Homeຂ່າວພາຍ​ໃນJOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

Published on

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production) ແລະ ພ້ອມສົ່ງມອບລົດ 2,000 ຄັນທຳອິດໃຫ້ແກ່ລູກຄ້າຕ່າງປະເທດຢ່າງຍິ່ງໃຫຍ່! ໂດຍ FAW Bestune ໄດ້ປະເດີມສົ່ງມອບ 500 ຄັນທຳອິດໃຫ້ກັບລູກຄ້າໃນອາຟຣິກາເປັນທີ່ຮຽບຮ້ອຍ.

 

ຍ້ອນຄວາມສຳເລັດຂອງ BESTUNE XIAOMA ທີ່ມີຜູ້ໃຊ້ງານເກືອບ 300,000 ຄົນ ຕັ້ງແຕ່ປີ 2024, ຈຶ່ງໄດ້ຕໍ່ຍອດ ແລະ ພັດທະນາ ມາເປັນ JOYEE N01 ທີ່ຍົກລະດັບປະສົບການການຂັບຂີ່ໃຫ້ດີກວ່າເກົ່າ ເພື່ອຕອບໂຈດຜູ້ໃຊ້ທົ່ວໂລກ ✨

💡 ໄຮໄລ້ເດັດຂອງ JOYEE N01:  ດີໄຊນ໌ສຸດ ນ່າຮັກ ພ້ອມສີສັນທີ່ມີໃຫ້ເລືອກຫຼາກຫຼາຍ ຖືກໃຈຄອບຄົວຮຸ່ນໃໝ່ແນ່ນອນ! 🔋 ແບັດເຕີຣີ CATL ມາດຕະຖານ: ແລ່ນໄດ້ໄກເກີນ 300 ກິໂລແມັດ (ທຸກລຸ້ນ) 🚪 ສະດວກສະບາຍ: ດີໄຊນ໌ 4 ປະຕູ ຂຶ້ນ-ລົງ ເບາະຫຼັງໄດ້ງ່າຍດາຍ 🛡️ ປອດໄພໝັ້ນໃຈ: ໂຄງສ້າງເຫຼັກຄວາມແຂງແຮງສູງ, ຖົງລົມນິລະໄພຄູ່ໜ້າ ພ້ອມລະບົບ ESC ຄວບຄຸມການຊົງໂຕ ດ້ວຍມາດຕະຖານການຜະລິດຍານຍົນກວ່າ 70 ປີຂອງ FAW!

📌 ເຕັກໂນໂລຊີທີ່ທັນສະໄໝນີ້ ພ້ອມບຸກຕະຫຼາດຕ່າງປະເທດຢ່າງເຕັມຮູບແບບໃນໄຕມາດ 4 ຂອງປີ 2026 ນີ້ຢ່າງແນ່ນອນ!

 

 

 

 

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ປະເທດທີ່ຍິ່ງໃຫຍ່ ເກີດຈາກການນຳພາຂອງຜູ້ນຳ: 5 ຫຼັກການສຳລັບລາວ ແລະ ປະເທດອື່ນໆ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...