ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການ ທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ໂດຍໄດ້ສົມທົບກັບທ້ອງຖິ່ນ ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາຮາກຖານ ແລະ ຈຸດຫຼໍ່ແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເຊິ່ງສາມາດມ້າງຄະດີຢາເສບຕິດ 299 ເລື່ອງ, ມ້າງກຸ່ມແກ້ງສະແກມເມີ 6 ຄັ້ງ ກັກຕົວຜູ້ຕ້ອງຫາໄດ້ 51 ຄົນ ລວມມີ 7 ສັນຊາດ; ເກັບກູ້ອາວຸດເສິກໄດ້ 224 ກະບອກ.

ແກ້ໄຂການລັກລອບຂຸດຄົ້ນແຮ່ທາດ ແຕ່ເດືອນຕຸລາ ຫາຕົ້ນເດືອນພະຈິກ ຢູ່ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງບໍລິຄຳໄຊ ແລະ ແຂວງໄຊສົມບູນ ສາມາດຍຶດລົດຈົກໄດ້ 39 ຄັນ, ລົດກະບະ 3 ຄັນ ແລະ ເຄື່ອງມື-ອຸປະກອນ ທີ່ນໍາໃຊ້ເຂົ້າໃນການລັກລອບຈໍານວນໜຶ່ງ; ຄະນະສະເພາະກິດ 1885/ກງ ໄດ້ທ້ອນໂຮມຊັບສິນ ທີ່ຍຶດໄດ້ ແຕ່ເດືອນເມສາ ຫາເດືອນພະຈິກ 2026 ຢູ່ 08 ແຂວງ, ລວມມີພາຫະນະ 103 ຄັນ, ເຊິ່ງຊັບສິນທີ່ສະສາງສຳເລັດແລ້ວ ມີພາຫະນະ 33 ຄັນ ມູນຄ່າ 10.8 ຕື້ກີບ, ສ່ວນຊັບສິນທີ່ຍັງຢູ່ໃນຂັ້ນຕອນກະກຽມສະສາງອອກ ຄາດຄະເນລາຍຮັບເພີ່ມ 30 ຕື້ກີບ; ສໍາເລັດການປັບປຸງຂໍ້ຕົກລົງ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງລັດຖະບານ ຊຸດທີ X.

ສໍາເລັດການກະກຽມລາຍງານ ທາງດ້ານເນື້ອໃນ ໃນຫົວຂໍ້ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ລາຍງານຕໍ່ກອງປະຊຸມກົມການເມືອງ ຮ່ວມກັບ ຄະນະເລຂາທິການສູນກາງພັກ ຈໍານວນ 03 ຫົວຂໍ້; ຮອດວັນທີ 17 ພະຈິກ 2026 ສາມາດເກັບລາຍຮັບເຂົ້າງົບປະມານ ໄດ້ 92% ຂອງແຜນການປີ (ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 19% ເປັນເງິນປະມານ 12 ພັນກວ່າຕື້ກີບ), ປະຕິບັດແຜນລາຍຈ່າຍງົບປະມານໄດ້ 68% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.7%; ການລະດົມແຫຼ່ງທຶນ ເພື່ອມາດຸນດ່ຽງງົບປະມານຈາກພາຍໃນ ແລະ ຕ່າງປະເທດ ໄດ້ 69% ຂອງແຜນການປີ; ຮອດວັນທີ 13 ພະຈິກ 2026 ສາມາດສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນຳເຂົ້າ 5.66 ເດືອນ; ສາມາດອອກໃບຕາດິນໄດ້ 167,000 ກວ່າຕອນ ເທົ່າກັບ 120% ຂອງແຜນການປີ.


