Homeຂ່າວຕ່າງປະເທດຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

ຈັບນັກບິນມາເລເຊຍ ພ້ອມຍຶດເຄື່ອງຂອງກາງ ຢາອີ ຫຼາຍກວ່າ 70,000 ເມັດ

Published on

ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກບິນມາເລເຊຍ ອາດຖືກໂທດປະຫານຊີວິດ ຫຼັງຖືກຈັບກຸມຢູ່ສະໜາມບິນນານາຊາດ ຊູກາໂນ-ຮັດຕາ ໃນນະຄອນຫຼວງຈາກາຕາ ພ້ອມເຄື່ອງຂອງກາງເປັນຢາອີ ຫຼາຍກວ່າ 70,000 ເມັດ ເຊື່ອງຢູ່ໃນກະເປົາເດີນທາງ ໂດຍຜົນກວດຍັງພົບວ່າ ນັກບິນມີສານເສບຕິດໃນຮ່າງກາຍ ຂະນະປະຕິບັດໜ້າທີ່ຂັບເຮືອບິນໂດຍສານ ເດີນທາງມາອິນໂດເນເຊຍ.

ທາງການອິນໂດເນເຊຍໄດ້ເຜີຍແພ່ພາບຈາກກ້ອງວົງຈອນປິດທີ່ສະໜາມບິນໃນນະຄອນຫຼວງຈາກາຕາ ເມື່ອວັນທີ 28 ກໍລະກົດ 2026 ເຊິ່ງໄດ້ປະກົດພາບນັກບິນສາຍການບິນມາເລເຊຍ (Malaysia Airlines) ຄົນໜຶ່ງ ຍ່າງໄປຮັບກະເປົາເດີນທາງສີເທົາ. ຫຼັງຈາກນັ້ນ ນັກບິນດັ່ງກ່າວໄດ້ເຂົ້າກວດກະເປົາຜ່ານຊ່ອງທາງຂອງລູກເຮືອ ແຕ່ເມື່ອກະເປົາເຂົ້າເຄື່ອງກວດແລ້ວ ເຈົ້າໜ້າທີ່ຈຶ່ງຂໍກວດຄົ້ນກະເປົາອີກຮອບ ແລະ ພົບຖົງບັນຈຸຢາເສບຕິດເຊື່ອງຢູ່ກ້ອງເສື້ອຜ້າ ໂດຍເປັນຢາອີ 70,114 ເມັດ ນ້ຳໜັກ 26 ກິໂລກຼາມ ແລະ ຢາໄອສ໌ (ເມດແອມເຟຕາມີນ) 4 ກຼາມ.

ທາງການອິນໂດເນເຊຍລະບຸວ່າ ນັກບິນຄົນດັ່ງກ່າວໄດ້ຖືຂວດບັນຈຸນ້ຳຍ່ຽວ ເຊິ່ງສົງໄສວ່ານັກບິນກຽມໄວ້ເພື່ອໃຊ້ປອມຜົນກວດ. ໂດຍຜົນກວດສານເສບຕິດຂອງນັກບິນ ພົບເຫັນຢາອີ, ໂຄເຄນ ແລະ ຢາໄອສ໌. ນັກບິນໄດ້ໃຊ້ປະໂຫຍດຈາກລະບົບການຈັດການສຳພາລະລູກເຮືອ ໂດຍຜູ້ຖືກຫາໄດ້ຮັບສາລະພາບວ່າ ໄດ້ຖືກຈ້າງເປັນເງິນ 50,000 ຣິງກິດ ຫຼື ປະມານ 276,000,000 ກີບ ໃຫ້ຂົນຢາເສບຕິດເຂົ້າອິນໂດເນເຊຍ ແລະ ເຄີຍພະຍາຍາມເຮັດມາແລ້ວ 3 ຄັ້ງ ເຊິ່ງອິນໂດເນເຊຍເປັນທັງຈຸດໝາຍປາຍທາງຂອງເສັ້ນທາງລຳລຽງຢາເສບຕິດຂ້າມຊາດ ແລະ ເປັນທາງຜ່ານໄປຍັງອົດສະຕຣາລີ ແລະ ນິວຊີແລນ.

