Homeຂ່າວພາຍ​ໃນທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

Published on

ໃນຕອນເຊົ້າວັນທີ 12 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຄັ້ງທີ I; ມີທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈໍາການ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ບັນດາທ່ານ ລັດຖະມົນຕີ, ປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ພ້ອມດ້ວຍຜູ້ຕາງໜ້າຂະແໜງການຂັ້ນສູນກາງ, ທ້ອງຖິ່ນ ແລະ ພາກທຸລະກິດ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການສະຫຼຸບຕີລາຄາ ສະພາບການສົ່ງເສີມ-ຄຸ້ມຄອງການລົງທຶນ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ຜົນການປະເມີນການຈັດຕັ້ງປະຕິບັດດຳລັດ ວ່າດວ້ຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສະບັບເລກທີ 530/ນຍ, ລົງວັນທີ 11 ສິງຫາ 2025; ການປະກອບຄໍາເຫັນຂອງບັນດາ ຂະແໜງການຂັ້ນສູນກາງ, ແຂວງ-ນະຄອນຫຼວງວຽງຈັນ ແລະ ພາກທຸລະກິດ ທີ່ຕິດພັນກັບນະໂຍບາຍ ກໍຄືການເຄື່ອນໄຫວວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ນັບແຕ່ປີ 1989 ຮອດປະຈຸບັນ ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ບັນລຸ 5,394 ໂຄງການ, ມູນຄ່າ 65.5 ຕື້ໂດລາສະຫະລັດ. ໃນນັ້ນ, ການລົງທຶນພາຍໃນ ສະເພາະກິດຈະການຄວບຄຸມ ແລະ ສໍາປະທານ ກວມເອົາ 23% ຂອງການອະນຸມັດລົງທຶນທັງໝົດ.

ຜູ້ລົງທຶນຕ່າງປະເທດ ທີ່ມາລົງທຶນຫຼາຍກວ່າໝູ່ ແມ່ນຈາກ ສປ ຈີນ ມີ 970 ໂຄງການ, ມູນຄ່າ 15 ຕື້ກວ່າໂດລາສະຫະລັດ, ຮອງລົງມາແມ່ນຈາກ ສສ ຫວຽດນາມ ມີ 441 ໂຄງການ, ມູນຄ່າ 12.7 ຕື້ກວ່າໂດລາສະຫະລັດ ແລະ ຣາຊະອານາຈັກໄທ ມີ 686 ໂຄງການ, ມູນຄ່າ 6.9 ຕື້ກວ່າໂດລາສະຫະລັດ. ສະເພາະໃນ 7 ເດືອນຕົ້ນປີ 2026 ໄດ້ອະນຸມັດການລົງທຶນ ໃນກິດຈະການສໍາປະທານ ແລະ ບັນຊີກິດຈະການຄວບຄຸມ ທັງໝົດ 34 ໂຄງການ, ມູນຄ່າ 8.5 ຕື້ກວ່າໂດລາສະຫະລັດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2025 ເຫັນວ່າ ເພີ່ມຂື້ນ 68% ແລະ ການນໍາເຂົ້າທຶນຕົວຈິງບັນລຸ 1 ຕື້ກວ່າໂດລາສະຫະລັດ.

​ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳຕື່ມບາງຈຸດ ເປັນຕົ້ນ ພ້ອມກັນສຸມໃສ່ຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ຕາມ 7 ທິດທາງລວມ ແລະ 6 ເປົ້າໝາຍ; ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ຕາມ 5 ແນວຄິດຊີ້ນໍາ, 4 ທິດທາງລວມ, 3 ເປົ້າໝາຍສູ້ຊົນ ແລະ 4 ແຜນນະໂຍບາຍ; ປັບປຸງສະພາບແວດລ້ອມການລົງທຶນໃຫ້ສະດວກ, ໂປ່ງໃສ, ສາມາດຄາດຄະເນໄດ້ ແລະ ມີຕົ້ນທຶນ ທີ່ສາມາດແຂ່ງຂັນ; ຫັນປ່ຽນຈາກດຶງດູດການລົງທຶນໄດ້ປະລິມານ ໄປສູ່ຄຸນນະພາບ, ສ້າງມູນຄ່າເພີ່ມ, ສ້າງວຽກເຮັດງານທຳ, ມີທັກສະ, ມີອາຊີບ, ຖ່າຍທອດເຕັກໂນໂລຊີນະວັດຕະກຳ, ປັນຍາປະດິດ ແລະ ຫັນໄປສູ່ດີຈິຕອນ; ສາມາດເຊື່ອມໂຍງທຸລະກິດພາຍໃນ ກັບຕ່າງປະເທດ; ປະຕິບັດນະໂຍບາຍສົ່ງເສີມການລົງທຶນ ທີ່ເຂັ້ມແຂງ, ສີຂຽວ ແລະ ຍືນຍົງ ເປັນຕົ້ນ ພະລັງງານທົດແທນ, ກະສິກຳທີ່ຍືນຍົງ, ໂຄງລ່າງພື້ນຖານທີ່ໝັ້ນຄົງ ແລະ ການຜະລິດ-ປຸງແຕ່ງ ຕາມທິດສີຂຽວ-ຍືນຍົງ ແລະ ສາມາດປັບຕົວກັບການປ່ຽນແປງດິນຟ້າອາກາດ; ປະຕິບັດ 3 ວຽກບູລິມະສິດ ຄື:

