະພາບລາວ - ໄທ I ຍາວກ່ວາ 3 ກິໂລແມັດ ຄັ້ງທຳອິດ ໃນປະຫວັດສາດ!

ລົດຕິດເທິງຂົວມິດຕະພາບລາວ – ໄທ I ຍາວກ່ວາ 3 ກິໂລແມັດ ຄັ້ງທຳອິດ ໃນປະຫວັດສາດ!

Published on

B6CHF1YCcAALNxa

 

ລົດຕິດເທິງຂົວມິດຕະພາບລາວ – ໄທ ຍາວກ່ວາ 3 ກິໂລແມັດ ຕິດໜັກເປັນປະຫວັດສາດ ນັບຕັ້ງແຕ່ສ້າງຂົວເປັນຕົ້ນ

ມາ ສາເຫດຍ້ອນລົດຂົນສົ່ງສິນຄ້າໄທ ເລັ່ງສົ່ງອອກສິນຄ້າມາລາວ ກ່ອນມື້ປີໃໝ່.

 

ມື້ວານນີ້ (29 ທັນວາ) ສຳນັກຂ່າວໄທ ໄດ້ລາຍງານວ່າ ໃນຂະນະທີ່ປະຊາຊົນຊາວໄທ ກຳລັງທະຍອຍກັນກັບຄືນພູມລຳເນົາ

ໃນເທດສະການສະເຫລີມສະຫລອງປີໃໝ່ ເປັນຈຳນວນຫລວງຫລາຍນັ້ນ, ຢູ່ທີ່ແຂວງໜອງຄາຍ ໃນຕອນບ່າຍຂອງວັນ

ທີ 29 ທັນວາຜ່ານມານີ້ ກໍເກີດເຫດການລົດຕິດເທິງຂົວມິດຕະພາບໄທ – ລາວ I ເຊິ່ງແກ່ຍາວຕັ້ງແຕ່ເວລາ 13:00​ ໂມງ

ຈົນເຖິງເວລາ 15:00 ໂມງ ໂດຍຕິດຍາວຕັ້ງແຕ່ຝັ່ງຂາອອກ ດ່ານໜອງຄາຍ ໄປຈົນຮອດດ່ານສາກົນ ຂົວມິດຕະພາບ

ລາວ – ໄທ I ນະຄອນຫລວງວຽງຈັນ ສປປ ລາວ ເຊິ່ງກິນໄລຍະທາງຍາວກ່ວາ 3 ກິໂລແມັດ.

 

ທັງນີ້ ຈາກເຫດການລົດຕິດດັ່ງກ່າວ ໄດ້ເຮັດໃຫ້ຂະບວນລົດໄຟ ທີ່ມີກຳນົດເດີນທາງຈາກແຂວງໜອງຄາຍ ຂ້າມມາຍັງ

ນະສະຖານີທ່ານາແລ້ງ ຂອງ ສປປ ລາວ ບໍ່ສາມາດອອກເດີນທາງໄດ້ ເຮັດໃຫ້ຜູ້ໂດຍສານໂດຍສ່ວນໃຫຍ່ທີ່ເປັນຊາວຕ່າງ

ປະເທດ ຕັດສິນໃຈລົງຈາກລົດໄຟ ແລ້ວຍ່າງຂ້າມຂົວມິດຕະພາບ ຂ້າມມາຝັ່ງລາວດ້ວຍຕົນເອງ, ພ້ອມກັນນັ້ນ ຍັງປະ

ກົດມີຜູ້ໂດຍສານທີ່ມານຳລົດເມ ກໍຕັດສິນໃຈລົງຍ່າງເຊັ່ນດຽວກັນ.

 

ສຳລັບສາເຫດທີ່ພາໃຫ້ມີລົດຕິດແກ່ຍາວດັ່ງກ່າວນີ້ ແມ່ນເນື່ອງຈາກມີຜູ້ປະກອບການສົ່ງອອກຂອງໄທ ເລັ່ງຂົນສົ່ງສິນ

ຄ້າອອກໄປ ສປປ ລາວ ກ່ອນມື້ພັກປີໃໝ່ສາກົນນີ້ ຈິ່ງເຮັດໃຫ້ລົດຂົນສົ່ງສິນຄ້າ ທີ່ອອກຈາກປະເທດໄທ ຈະຂ້າມມາຍັງ

ນະຄອນຫລວງວຽງຈັນນັ້ນ ມີຈຳນວນເພີ່ມຂຶ້ນຫລາຍກ່ວາປົກກະຕິເຖິງ 3 ເທົ່າ ຄືບໍ່ຕ່ຳກ່ວາ 1,000 ຄັນ ຈິ່ງເຮັດໃຫ້ມີ

ສະພາບລົດຕິດແກ່ຍາວເປັນຄັ້ງທຳອິດໃນປະຫວັດສາດ ນັບຕັ້ງແຕ່ມີການເປີດນຳໃຊ້ຂົວມິດຕະພາບລາວ – ໄທ I ເປັນ

ຕົ້ນມາ.

 

B6CHI1FCYAA_avV

B6CHI8tCYAAeES1

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...