Homeຂ່າວພາຍ​ໃນກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

Published on

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ປະທານຄະນະຊີ້ນໍາລະດັບຊາດເພື່ອຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ, ມີບັນດາລັດຖະມົນຕີ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.

 

ຈຸດປະສົງ ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ປພຍ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ. ກອງປະຊຸມ ໄດ້ຮັບຟັງການລາຍງານຄວາມຄືບໜ້າ, ຜົນງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນການຈັດຕັ້ງປະຕິບັດ ປພຍ ທີ່ເປັນບູລິມະສິດ ຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ, ໄດ້ຮັບຟັງການສະເໜີກ່ຽວກັບ ແຜນການຮ່າງບົດລາຍງານແຫ່ງຊາດ ແບບສະໝັກໃຈ ສະບັບ 4 ຂອງ ສປປ ລາວ ເຊິ່ງຈະນຳໄປລາຍງານຕໍ່ ໃນກອງປະຊຸມເວທີການເມືອງລະດັບສູງ ຂອງ ສປຊ (High Level Political Forum) ໃນປີ 2027, ພ້ອມທັງໄດ້ປຶກສາຫາລື ກ່ຽວກັບ ການໂຮມເອົາບັນດາກອງເລຂາ ຂອງຄະນະຊີ້ນໍາລະດັບຊາດ ທັງ 3 ໜ້າວຽກ ເຂົ້າເປັນຄະນະດຽວກັນ ຄືຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ (SDGs), ຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດ ແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ (LDCs) ແລະ ຄະນະຮັບຜິດຊອບໃນຂອບວຽກງານຂອງ ບັນດາປະເທດກໍາລັງພັດທະນາ ທີ່ບໍ່ມີຊາຍແດນຕິດກັບທະເລ (LLDCs) ເພື່ອເຮັດໃຫ້ການປະຕິບັດວຽກງານໃຫ້ມີຄວາມກົມກຽວ ແລະ ສອດຄ່ອງກັບການປັບປຸງກົງຈັກການຈັດຕັ້ງລັດຖະບານໃນປະຈຸບັນ ຕາມທິດກະທັດຮັດ, ໜຶ່ງໜ່ວຍງານໃຫ້ສາມາດປະຕິບັດໄດ້ຫຼາຍວຽກ, ປະຢັດງົບປະມານ ແລະ ບຸກຄະລາກອນ, ສາມາດຈັດຕັ້ງປະຕິບັດໜ້າທີ່ໄດ້ຢ່າງມີປະສິດທິພາບ ແລະ ວ່ອງໄວຂຶ້ນ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງກອງປະຊຸມໃນຄັ້ງນີ້ ໃຫ້ທິດຊີ້ນໍາຕໍ່ບາງວຽກສຳຄັນ ເປັນຕົ້ນແມ່ນ ໃຫ້ສືບຕໍ່ເລັ່ງລັດການຈັດຕັ້ງປະຕິບັດ ປພຍ ໃຫ້ມີຈຸດສຸມຫຼາຍຂຶ້ນ, ເອົາໃຈໃສ່ເປົ້າໝາຍໃດທີ່ຍັງທົດຖອຍ, ມີຄວາມຄືບໜ້າຫຼ້າຊ້າ ຫຼື ເປົ້າໝາຍທີ່ຍັງມີທ່າອ່ຽງທີ່ບໍ່ສາມາດບັນລຸໄດ້ຕາມຄາດໝາຍ; ບັນດາກະຊວງ-ຂະແໜງການ ຄວນມີການກຳນົດໜ້າວຽກ ແລະ ເປົ້າໝາຍທີ່ຊັດເຈນ ເພື່ອຮັບປະກັນຄວາມເປັນເອກະສານພາບໃນການຈັດຕັ້ງປະຕິບັດ; ຫັນໄປສູ່ຄວາມທັນສະໄໝ, ສ້າງຖານຂໍ້ມູນ ໃຫ້ມີລະບົບການຕິດຕາມ ແລະ ປະເມີນຜົນທີ່ເຂັ້ມແຂງ ເພື່ອເປັນບ່ອນອີງພື້ນຖານໃນການຕັດສິນບັນຫາ ແລະ ການວາງນະໂຍບາຍໃນຕໍ່ໜ້າ; ພ້ອມທັງໃຫ້ສືບຕໍ່ມີກົນໄກການປະສານງານ ແລະ ການແບ່ງໜ້າທີ່ຂອງບັນດາກອງເລຂາ, ຂະແໜງ ການຢ່າງໂລ່ງລ່ຽນ ແລະ ບໍ່ທັບຊ້ອນກັນ.

ພ້ອມດຽວກັນນັ້ນ, ໃນເດືອນພະຈິກ 2026 ນີ້ ຍັງເປັນຂີດໝາຍສຳຄັນໜຶ່ງຂອງ ສປປ ລາວ ກໍຄື ການທີ່ຈະຖືກຮັບຮອງຈາກອົງການ ສປຊ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເຊິ່ງເປັນບາດກ້າວທີ່ສຳຄັນ ໃນການຂ້າມຜ່ານໄປສູ່ໄລຍະແຫ່ງການພັດທະນາໃໝ່ທີ່ມີຄຸນນະພາບ ແລະ ຄວາມຍືນຍົງ ພ້ອມທັງສາມາດຮັບປະກັນຜົນສຳເລັດ ແລະ ຄວາມກ້າວໜ້າໃນທຸກດ້ານ.

ກອງປະຊຸມຄັ້ງນີ້, ດຳເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ ແລະ ດ້ວຍຄວາມຮັບຜິດຊອບສູງຂອງບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໂດຍໄດ້ມີການແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການຈັດຕັ້ງປະຕິບັດ ປພຍ ຂອງຂະແໜງການຕົນເອງ ຢ່າງຕັ້ງໜ້າ ແລະ ກົງໄປກົງມາ, ພ້ອມທັງໄດ້ຮັບຮອງເອົາທິດທາງແຜນການ ສຳລັບການຈັດຕັ້ງປະຕິບັດ ປພຍ ໃນຕໍ່ໜ້າ ກໍຄື ການຮ່າງບົດລາຍງານແຫ່ງຊາດແບບສະໝັກໃຈ ສະບັບທີ 4 ຂອງ ສປປ ລາວ ທີ່ຈະມີການນໍາສະເໜີຢູ່ກອງປະຊຸມ ເວທີການເມືອງລະດັບສູງ ສປຊ ໃນກາງປີ 2027 ນີ້.

ອ້າງອີງຈາກ: ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

 

ບົດຄວາມຫຼ້າສຸດ

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...

ເປີດຕາແສງດຸງພັດທະນາ ເມືອງໄຊເສດຖາ ຢ່າງເປັນທາງການ.

ພິທີປະກາດສ້າງຕັ້ງຕາແສງດຸງພັດທະນາ ເມືອງໄຊເສດຖາ ນວ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ຢູ່ທີ່ສຳນັກງານຕາແສງດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເລຂາພັກ ປະທານສະພາປະຊາຊົນ...