ແກ້ໄຂການຂາດແຄນແຮງງານ, ສ້າງໃຫ້ແຮງງານມີທັກສະ ແລະ ມີລະບຽບວິໄນ; ປັບປຸງລະບຽບການ, ຂັ້ນຕອນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການລົງທຶນ ໂດຍຫັນປ່ຽນຈາກຫຼາຍຂອດ ສູ່ຜ່ານປະຕູດຽວ; ປັບປຸງລະບຽບການ ແລະ ມາດຕະການ ທີ່ບໍ່ແມ່ນພາສີຕໍ່ສິນຄ້ານຳເຂົ້າ-ໂຄງລ່າງພື້ນຖານ ແລະ ການບໍລິການຂອງລັດ ເພື່ອຄວາມສາມາດແຂ່ງຂັນ ດ້ານໂລຈິສຕິກ ແລະ ການເຊື່ອມໂຍງ; ສຸມໃສ່ 8 ວຽກຈຸດສຸມທົ່ວໄປ ຄື:

ຮັບປະກັນສິນເຊື່ອ ໂດຍມີຫຼັກຊັບຄໍ້າປະກັນທີ່ຍືດຍຸນ; ຮັກສາສະຖຽນລະພາບເງິນຕາ; ຍົກລະດັບການບໍລິຫານປະຕູດຽວ ເພື່ອເຊື່ອມຂໍ້ມູນເຖິງປາຍທາງ; ພັດທະນາລະບົບຖານຂໍ້ມູນທີ່ດິນແບບດີຈິຕອນ (ຂັ້ນຕອນຮັບ, ຄົ້ນຄວ້າ, ອະນຸມັດ ທີ່ເປັນມາດຕະຖານສາກົນ, ມີກໍານົດເວລາແຕ່ລະຂອດ, ຮັບປະກັນຄວາມປອດໄພ, ບໍ່ໃຫ້ມີຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມ); ພັດທະນາການຈົດທະບຽນທີ່ສະດວກ ແລະ ງ່າຍດາຍ, ແກ້ໄຂການຄ້າ-ການດຳເນີນທຸລະກິດນອກລະບົບ ຕາມກົດໝາຍຢ່າງເຂັ້ມງວດ-ສະເໝີພາບ; ສ້າງຖານຂໍ້ມູນ ແລະ ແຜນງານພັດທະນາຜູ້ສະໜອງພາຍໃນ ແລະ ກົນໄກຈັບຄູ່ທຸລະກິດ; ສ້າງ-ຍົກລະດັບກົນໄກຕິດຕາມ, ກວດກາ, ຊ່ວຍເຫຼືອນັກລົງທຶນ ພາຍຫຼັງອະນຸມັດໂຄງການແລ້ວ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງ ຂອງຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນຫຼາຍຂຶ້ນ.

ອ້າງອີງຈາກ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

 

 

ບົດຄວາມຫຼ້າສຸດ

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ "Moon and Mars Exploration...

ປັດຈຸບັນ EDL ມີແຫຼ່ງຜະລິດໄຟຟ້າທີ່ສົ່ງເຂົ້າລະບົບ 110 ແຫ່ງ ລວມກຳລັງຕິດຕັ້ງ 5,075 MW ແລະ ກຳລັງຜະລິດຕົວຈິງສູງສຸດ 2,674 MW.

ການດຳເນີນທຸລະກິດ 6 ເດືອນຕົ້ນປີ 2026 ຂອງໄຟຟ້າລາວ ມີທ່າອ່ຽງດີຂຶ້ນ ໂດຍລາຍຮັບເຕີບໂຕ 9.4% ທຽບກັບໄລຍະດຽວກັນຂອງປີ 2025 ຈາກການປັບປຸງໂຄງສ້າງລາຄາໄຟຟ້າ, ການຫຼຸດບັນຫາໄຟຕົກ-ໄຟມອດ ແລະ ການຄວບຄຸມລາຍຈ່າຍບໍລິຫານ. ກອງປະຊຸມສະຫຼຸບການດໍາເນີນທຸລະກິດ...

ອົງການກວດກາລັດແຂວງເຊກອງ ແລະ ນະຄອນດາໜັງ ພົບປະແລກປ່ຽນບົດຮຽນ ຕ້ານການສໍ້ລາດບັງຫຼວງ.

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງອົງການກວດກາລັດແຂວງເຊກອງ ສປປ ລາວ ແລະ ອົງການກວດກາລັດນະຄອນດາໜັງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 9 ສິງຫາ 2026 ທີ່ຫ້ອງວ່າການແຂວງເຊກອງ, ໂດຍມີທ່ານ...

ຍີ່ປຸ່ນ-ລາວ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄືການເປັນຄູ່ຮ່ວມຍຸດທະສາດຮອບດ້ານ.

ໃນຕອນບ່າຍຂອງວັນທີ 5 ສິງຫາ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ (ສະບັບປັບປຸງ) ສໍາລັບໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ໃນການປັບປຸງສະໜາມບິນສາກົນວັດໄຕ ມູນຄ່າລວມທັງໝົດ 3,863,000,000 ເຢນ ຫຼື...