spot_img
Homeຄວາມງາມລະດູໜາວ​ນີ້​ຕ້ອງ​ມີ​ຜົມ​ງາມ

ລະດູໜາວ​ນີ້​ຕ້ອງ​ມີ​ຜົມ​ງາມ

Published on

ff

   ລະດູໜາວ​ເຂົ້າ​​ມາ​ທຸກ​ມື້ ຫລາຍ​ແຂວງ​ກໍ​ໜາວ​ຫລາຍ​ແລ້ວ​ ສາວໆ ຫລາຍ​ຄົນ​ກໍ​ຄົງ​ມີ​ໂປ​ແກມ​ໄປ​ທ່ຽວຕອນ​ນີ້​ນອກ​ຈາກ​ໜ້າ​ງາມ,ຊຸດ​ງາມ​ແລ້ວ ອີກ​ຢ່າງ​ທີ່​ເຮົາ​ກໍ​ຕ້ອງ​ເບິ່ງແຍງ​ໃຫ້​ງາມ​ຢູ່​ສະເໝີ ກໍ​ຄື ຜົມ” ຂອງ​ເຮົາ​ນັ້ນ​ເອງ ລະດູ​ໜາວ​ເຮົາ​ກໍ​ຕ້ອງ​ມີ​ການ​ເບິ່ງແຍງ​ຜົມ​ທີ່​ພິເສດ​ຫລາຍກວ່າ​ເດີມ​ນຳ ໃນ​ໜ້າ​ໜາວ​ແບບ​ນີ້ ຕໍ່​ໃຫ້​ອາ​ກາດ​ຈະ​ເຢັນ​ຫລາຍປານ​ໃດ​ກໍ​ຕາມ ແຕ່​ແດດ​ໄລຍະ​ກາງເວັນ​ ແຮງ!!! ສຸດໆໄປ​ເລີຍ ເພາະ​ສະ​ນັ້ນຜົມ​ເຮົາ​ຕ້ອງ​ຜະເຊີນ​ທັງ​ກັບ​ຄວາມ​ໜາວ​ເຢັນ​ຈາກ​ອາ​ກາດ​ ແລະ​ ກໍ​ຄວາມ​ຮ້ອນ​ຈາກ​ແສງ​ແດດ​ອີກ​ດ້ວຍ

ການ​ເບິ່ງແຍງ​ເສັ້ນ​ຜົມ​ໃຫ້​ເງົາງາມ

– ເລືອກ​ຢາສະຜົມ​ທີ່​ມີ​ຄ່າ pH ເປັນ​ກາງ ທີ່​ສາມາດ​ເຮັດ​ຄວາມ​ສະ​ອາດ​ໄດ້​ຢ່າງ​ອ່ອນ​ໂຍນ ໂດຍ​ບໍ່​ເຮັດໃຫ້​ຜົມ​ແຫ້ງ

– ຫລີກ​ລ້ຽງ​ການ​ໃຊ້​ນ້ຳ​ອຸ່ນ​ສະ​ຜົມ ເພາະ​ຈະ​ເຮັດໃຫ້​ໜັງ​ຫົວ​ແຫ້ງ​ລອກ​ເປັນ​ຂຸຍ

– ຄວນ​ໃຊ້ Oil ໝັກ​ຜົມ​ເພື່ອ​ຄວາມ​ຊຸ່ມ​ຊື້ນ​ກ່ອນ​ສະ ແລະ​ບໍ່​ຄວນ​ສະ​ຜົມ​ເລື້ອຍ​ຈົນ​ເກີນ​ໄປ

– ເວລາ​ສະ​ຜົມ​ໃຫ້​ນວດ​ໜັງ​ຫົວ​ໄປ​ນຳ ເພື່ອ​ຊ່ວຍ​ໃຫ້​ເກີດ​ການ​ໝຸນ​ວຽນ​ເລືອດ​ທົ່ວ​ບໍລິເວນ​ໜັງ​ຫົວ

– ຫລັງ​ການ​ສະ​ຜົມ ຄວນ​ເຮັດຜົມ​ໃຫ້​ແຫ້ງ​ກ່ອນ​ຫວີ ເພາະ​ການ​ຫວີ​ຂະນະ​ທີ່​ຜົມ​ປຽກ​ຈະ​ເຮັດໃຫ້​ເສັ້ນ​ຜົມ​ຂາດ​ງ່າຍ

– ໝັ່ນ​ໝັກ​ບຳ​ລຸງ​ເສັ້ນ​ຜົມ​ດ້ວຍ​ທຣີດ​ເມັນ​ທີ່​ມີ​ສ່ວນ​ປະສົມ​ຂອງ​ມອຍຊ໌​ເຈີ​ໄລ​ເຊີລ໌​ເຂັ້ມ​ຂຸ້ນ ທີ່​ຊ່ວຍ​ເພີ່ມ​ນ້ຳ​ໜັກ​ໃຫ້​ກັບ​ເສັ້ນ​ຜົມ

– ຫລີກ​ລ້ຽງ​ການ​ໃຊ້​ຄວາມ​ຮ້ອນ​ສູງ​ຈາກ​ການ​ໄດຜົມ ໜີບ​ຜົມ ເພື່ອ​ຈັດ​ຊົງ​ຜົມ​ຕ່າງໆ

– ກ່ອນ​ອອກ​ຈາກ​ບ້ານ ຈຶ່ງ​ຄວນ​ສີດ​ພົມ​ເຊ​ລ່ຳ​ບຳ​ລຸງ​ຜົມ ໃຫ້​ທົ່ວ​ເສັ້ນ​ຜົມ ເພື່ອ​ຊ່ວຍ​ປົກ​ປ້ອງ​ຈາກ​ຄວາມ​ຮ້ອນ​ແລະ​ສະພາບ​ແວດ​ລ້ອມ

– ຫາກ​ຕ້ອງ​ຜະເຊີນ​ກັບ​ແສງ​ແດດ​ໂດຍ​ກົງ​ໃຫ້​ໃຊ້​ໝວກ​ປ້ອງ​ກັນ​ລັງສີ​ຍູ​ວີ​ຈາກ​ການ​ຮັບ​ແສງ​ແດດ​ຈັດ

– ໃນ​ລະຫວ່າງ​ມື້ ຄວນ​ດື່ມ​ນ້ຳ​ຫລາຍ​ໆ ເພື່ອ​ຄືນ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ກັບ​ເສັ້ນ​ຜົມ

– ເລືອກ​ຮັບປະທານ​ອາຫານ​ທີ່​ມີ​ສານ​ອາຫານ​ຊ່ວຍ​ບຳ​ລຸງ​ສຸຂະ​ພາບ​ຜົມ ເນັ້ນ​ການ​ຮັບປະທານ​ອາຫານ​ທີ່​ມີ​ໂປ​ຕີນ​ສູງ ສານ​ອາຫານ​ປະ​ເພດ​ທາດ​ເຫລັກ ແລະ​ ວິ​ຕາ​ມິນ​ຊີ​ເສີມ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...