spot_img
Homeຂ່າວເຫດການພິທີມອບ-ຮັບໜ້າທີ່ໃໝ່ ໃນກະຊວງການຕ່າງປະເທດ

ພິທີມອບ-ຮັບໜ້າທີ່ໃໝ່ ໃນກະຊວງການຕ່າງປະເທດ

Published on

ປະຕິບັດ​ຕາມ​ແຜນການ ປັບປຸງ​ກົງຈັກ​ການຈັດ​ຕັ້ງ ​ແລະ ສັບຊ້ອນພະນັກງານຂອງກະຊວງ​ການ​ຕ່າງປະ​ເທດ, ໃນ​ວັນ​ທີ  24 ທັນວາ 2014, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ພິທີ ມອບ-ຮັບໜ້າ​ທີ່ ລະຫວ່າງ ຫົວໜ້າ ກົມຜູ້ເກົ່າ ແລະ ຜູ້ໃໝ່ໃຫ້ ແກ່ບາງກົມພາຍໃນກະຊວງການຕ່າງປະເທດ,ໂດຍການໃຫ້ກຽດເຂົ້າຮ່ວມ ເປັນສັກຂີພິຍານ ຂອງທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າ ການກະຊວງການຕ່າງປະເທດ, ຫົວຫນ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ພ້ອມດ້ວຍ ບັນດາ​ລັດຖະມົນຕີຊ່ວຍວ່າການ ແລະ ບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຂອງກະຊວງການ ຕ່າງປະເທດ ແລະ ຄຕພ.

ການ​ມອບ-ຮັບ​ໜ້າ​ທີ່ ລະຫວ່າງ​ ຜູ້​ເກົ່າ ​ແລະ ​ໃໝ່ ມີ​ດັ່ງ​ນີ້: ມອບ​-ຮັບ ລະຫວ່າງ ທ່ານ ​ສີ​ທົງ​ ຈິດ​ໂຍທິນ, ຫົວໜ້າກົມ​ການ​ຂ່າວ ກະຊວງ​ການ​ຕ່າງປະ​ເທດ ຜູ້ເກົ່າ ​ໄປ​ປະຕິບັດໜ້າທີ່​ໃໝ່ຢູ່​ຕ່າງປະ​ເທດ ​ແລະ ທ່ານ ພອນ​ທະວີ ບຸດ​ດາລາ, ຮອງ​ຫົວໜ້າຫ້ອງການ ກະຊວງ​ການ​ຕ່າງປະ​ເທດ ​ເປັນ​​ຫົວໜ້າກົມ​ການ​ຂ່າວ ກະຊວງ​ການ​ຕ່າງປະ​ເທດ ຄົນ​ໃໝ່. ມອບ-ຮັບ ລະຫວ່າງ ທ່ານ ລີ​ຢີ້ງ ​ໄຊ​ຍະ​ຊ້າງ, ຫົວກົມ​ກວດກາ​ກະຊວງ​ການ​ຕ່າງປະ​ເທດ ຜູ້ເກົ່າ ​ໄປ​ປະຕິບັດໜ້າທີ່​ໃໝ່ ຢູ່​ຕ່າງປະ​ເທດ ແລະ ທ່ານ ສົມ​ໄຊ ສະໜາມອຸ່ນ, ຮອງ​ຫົວໜ້າກົມ​ກວດກາ ກະຊວງ​ການ​ຕ່າງປະ​ເທດ ​ເປັນຫົວໜ້າກົມ​ກວດກາ ກະຊວງ​ການ​ຕ່າງປະ​ເທດຜູ້ໃໝ່.

ພາຍຫລັງໄດ້ເຊັນ ມອບ-ຮັບ ໜ້າທີ່ກັນແລ້ວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມບັນດາທ່ານ ທີ່ເຂົ້າຮ່ວມໃນພິທີດັ່ງກ່າວ ໂດຍໄດ້ຊີ້ນຳໃຫ້ບັນດາພະນັກງານຫລັກແຫລ່ງ ຈົ່ງໄດ້ສືບຕໍ່ຍົກສູງ ຄວາມຮັບຜິດຊອບ ຕໍ່ຫນ້າທີ່ວຽກງານ ທີ່ຖືກມອບໝາຍໃຫ້ໃນຄັ້ງນີ້ ເພື່ອສືບຕໍ່ຈັດ​ຕັ້ງ​ຜັນ​ຂະຫຍາຍ​ ແນວທາງນະ​ໂຍບາຍ ການຕ່າງປະເທດຂອງພັກ-ລັດ ກໍ​ຄື​ການ​ປະຕິບັດ​ຕາມເນື້ອໃນຈິດ​ໃຈ ຂອງກອງປະຊຸມວຽກງານ ການຕ່າງປະເທດ ຄັ້ງທີ 12 ​ໃຫ້​ປະກົດຜົນ ​ເປັນ​ຈິງ​ແນ​ໃສ່ປະກອບສວ່ນ ເຂົ້າໃນການເຊື່ອມໂຍງສາກົນ ຂອງປະເທດເຮົາ ໃນໄລຍະໃຫມ່.

ຂໍຄອບໃຈບົດຄວາມຈາກ:​ ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...