spot_img
Homeນານາສາລະເລື່ອງ​ເຂົ້າໃຈ​ຜິດ​ກ່ຽວກັບ​ການ​ໃຊ້​ຢາ

ເລື່ອງ​ເຂົ້າໃຈ​ຜິດ​ກ່ຽວກັບ​ການ​ໃຊ້​ຢາ

Published on

26_201412011544341.


     ໂດຍ​ປົກກະຕິ​ຄົນ​ລາວ​ເປັນ​ຄົົນທີ່​ມີ​ນິ​ໄສ​ງ່າຍ​ສະບາຍ​ໆຢູ່​ແລ້ວ ເມື່ອ​ຈຳ​ເປັນ​ຕ້ອງ​ໃຊ້​ຢາ​ສາ​ມັນ​ປະຈຳ​ເຮືອນ​ທີ່​ຄຸ້ນ​ເຄີຍ ຈຶ່ງ​ອາໄສ​ຄວາມ​ຄຸ້ນເຄີຍ​ ໃຊ້​ຢາ​ຕາມ​ຄຳ​ບອກ​ເລົ່າ​ຂອງ​ບຸກ​ຄົນ​ຕ່າງໆໂດຍ 4 ຂໍ້​ຫລັກໆ ທີ່​ເປັນ​ຄວາມ​ເຂົ້າໃຈ​ຜິດ​ຍອດ​ຮິດ​ກ່ຽວ​ກັບການ​ໃຊ້​ຢາທີ່​ມັກ​ພົບ​ເລື້ອຍໆ ມີ​ດັ່ງນີ້
      1. ທາ​ຢາ​ໝ໋ອງ​ທັນ​ທີ​ເມື່ອ​ຊ້ຳຂຽວຕາມຮ່າງກາຍ ເປັນ ເລື່ອງ​ຄຸ້ນເຄີຍ​​ເມື່ອ​ເກີດ​ ກະທົບ​ກະ​ແທກ​ຈົນ​ໄດ້​ຮອຍຂຽວ​​ຊ້ຳ​ ແລະ ​ປວດ ຄົນ​ສ່ວນ​ໃຫຍ່​ຈະະຈັບ​ຢາ​ໝ໋ອງ​ຂຶ້ນ​ມາ​ຖູ​ນວດ​ບັນ​ເທົາ​ອາການ​ທັນ​ທີ ແຕ່​ແທ້​ຈິງ​ແລ້ວ​ເມື່ອ​ຮ່າງກາຍ​ໄດ້ຮັບ​ແຮງ​ກະ​ແທກ ເສັ້ນ​ເລືອດ​ຝອຍ​ບໍລິເວນ​ຜິວ​ໜັງ​ຈະ​ຂາດ​ເຮັດໃຫ້​ມີ​ເລືອດ​ຄ້າງ​ເກີດ​ຂຶ້ນ ກໍ່​ໃຫ້​ເກີດ​ອາການ​ບວມ​ຊ້ຳ ແລະ ​ປວດ
ຊຶ່ງ​ຫາກ​ທາ​ຢາ​ໝ໋ອງ​ທັນ​ທີ​ຈະ​ເຮັດໃຫ້​ບວມ​ຊ້ຳຫລາຍ​ຂຶ້ນກ່ອນເກົ່າ ເພາະ​ເມື່ອ​ຂີ້​ເຜິ້ງ​ຮຸກຖູ​ກັບ​ຮ່າງກາຍ​ໂດຍ​ການ​ນວດ ຈະ​ເຮັດໃຫ້​ເກີດ​ຄວາມ​ຮ້ອນ​ ແລະ​ ສົ່ງ​ຜົນ​ໃຫ້​ເສັ້ນ​ເລືອດ​ຝອຍ​ຂະຫຍາຍ​ຕົວ ເລືອດ​ຈຶ່ງ​ຍິ່ງ​ມາ​ຄ້າງ​ບໍລິເວນ​ນັ້ນ​ຫລາຍ​ຂຶ້ນ ເຮັດໃຫ້​ບວມຊ້ຳຫລາຍ​ຍິ່ງ​ຂຶ້ນ​ອີກ​ດ້ວຍ
