spot_img
Homeນານາສາລະ9 ໂລກຮ້າຍທີ່ເກີດຈາກການສູບຢາ     

9 ໂລກຮ້າຍທີ່ເກີດຈາກການສູບຢາ     

Published on

600px-No_smoking_symbol.svgsmoking-man

 

ຈາກການລາຍງານຂອງກະຊວງສາທາລະນະສຸກ ຂອງສະຫະລັດອາເມລິກາ ພົບວ່າການສູບຢາເປັນສາເຫດຂອງມະເຮັງປອດ ແລະ ໂຣກຊໍາເຮື້ອອຶ່ນໆ ເປັນຄັ້ງທໍາອິດໃນປີ ຄສ 1964     ຫຼັ້ງຈາກນັ້ນກໍ່ມີລາຍງານເຖິງໂຣກຕ່າງໆ ຊຶ່ງມີຫຼັ້ກຖານຢືນຢັນວ່າເີກດມາຈາກການສູບຢາມາເປັນໄລຍະໆ ໂດຍປີນີ້ໃນໂອກາດຄົບຮອບ 50 ປີ ມີລາຍງານຂອງທ່ານໝໍໃຫຍ່ ສະຫະລັດອາເມລິກາ ປີ 2014, ຊຶ່ງເປັນສະບັບລ່າສຸດ ໄດ້ຮັບຮອງ 9 ໂຣກໃໝ່ທີ່ເກີດຈາກການສູບຢາ ຫຼືການໄດ້ຮັບຄວັນຢາສູບຈາກຄົນອຶ່ນ ໄດ້ແກ່:

stop-smoking

1 ມະເຮັງຕັບ

2 ມະເຮັງລໍາໄສ

3 ວັນນະໂຣກ ໂດຍມີຄວາມສ່ຽງທີ່ຈະເກີດວັນນະໂລກເພີ່ມຂຶ້ນ ມີໂອກາດເສຍຊີວິດຈາກວັນນະໂລກເພີ່ມຂຶ້ນ ແລະ ເຮັດໃຫ້ວັນນະໂລກທີ່ເຄີຍເຊົາແລ້ວກັບມາເປັນໃໝ່ໄດ້

4 ເພີ່ມຄວາມສ່ຽງ ຂອງການເປັນເບົາຫວານໃນຜູ້ໃຫຍ່ 30-40% ເມື່ອທຽບກັບຄົນບໍ່ສູບຢາ

5 ຈໍຕາເຊື່ອມໂດຍຈະສໍາພັນກັບອາຍຸທີ່ເພີ່ມຂຶ້ນ

smoking-during-pregnancy-can-result-in-numerous-health-issues-during-birth-and-in-the-later-stages-of-a-childs-life

6 ​ເພດານປາກແວ່ງຕັ້ງແຕ່ເກີດ ໃນແມ່ຜູ່ທີ່ສູບຢາ

7 ເກີດການຕັ້ງທ້ອງນອກມົດລູກ

8 ໂລກຂໍ່ຣູມາຕອຍດ໌  ແລະ ພາວະພູມຕ້ານທ່ານໃນຮ່າງກາຍຫຼຸດລົງ

9 ໂລກເສັ້ນເລືອດສະໝອງຕີບ ຫຼື ແຕກຈາກການໄດ້ີັບຄວັນຢາສູບຈາກຄົນອຶ່ນ

>> ຫຼຸດຜ່ອນໂລກຮ້າຍຕ່າງໆ ດ້ວຍການຫ່າງອອກຈາກການສູບຢາ !

>> ເປັນກໍາລັງໃຈໃຫ້ທຸກຄົນເພື່ອຫຼຸດພົ້ນອອກຈາກຄວັນຢາສູບ !

 

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...