ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ທ່ານ ສັນຕິສຸກ ສິມມາລາວົງ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ ເພື່ອຕອບສະໜອງຕໍ່ການເຕີບໂຕທາງດ້ານເສດຖະກິດ-ສັງຄົມຂອງຊາດ, ລັດຖະບານໄດ້ຊຸກຍູ້ການຫັນເປັນດີຈີຕອນ ໂດຍເນັ້ນໃສ່ 3 ເສົາຄ້ຳຕົ້ນຕໍ ຄື: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ. ເປົ້າໝາຍສູງສຸດ ແມ່ນການສ້າງເຄື່ອງມືທາງກົດໝາຍທີ່ເຂັ້ມແຂງ, ຮັດກຸມ ແລະ ທັນສະໄໝເພື່ອປົກປ້ອງຄວາມໝັ້ນຄົງຂອງຊາດ, ປົກປ້ອງເສດຖະກິດ-ສັງຄົມ ແລະ ປົກປ້ອງລະບົບໂຄງລ່າງພື້ນຖານທີ່ສຳຄັນຂອງປະ ເທດ ຈາກການໂຈມຕີທາງໄຊເບີ ພ້ອມທັງສາມາດເຊື່ອມໂຍງກັບມາດຕະຖານ ແລະ ກົນໄກການຮ່ວມມືສາກົນ.
ການປັບປຸງກົດໝາຍສະບັບນີ້ ມີຄວາມຈຳເປັນຢ່າງຍິ່ງທາງດ້ານເສດຖະກິດ-ສັງຄົມ ເພາະອາຊະຍາກຳໄຊເບີໄດ້ສ້າງຄວາມເສຍຫາຍຢ່າງມະຫາສານ ພວກເຮົາຈຳເປັນຕ້ອງມີກົດໝາຍທີ່ເຂັ້ມແຂງ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ.ພ້ອມກັນນັ້ນ, ພວກເຮົາຈຳເປັນຕ້ອງມີກອບກົດໝາຍທີ່ຮອງຮັບການເກັບຮັກສາ ແລະ ນຳໃຊ້ຫຼັກຖານທາງດີຈີຕອນໃນຂັ້ນສານ ແລະ ຮອງຮັບການເຊື່ອມໂຍງກັບສາກົນ. ໃນຮ່າງກົດໝາຍສະບັບນີ້ປະກອບມີ X ພາກ, 4 ໝວດ ແລະ 62 ມາດຕາ; ຊຶ່ງໃນນີ້ ໄດ້ຮັກສາໄວ້ເດີມ 1 ມາດຕາ, ປັບປຸງເນື້ອໃນ 49 ມາດຕາ ແລະ ເພີ່ມໃໝ່ 12 ມາດຕາ.
ຄາດຄະເນຜົນໄດ້ຮັບ ຖ້າຫາກວ່າ ກົດໝາຍສະບັບນີ້ຖືກຮັບຮອງ ຈະຊ່ວຍໃຫ້ເຈົ້າໜ້າທີ່ມີບ່ອນອີງທາງກົດໝາຍທີ່ຊັດເຈນ ໃນການດຳເນີນຄະດີກັບຮູບແບບອາຊະຍາກຳໃໝ່ໆ, ສ່ວນຜົນກະທົບທາງບວກທີ່ຈະຕາມມາ ຄື ປະຊາຊົນ ແລະ ທຸລະກິດຈະໄດ້ຮັບການປົກປ້ອງຊັບສິນ ແລະ ຂໍ້ມູນສ່ວນຕົວ, ລະບົບໂຄງລ່າງພື້ນຖານທີ່ສຳຄັນ ເຊັ່ນ: ລະບົບທະນາຄານ, ໂທລະຄົມ, ພະລັງງານ, ການຄ້າ, ສາທາລະນະສຸກ ແລະ ດ້ານອື່ນໆ ຈະປອດໄພຂຶ້ນຊຶ່ງຈະເປັນການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດດີຈີຕອນ. ເຖິງຢ່າງໃດກໍຕາມ, ພວກເຮົາກໍມີສິ່ງທ້າທາຍທີ່ຕ້ອງລະມັດລະວັງ ເຊັ່ນ: ຜູ້ໃຫ້ບໍລິການອິນເຕີເນັດ ແລະ ໂທລະຄົມ ອາດຈະຕ້ອງຮັບພາລະຕົ້ນທຶນທີ່ເພີ່ມຂຶ້ນໃນການຈັດຫາລະບົບເກັບຮັກສາຂໍ້ມູນ.

ນອກຈາກນີ້, ພວກເຮົາຕ້ອງລະມັດລະວັງໃນການກຳນົດຖານຄວາມຜິດໃຫ້ຊັດເຈນ ເພື່ອບໍ່ໃຫ້ເກີດຄວາມສ່ຽງທີ່ຈະຖືກເບິ່ງວ່າເປັນການຈຳກັດສິດເສລີພາບໃນການສະແດງອອກຂອງປະຊາ ຊົນ. ກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳໄຊເບີສະບັບປັບປຸງນີ້ ຈະເປັນເສົາຄ້ຳອັນສຳຄັນໃນການຮັບປະກັນຄວາມໝັ້ນຄົງຂອງຊາດ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໃນຍຸກດີຈີຕອນ, ຈະເປັນກົນໄກສຳຄັນໃນການສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ໂດຍການສ້າງສະພາບແວດລ້ອມທາງດີຈີຕອນທີ່ປອດໄພ, ໜ້າເຊື່ອຖື ແລະ ເອື້ອອຳນວຍຕໍ່ການຫັນເປັນເສດຖະກິດດີຈີຕອນ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ, ຖ້າພວກເຮົາຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ, ມັນຈະຊ່ວຍໃຫ້ສປປ ລາວ ກ້າວໄປສູ່ການເປັນປະເທດທີ່ມີຄວາມພ້ອມ ໃນການຮັບມືກັບຄວາມສ່ຽງ ແລະ ໃນໂລກດີຈີຕອນທີ່ກຳລັງຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂໍ້ມູນຈາກ: ປະຊາຊົນ