ການ​ປິ່ນປົວ​ທີ່​ຖືກ​ຕ້ອງ​ຄວນ​ໃຊ້​ຜ້າ​ເຢັນ​ປະ​ຄົບໃສ່ ເພື່ອ​ເຮັດໃຫ້​ເສັ້ນ​ເລືອດ​ຝອຍ​ຫົດ​ຕົວ ແລ້ວ​ອາການ​ບວມຊ້ຳ​ຈະ​ຍຸບ​ລົງ​ຢ່າງ​ວ່ອງໄວ ອີກ​ທັງ​ຄວາມ​ເຢັນ​ຍັງ​ຊ່ວຍ​ບັນ​ເທົາ​ຄວາມ​ເຈັບ​ປວດ​ລົງ​ນຳ ຫລັງ​ຈາກ​ນັ້ນ​ຈຶ່ງ​ທາ​ຢາ​ໝ໋ອງ​ທີ່​ມີ​ຕົວ​ຢາ​ລະ​ງັບ​ອາການ​ເຈັບ​ປວດ ລຸດ​ອັກ​ເສບ
  2. ຢາ​ແກ້​ໄອ​ກິນ​ຄົນ​ດຽວ​​ຍົກ​ແກ້ວກິນເລີຍ​ສະ​ດວກດີ ບໍ່ຄວນ​ກິນ​ຢາ​ແກ້​ໄອ​ຈາກ​ແກ້ວໂດຍ​ກົງ ເພາະ​ເຊື້ອ​ພະຍາດ​ຈາກ​ປາກ​ ແລະ ​ຄໍ​ຈະ​ລົງ​ໄປ​ປົນ​ໃນ​ແກ້ວ​ຢາ​ໄດ້ ນອກ​ຈາກ​ນີ້​ຂະໜາດ​ຢາ​ທີ່​ໄດ້ຮັບ​ໃນ​ແຕ່​ລະ​ເທື່ອ​ຈະ​ບໍ່​ເທົ່າ​ກັນ ເພາະ​ຈະ​ກິນ​ນ້ອຍ​ກິນ​ຫລາຍ​ບໍ່​ເທົ່າ​ກັນ ໂດຍ​ສະເພາະ​ຜູ້​ປ່ວຍ​ບາງ​ລາຍ​ຈະ​ກິນ​ຢາ​ແກ້​ໄອ​ທຸກ​ເທື່ອ​ເມື່ອ​ໄອ ອາດ​ເຮັດໃຫ້​ໄດ້ຮັບ​ຢາ​ເກີນ​ຂະໜາດ ແມ່ນ​ອາດ​ບໍ່​ເປັນ​ອັນຕະລາຍ​ຮ້າຍແຮງ​ ແຕ່​ຫາກ​ເປັນ​ຢາ​ແກ້​ໄອ​ທີ່​ມີ​ຕົວ​ຢາ​ໂຄ​ດີ​ອີນ​ເປັນ​ສ່ວນ​ປະສົມ ຫລື ​ຢາ​ແກ້​ໄອ​ນ້ຳ​ດຳ
      ຫາກ​ກິນ​ອຶກ​ໃຫຍ່​ເກີນ​ໄປ​ ຫລື​ ຖີ່​ເກີນ​ໄປ ອາດຈະ​ໄດ້​ປະລິມານ​ຢາ​ຫລາຍ​ເກີນ​ໄປ​ຈົນ​ອາດ​ກົດ​ການ​ຫາຍ​ໃຈ​ໄດ້ ການ​ໃຊ້​ຢາ​ທີ່​ຖືກ​ຕ້ອງ​ຄວນ​ໃຊ້​ບ່ວງ​ມາດຕະຖານ​ຕວງ​ຢາ​ຮັບປະທານ​ທຸກ​ເທື່ອ ແລະ​ມີ​ໄລຍະ​ຫ່າງ 4-6 ຊົ່ວ​ໂມງ​ໃຫ້​ແນ່ນອນ (1 ບ່ວງ​ກະເຟ ເທົ່າ​ກັບ 5 ຊີ​ຊີ, 3 ບ່ວງ​ກາເຟ ເທົ່າ​ກັບ 1 ບ່ວງ​ແກງ
3.
