Homeຂ່າວພາຍ​ໃນຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

Published on

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີໄຂກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81, ພາຍໃຕ້ຫົວຂໍ້: “ຟື້ນຟູຄວາມເຊື່ອໝັ້ນ, ບໍລິຫານການຫັນປ່ຽນໃຫ້ກາຍເປັນ ອົງການສະຫະປະຊາຊາດ ທີ່ໃຫ້ຜົນປະໂຫຍດແກ່ທຸກຄົນ” (Restoring Trust, Managing Transformation: A United Nations That Delivers for All). ພ້ອມທັງໄດ້ເຂົ້າຮ່ວມກອງປະຊຸມພາກອະພິປາຍທົ່ວໄປ (General Debate), ບັນດາກອງປະຊຸມປິ່ນອ້ອມ ແລະ ກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມດັ່ງກ່າວ.

ໃນພາກເປີດກອງປະຊຸມປະກອບມີບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າລະດັບສູງຂອງບັນດາປະເທດຕ່າງໆໃນທົ່ວໂລກ ໄດ້ເຂົ້າຮ່ວມຢ່າງຖ້ວນໜ້າ, ເຊິ່ງໃນນັ້ນ ທ່ານ ອັນໂຕນີໂອ ກູເຕເຣັສ, ເລຂາທິການໃຫຍ່ອົງການ ສປຊ ໄດ້ຂຶ້ນກ່າວປາໄສ ໂດຍໄດ້ຕີລາຄາສະພາບການໂລກ ແລະ ເນັ້ນໜັກໃຫ້ເຫັນ 4 ບົດທົດສອບອໍານາດຂອງໂລກ ຄື:

  1. ບົດທົດສອບດ້ານສັນຕິພາບ ແລະ ຄວາມປອດໄພ: ໂດຍຮຽກຮ້ອງໃຫ້ບັນດາປະເທດເຄົາລົບກົດບັດ ສປຊ, ກົດໝາຍສາກົນ, ປົກປ້ອງພົນລະເຮືອນ ແລະ ຮັບປະກັນການຊ່ວຍເຫຼືອດ້ານມະນຸດສະທຳ;
  2. ດ້ານຄວາມບໍ່ສະເໝີພາບ ໄດ້ເນັ້ນຍໍ້າເຖິງການແກ້ໄຂບັນຫາໂຄງສ້າງການເງິນສາກົນ, ສະໜັບສະໜູນການຜ່ອນຜັນໜີ້ສິນ ແລະ ເສີມສ້າງໂອກາດທີ່ເທົ່າທຽມ ໂດຍສະເພາະໃຫ້ແກ່ແມ່ຍິງ;
  3. ດ້ານວິກິດການ ການປ່ຽນແປງດິນຟ້າອາກາດ ໄດ້ຮຽກຮ້ອງໃຫ້ເລັ່ງລັດການຫັນປ່ຽນອອກຈາກການນໍາໃຊ້ເຊື້ອໄຟຟອດຊິນ, ເພີ່ມການສະໜອງທາງການເງິນເພື່ອການປັບຕົວຕໍ່ສະພາບດິນຟ້າອາກາດຢ່າງເປັນທໍາ;
  4. ດ້ານ AI ໄດ້ຍົກໃຫ້ເຫັນວ່າ ເປັນອໍານາດຮູບແບບໃໝ່ທີ່ມີການພັດທະນາຢ່າງວ່ອງໄວ ແລະ ອາດສ້າງຄວາມສ່ຽງຖ້າຫາກຂາດການຄຸ້ມຄອງທີ່ດີ ແລະ ຂາດຄວາມໂປ່ງໃສ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ວົງຄະນາຍາດສາກົນ ຮ່ວມກັນສ້າງແຜນການຄຸ້ມຄອງຄວາມສ່ຽງດ້ານ AI ແລະ ຮັບປະກັນໃຫ້ AI ສາມາດຮັບໃຊ້ມວນມະນຸດ ເພື່ອສ້າງອະນາຄົດໃຫ້ມີສັນຕິພາບ, ຄວາມຍຸຕິທຳ ແລະ ເປັນປະໂຫຍດແກ່ທຸກຄົນ.

ໃນໂອກາດດຽວກັນນັ້ນ, ທ່ານ ຄາລີເລີ ຣາມານ (Khalilur Rahman), ປະທານກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81 ກໍໄດ້ເນັ້ນໃສ່ 7 ດ້ານເນື້ອໃນສໍາຄັນຄື:

  1. ການຟື້ນຟູຄວາມເຊື່ອໝັ້ນຕໍ່ອົງການ ສປຊ;
  2. ການຮັກສາສັນຕິພາບ ແລະ ຄວາມປອດໄພ;
  3. ການປະຕິຮູບສະພາຄວາມໝັ້ນຄົງ ສປຊ;
  4. ເລັ່ງລັດການພັດທະນາ;
  5. ສິດທິມະນຸດ ແລະ AI;
  6. ການປັບປຸງການດຳເນີນງານຂອງ ສປຊ;
  7. ການສົ່ງເສີມຄວາມຮ່ວມມືແບບຮອບດ້ານ ໂດຍການມີສ່ວນຮ່ວມຈາກຫຼາຍພາກສ່ວນ.

ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ເຄື່ອນໄຫວພົບປະນອກຮອບ (Pull aside) ກັບບັນດາຄູ່ຮ່ວມຕໍາແໜ່ງ ກໍຄື ລັດຖະມົນຕີຕ່າງປະເທດ ຣູມານີ, ອິນໂດເນເຊຍ, ຕີມໍເລດເຕ, ມົງໂກລີ ແລະ ກຽກກິດສະຖານ, ເຊິ່ງໃນການພົບປະດັ່ງກ່າວ, ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ປຶກສາຫາລືກ່ຽວກັບ ທິດທາງແຜນການຮ່ວມມືໃນຕໍ່ໜ້າ.

ໃນວັນດຽວກັນ, ຕາມການມອບໝາຍຂອງທ່ານຮອງນາຍົກລັດຖະມົນຕີ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ  ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ພັນທະມິດພາກພື້ນປາຊີຟິກ (ASEAN-Pacific Alliance Foreign Minister Meeting) ຄັ້ງທໍາອິດ, ຖືເປັນບາດກ້າວສໍາຄັນປະຫວັດສາດໃນການຊຸກຍູ້ການຮ່ວມມືລະຫວ່າງສອງອົງການຈັດຕັ້ງພາກພື້ນ. ກອງປະຊຸມ ໄດ້ຕົກລົງເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາແບບຍືນຍົງ, ການເຊື່ອມຈອດ, ເສດຖະກິດດີຈິຕອນ ແລະ ວັດທະນະທຳ. ພ້ອມດຽວກັນ, ການເຂົ້າຮ່ວມຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ຍັງໄດ້ສະແດງເຖິງການປະຕິບັດຕາມບົດບາດຢ່າງຕັ້ງໜ້າ ແລະ ການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນຮ່ວມມື ອາຊຽນ-ພັນທະມິດພາກພື້ນປາຊີຟິກ.

ສຳລັບ ສປປ ລາວ, ທ່ານ ຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ມີແຜນຈະຂຶ້ນກ່າວປາໄສໃນກອງປະຊຸມ ພາກອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81 ໃນວັນທີ 26 ກັນຍາ 2026. ກອງປະຊຸມດັ່ງກ່າວ ຈະສືບຕໍ່ດຳເນີນໄປຈົນຮອດວັນທີ 28 ກັນຍາ 2026.

ແຫຼ່ງທີ່ມາ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...