ທາງການອິນໂດເນເຊຍ ເຊື່ອວ່າ ນັກບິນຄົນດັ່ງກ່າວອາດເປັນສ່ວນໜຶ່ງຂອງເຄືອຂ່າຍຄ້າຢາເສບຕິດຂ້າມຊາດ ແລະ ຄາດວ່າຜູ້ຮ່ວມຂະບວນການອາດຍັງຢູ່ໃນນະຄອນຫຼວງຈາກາຕາ. ໃນຂະນະທີ່ສາຍການບິນມາເລເຊຍ ໄດ້ຢືນຢັນວ່າ ຈະໃຫ້ຄວາມຮ່ວມມືກັບທາງການຢ່າງເຕັມທີ່ ທ່າມກາງການຕັ້ງຄຳຖາມເຖິງຄວາມບໍ່ເຂັ້ມງວດຂອງການກວດການັກບິນ ແລະ ລູກເຮືອຂອງສາຍການບິນຕ່າງໆ.

ທາງການມາເລເຊຍ ໄດ້ອອກມາຊີ້ແຈງວ່າ ການກວດຄັດກອງຜູ້ໂດຍສານ ແລະ ລູກເຮືອທີ່ສະໜາມບິນໃນມື້ເກີດເຫດ ເປັນໄປຕາມປົກກະຕິ ແລະ ບໍ່ພົບສິ່ງຕ້ອງສົງໄສໃດໆ ເຊິ່ງຈະຕ້ອງໄດ້ກວດສອບເພີ່ມເຕີມວ່າ ຢາເສບຕິດຫຼຸດການກວດຄົ້ນຂອງສະໜາມບິນໄປໄດ້ແນວໃດ.

ພາຍໃຕ້ກົດໝາຍຢາເສບຕິດຂອງອິນໂດເນເຊຍ ຜູ້ທີ່ຖືກຕັດສິນວ່າມີຄວາມຜິດລັກລອບນຳເຂົ້າ ຫຼື ຄ້າຢາເສບຕິດໃນປະລິມານຫຼາຍ ອາດຖືກລົງໂທດສູງສຸດເຖິງປະຫານຊີວິດ ຫຼື ຈຳຄຸກຕະຫຼອດຊີວິດ, ອິນໂດເນເຊຍຈຶ່ງຖືເປັນໜຶ່ງໃນປະເທດທີ່ມີກົດໝາຍປາບປາມຢາເສບຕິດເຂັ້ມງວດທີ່ສຸດໃນໂລກ.

ແຫຼ່ງທີ່ມາ: ABC News, Thai PBS, TNN, South China Morning Post

ບົດຄວາມຫຼ້າສຸດ

ຮັກສາສິ່ງແວດລ້ອມ! ບໍ່ແຮ່ໃຕ້ດິນ ຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມໜ້າດິນຮັກສາໜ້າດິນ.

ອີງຕາມ Lane Xang Minerals Limited Companyໃນວັນທີ 30 ກໍລະກົດ 2026 ທີ່ເມືອງວິລະບູລີ ແຂວງສະຫວັນນະເຂດ, ສປປ ລາວ ບໍລິສັດ...

ພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ເພື່ອພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາ 2026 ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ນະຄອນຮ່າໂນ້ຍ ສສ. ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ...

ລາວ-ໄທ ຍົກລະດັບການແກ້ໄຂບັນຫາຢາເສບຕິດ, ກຸ່ມຄໍເຊັນເຕີ ແລະ ສະແກັມເມີ.

ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນນະເຂດ, ຫົວໜ້າຄະນະໜ່ວຍປະສານງານປະຈຳພື້ນທີ່ຊາຍແດນລາວ-ໄທ ແຂວງສະຫວັນນະເຂດ ສປປ ລາວ ແລະ ສະຫາຍ ພົນຕີ...

ສືບຕໍ່ຊຸກຍູ້ ລາວ-ຫວຽດນາມ ສືບຕໍ່ຮ່ວມມືດ້ານພະລັງງານໄຟຟ້າ ດ້ານບໍ່ແຮ່ ແລະ ດ້ານການຄ້າ.

ເພື່ອຜັນຂະຫຍາຍຜົນການພົບປະຂອງການນຳຂັ້ນສູງ ຂອງສອງພັກ, ສອງລັດຖະບານ ລາວ-ຫວຽດນາມ, ໃນວັນທີ 31 ກໍລະກົດ 2026, ທ່ານ ມະໄລທອງ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າລາວ...