ລືມ​ກິນ​ຢາ​ມື້​ໜຶ່ງ​ລວມ​ຍອດ​ໄປ​ມື້​ຖັດ​ໄເປັນ​ເລື່ອງ​ທີ່​ບໍ່​ຄວນ​ເຮັດ​ຢ່າງ​ຍິ່ງ ການ​ກິນ​ຢາ​ແບບ​ລວມ​ຍອດ​ໄປ​ມື້​ຖັດ​ໄປ ອາດ​ສົ່ງ​ຜົນ​ໃຫ້​ໄດ້ຮັບ​ຢາ​ເກີນ​ຂະໜາດ ໂດຍ​ສະເພາະ​ໃນ​ກຸ່ມ​ທີ່​ກິນ​ຢາ​ປະຕິ​ຊີວະ​ນະ​ ຫລື​ ຜູ້​ປ່ວຍ​ທີ່​ມີ​ພະຍາດ​ປະຈຳ​ຕົວ ເຊັ່ນ ພະຍາດ​ຄວາມ​ດັນ​ເລືອດ​ສູງ ພະຍາດ​ເບົາ​ຫວານ ເປັນ​ຕົ້ນ
ເພາະ​ຫາ​ກລະ​ດັບ​ຢາ​ໃນ​ເລືອດ​ສູງໆ ຕ່ຳ​ໆ ຈະ​ເຮັດໃຫ້​ຜົນ​ການ​ປິ່ນປົວ​ບໍ່​ດີ​ເທົ່າ​ທີ່​ຄວນ ການ​ໃຊ້​ຢາ​ທີ່​ຖືກ​ຕ້ອງ ຫາ​ກ​ກິນ​ຢາ​ມື້​ໜຶ່ງ​ຄວນ​ກິນ​ທັນ​ທີ່ຄິດ​ໄດ້ ແຕ່​ບໍ່​ຄວນ​ລວມ​ເປັນ 2 ເທົ່າ​ໃນ​ມື້​ຖັດ​ໄປ ແລະ​ຄວນ​ກິນ​ຢາ​ຢ່າ​ງ​ສະຫມ່ຳ​ສະເໝີ​ທຸກ​ມື້​ຕາມ​ເວລາ​ທີ່​ກຳນົດ​ເພື່ອ​ຜົນ​ການ​ປິ່ນປົວ​ທີ່​ດີ​ທີ່ສຸດ
      4. ລືມ​ກິນ​ຢາ​ຄຸມ​ກຳ​ເນີດ​ບາງ​ມື້​ຄືຊິບໍ່​ເປັນ​ຫຍັງ ໃນກໍລະນີ​ນີ້​ຫາ​ກກິນ​ຢາ​ຄຸມ​ກຳ​ເນີດ​ໃຫ້​ຮີບ​ກິນ​ທັນ​ທີ​ທີ່​ຄິດໄດ້​ແຕ່​ບໍ່​ຄວນ​ເກີນ 12 ຊົ່ວ​ໂມງ​ນັບ​ຈາກ​ເວລາ​ທີ່​ກິນ​ປົກກະຕິ ເພາະ​ອາດ​ເຮັດໃຫ້​ການ​ຄຸມ​ກຳ​ເນີດ​ບໍ່​ໄດ້​ຜົນ ໂດຍ​ສະເພາະ​ຢ່າງ​ຍິ່ງ​ຖ້າ​ລືມ​ກິນ​ໃນຊ່ວງໄລຍະ 7-10 ເມັດ​ທຳອິດ ຄວນ​ຢຸດ​ຢາ​ ແລະ​ປ່ຽນ​ວິທີ​ຄຸມ​ກຳ​ເນີດ​ເປັນ​ການ​ໃຊ້​ຖົງ​ຢາງ​ອະນາໄມ

      ການ​ໃຊ້​ຢາ​ມີ​ເຄັດ​ລັບ​ງ່າຍໆ ພຽງ​ໃຊ້​ຕາມ​ທີ່​ສະ​ຫລາກ​ຂຽນ​ໄວ້ ໃຊ້​ກົງ​ເວລາ ບໍ່​ຂາດ​ຢາ ຫາກ​ບໍ່​ເຂົ້າໃຈ​ ຫລື​ ມີ​ຂໍ້​ສົງ​ໄສ​ໃຫ້​ປຶກ​ສາ​ເເພ​ດ​ກ່ອນ ເພື່ອ​ໃຫ້​ເກີດ​ປະ​ສິດ​ທິ​ພາບ​ສູງ​ສຸດ​ຂອງ​ການ​ໃຊ້​ຢາ ເພື່ອ​ຄຸນນະພາບ​ຊີວິດ ​ແລະ​ ສຸກຂະພາບ​ທີ່​ດີ​ຂອງ​ເຈົ້າ​ເອ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...