spot_img
Homeຂ່າວຕ່າງປະເທດເສດຖະກິດສະຫະລັດອາເມລິກາ ຂະຫຍາຍຕົວ5,0%

ເສດຖະກິດສະຫະລັດອາເມລິກາ ຂະຫຍາຍຕົວ5,0%

Published on

Shoppers after Black Friday deals dowjones_001

ຕາມຂ່າວຕ່າງປະເທດ,ວັນທີ 23 ເດືອນ12, ເຈົ້າໜ້າທ່ີກະຊວງການຄ້າສະຫະລັດອາ​ເມ​ລິ​ກາເປີດ​ເຜີ​ຍວ່າ: ລວມຍອດຜະລິດ​ຕະພັນ​ພາຍ​ໃນ​ປະ​ເທດ ​ຫລື GDPໃນ​ໄລຍະ​​ໄຕ​ມາດ3 (ເດືອນ​ກໍລະກົດ-​ກັນຍາ​)​ ໃນປີນີ້ໄດ້​ຂະຫຍາຍຕົວ​ 5 % ຫລັງ​ຈາກ​ທີ່​ຂະຫຍາຍຕົວ​ຢ່າງຕໍ່​ເນື່ອງ​ ຈາກ​ໄຕ​ມາດ 2 ເພີ່ມຂຶ້ນ 4,6% ສົ່ງ​ຜົນ​ເຮັດ​ໃຫ້​ຕະຫລາດ​ຫຸ້ນ​ອາ​ເມ​ລິ​ກາ(ດາວ​ໂຈນ) ​ເພີ່ມ​ຂຶ້ນ​ເຖິງ18. 000 ຈຸດ​ເປັນ. ນີ້ຖືວ່າເປັນຄັ້ງທຳ​ອິດ​ໃນ​ຮອບ10​ ກວ່າ​ປີ.

ເຈົ້າໜ້າທ່ີກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ແຈ້ງ​ຕື່ມ​ວ່າ: ການ​ໃຊ້​ຈ່າຍ​ຂອງ​ຜູ້​ບໍລິ​ໂພ​ກ​​ເພີ່ມ​ຂຶ້ນ 3,2% ຖື​ເປັນການ​ເພີ່ມ​ຂຶ້ນ​ ຫລາຍ​ທີ່​ສຸດ​ ນັບ​ແຕ່​ທ້າຍ​ປີ2013, ພ້ອມ​ກັນນັ້ນ ຕົວ​ເລກ​ການ​ບໍລິ​ໂພ​ກສິນຄ້າ​ ກໍ​ເພີ່ມ​ຂຶ້ນ 4,7%,ການ​ໃຊ້​ຈ່າຍ​ໃນ​ພາກ​ບໍລິ​ການ​ເພີ່ມ​ຂຶ້ນ 2,5% ເຊັ່ນ​ດຽວ​ກັນ ຕົວ​ເລກ​ການ​ຈ້າງ​ງານ​ ເພີ່ມ​ຂຶ້ນ​ເຖິງ 321.000ຕຳ​​ແໜ່​ງ.

ນອກຈາກນັ້ນ, ທ່ານນາງ ​ເຈ​ເນັດ​ເຢລ​ເລນ ປະທານ​ທະນາຄານ​ກາງ​ສ.ອາ​ເມ​ລິກາ(ເຟດ) ແຈ້ງວ່າ: ​ເສດຖະກິດ​ອາ​ເມ​ລິ​ກາພວມ​ຟື້ນ​ຕົວຂຶ້ນຢ່າງ​ໜັ້ນຄົງ​​​ ແຕ່ຈໍາ​ເປັນ​ຕ້ອງ​​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນດ້ານການຕະຫລາດ​ແຮງ​ງານ​ເຊັ່ນກັນ ແລະ ຈະຕ້ອງ​ຮັກສາ​ອັດຕາ​ດອກ​ເບ້ຍ​ລະດັບ​ຕ່ຳ​ຕໍ່​ໄປ​ອີກ​ໃນຫລາຍ​ເດືອນ.

ຂອບໃຈຂໍ້ມູນດີໆ ຈາກ :​ ຂປລ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...