spot_img
Homeຄວາມງາມເລື່ອງ “ ໄຂ່ ” ທີ່​ທ່ານອາດ​ບໍ່ຮູ້

ເລື່ອງ “ ໄຂ່ ” ທີ່​ທ່ານອາດ​ບໍ່ຮູ້

Published on

index

Eggsotic Beauty : ໄກ່​ງາມ​ເພາະ​ຂົນ ຄົນ​ງາມ​ເພາະ “ ໄຂ່ ” ກັບ​ເຄັດ​ລັບ​ທີ່​ເຈົ້າ​ອາດ​ບໍ່ເຄີຍຮູ້

ຕອນ​ນີ້​ເວລາ​ນີ້​ຖ້າ​ໃຜ​ປະ​ສົບ​ບັນຫາ​ຜົມ​ແຫ້ງ​ແຕກ​ປາຍ​ຢູ່​ ແທນ​ທີ່​ເຈົ້າ​ຈະ​ເປີດ​ກະ​ເປົ໋າ​ເງິນເພື່ອ​ຊື້​ຄີມ​ນວດ​ກ໋ອງ​ໃໝ່ ເຮົາ​ຂໍ​ແນະ​ນຳ​ໃຫ້​ເຈົ້າ “ເຕາະ” ເປືອກ​ໄຂ່​ແທນ​ກັນ​ກ່ອນ​ດີກວ່າ
ເພາະ​ວ່າ​ພາຍ​ໃນ​ໄຂ່​ມີ​ໂປ​ຕີນ​ຊະນິດ​ໃກ້​ຄຽງ​ກັບ​ຂອງ​ເສັ້ນ​ຜົມ ດ້ວຍ​ເຫດ​ນີ້​ໄຂ່​ຈຶ່ງ​ເປັນ​ຕົວ​ເລືອກ​ທີ່​ເໝາະ​ທີ່​ຈະ​ໃຊ້​ແທນ​ຄອນ​ດິ​ຊັນ​ເນີ​ແລະ​ມາດ ບຳ​ລຸງ​ຜົມ ພຽງ​ແຕ່ນຳ​ໄຂ່​ແດງ​ມາ​ປະສົມ​ກັບ​ນ້ຳ​ມັນ​ໝາກ​ກອກ​ໜ້ອຍໜຶ່ງ​ຕີ​ໃຫ້​ເຂົ້າ​ກັນ​ແລ້ວ​ມາ​ລົງ​ເທິງ ເສັ້ນ​ຜົມ ແຕ່​ຖ້າ​ຢ້ານ​ຫົວ​ເໝັນ​ຫືນ​ກໍ​ສາມາດ​ເຕີມ​ນ້ຳ​ມັນ​ຫອມ​ລະ​ເຫຍ​ເພີ່ມ​ກິ່ນ​ອະ​ໂລ​ມາ​ເຂົ້າໄປ​ໄດ້ ຫລື ​ເພີ່ມ​ໄຂ່​ແດງ​ອີກ 1 ຫນ່ວຍ​ສຳລັບ​ຜົມ​ແຫ້ງ​ຫລາຍ ກ່ອນ​ຈະ​ຖິ້ມ​ໄວ້​ປະ​ມານ 20 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸ່ນ ເທົ່າ​ນີ້​ຜົມ​ເຈົ້າ​ກໍ​ຈະ​ນຸ່​ມສວຍ​ງາມ​
ແຕ່​ດ໋ຽວ​ກ່ອນ! ຂໍ້​ດີ​ຂອງ​ໄຂ່​ຍັງ​ບໍ່​ໝົດ​ທໍ່​ນັ້ນ ເພາະ​ໄຂ່​ຍັງມີ​ສ່ວນ​ປະກອບ​ສຳຄັນ​ໃນ​ການ​ບຳ​ລຸງ​ຜິວ ກ່າວ​ກັນ​ວ່າ ຫາກ​ເອົາ​ໄຂ່​ຂາວ​ປະສົມ​ນ້ຳ​ແລ້ວ​ລ້າງ​ໜ້າ​ກໍ​ຈະ​ເຮັດໃຫ້​ໜ້າ​ໃສ​ ແລະ ​ລຸດ​ຂະໜາດ​ຂອງ​ຮູຂຸມ​ຂົນ​ໄດ້​ຢ່າງ ຊະນິດ ໃນ​ຂະນະ​ທີ່​ໄຂ່​ແດງ​ຈະ​ອຸດົມ​ໄປ​ດ້ວຍ​ວິ​ຕາ​ມິນ​ເອ ຈຶ່ງ​ມີ​ສ່ວນ​ຊ່ວຍ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ປະ​ດຸດ​ມອຍ​ເຈີລ໌​ໄລ​ເຊີ ຊຶ່ງ​ວິທີ​ກໍ​ບໍ່​ຕ່າງ​ກັນ ຄື​ປະສົມ​ນ້ຳ​ແລ້ວ​ລ້າງ​ໜ້າ​ກໍ​ເປັນ​ອັນ​ສຳເລັດ
ໄຂ່​ຂອງ​ສາວໆ ກ້ຽງ​ຕູ້​ເຢັນ​ກໍ​ຄາວ​ນີ້!

– “ໄຂ່​ຂາວ” ສຸດ​ຍອດ​ນັກ​ກຳຈັດ​ຄາບ

ຈາກ​ປະໂຫຍດ​ຂອງ​ໄຂ່​ໃນ​ຂໍ້​ທີ່​ຜ່ານມາ ເຮົາ​ຄົງ​ເຫັນ​ພ້ອງ​ຕ້ອງ​ກັນ​ວ່າ “ໄຂ່​ຂາວ” ນັ້ນ​ດີ​ຕໍ່ “ຜິວ​ພັນ” ແຕ່​ຄວາມ​ເປັນ​ຈິງ​ແລ້ວ​ໄຂ່​ຍັງ​ດີ​ຕໍ່ “ໜັງ” ອີກ​ດ້ວຍ

ຄຸນສົມບັດ​​ຂອງ​ໄຂ່​ຂາວ​ຢູ່​ທີ່​ຄວາມ​ສາມາດ​ໃນ​ການ​ກຳຈັດ​ຄາບ ເນື່ອງ​ຈາກ​ຄວາມ​ໜຽວ​​ຂອງ​ໄຂ່​ຈະ​ຊ່ວຍ​ດຶງ​ສິ່ງ​ເປື້ອນສົກກະປົກ​ໃຫ້​ຫລຸດ​ລອກ​ໄດ້​ງ່າຍ ໂດຍ​ສະເພາະ​ເຄື່ອງ​ໜັງ​ທັງ​ຫລາຍ​ແຫລ່ ບໍ່​ວ່າ​ຈະ​ເປັນ​ກະ​ເປົ໋າ ເກີບ ເຂັມ​ຂັດ ໄປ​ຈົນ​ເຖິງ​ສິ່ງ​ຂອງ​ທີ່​ເປັນ​ໜັງ​ກໍ​ສາມາດ​ເຮັດ​ຄວາມ​ສະ​ອາດ​ໄດ້​ສະບາຍ​ໆ ດ້ວຍ​ການ​ໃຊ້​ໄຂ່​ຂາວ​ດິບ​ຢອດໃສ່​​ບໍລິເວນ​ທີ່​ເປັນ​ຄາບ ແລ້ວ​ຂັດ​ຄ່ອຍໆ ດ້ວຍ​ແປງ​ນ້ອຍ​ໆ ຈາກ​ນັ້ນ​ໃຫ້​ນຳ​ຜ້າ​ແຫ້ງ​ຄ່ອຍ​ໆ ຖູ​ແລ້ວ​ເຊັດ​ອອກ​ອີກ​ເທື່ອ ໃນ​ທີ່ສຸດ​ເຮົາ​ຈະ​ໄດ້​ພົບ​ກັບ​ຜົນ​ລັບ​ອັນ​ໜ້າ​ດີໃຈ ເພາະ​ຄາບເປື້ອນ​ສົກກະປົກ​ຈະ​ຫາຍ​ປານ​ເດັດ​ຖິ້ມ ແຕ່​ນັ້ນ​ຍັງ​ບໍ່​ເລີດ​ເທົ່າ​ກັບ​ການ​ທີ່​ໄຂ່​ຂາວ​ຈະ​ຖິ້ມ​ຄາບ​ບາງໆ ເອົາ​ໄວ້ ແລະ​ເຮັດໃຫ້​ເຄື່ອງ​ໜັ’ຂອງ​ເຈົ້າ​ເງົາ​ຂຶ້ນ! ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...