ໂດຍອີງຕາມການໃຫ້ຂໍ້ມູນ ຂອງ ສານປະຊາຊົນແຂວງອັດຕະປື ໃນຄັ້ງວັນທີ 3 ສິງຫາ 2026 ນີ້ວ່າ: ເພຶ່ອເປັນການຊີ້ແຈ້ງກ່ຽວກັບຄະດີ 2 ເລື່ອງ ທີ່ສານປະຊາຊົນແຂວງອັດຕະປື ໄດ້ຕັດສິນແລ້ວນັ້ນ ປັດຈຸ ບັນ ເຫັນໄດ້ວ່າສື່ສັງຄົມອອນລາຍໄດ້ລົງຂ່າວໄປ ໃນທາງທີ່ບິດເບືອນຄວາມເປັນຈິງ ເຮັດໃຫ້ສັງຄົມກໍາລັງໃຫ້ຄວາມສົມໃຈ ແລະ ເຂົ້າໃຈໄປໃນທາງທີ່ຜິດ ຕໍ່ຄໍາຕັດສິນຂອງສານ ລະຫວ່າງ ຄະດີກ່ຽວກັບການກະທຳຜິດ ຂອງເຈົ້າກຳທົ່ວໄປ (ບຸກຄົນທົ່ວໄປ) ຕິດພັນກັບຈຳນວນເງິນຖືກເສຍຫາຍ.
ຈາກການກະທຳຜິດຂອງພະນັກງານທີ່ສໍ້ລາດບັງຫຼວງ ຢູ່ແຂວງອັດຕະປື ທີ່ສານໄດ້ເປີດປະຊຸມສານ ໃນຄັ້ງວັນທີ 16 ກໍລະກົດ 2026, ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20 ເມສາ 2026, ຕາມຄຳຕັດສິນ ເລກທີ 89/ ຂຕ.ອ, ລົງວັນທີ 16 ກໍລະກົດ 2026. ໃນນີ້ ມີຈຳເລີຍ ທັງໝົດ 9 ຄົນ, ຍິງ 6 ຄົນ ແລະ ຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສິນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026. ກ່ຽວກັບ ການກະທຳຜິດ ຂອງພະນັກງານຢູ່ແຂວງອັດຕະປື ໃນຂໍ້ຫາ ສໍ້ລາດບັງຫຼວງ, ໃນນີ້ ມີຈຳເລີຍ ທັງໝົດ 15 ຄົນ, ຍິງ 4.
ດັ່ງນັ້ນ ຈຶ່ງຢາກໃຫ້ຜູ້ຮັບຂໍ້ມູນຂ່າວສານ ທາງສື່ສັງຄົມອອນລາຍ ຈົ່ງໃຊ້ວິຈາລະນະຍານໃນການຕິດຕາມຂໍ້ມູນທີ່ເປັນທາງການໃຫ້ຖືກຕ້ອງ, ສະນັ້ນ ເພື່ອເຮັດໃຫ້ສັງຄົມເຂົ້າໃຈຢ່າງຖືກຕ້ອງ ຈຶ່ງໄດ້ຊີ້ແຈ້ງກ່ຽວກັບການກະທຳຜິດ ຂອງນາງ ດາວິນ ມະນີວົງ ແລະ ນາງ ພຸດທິດາວັນ ໄກສອນເສນາ ດັ່ງນີ້:
ຄະດີ ຂອງນາງ ດາວິນ ມະນີວົງ ແມ່ນຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20 ເມສາ 2026, ຕາມຄຳຕັດສິນ ເລກທີ 89/ ຂຕ.ອ, ລົງວັນທີ 16 ກໍລະກົດ 2026 ເຊິ່ງສານໄດ້ຕັດສິນໃຫ້ຜູ້ກ່ຽວ ມີຄວາມຜິດໃນສະຖານໂທສານຸໂທດ ຕາມມາດຕາ 297 ແລະ ມາດຕາ 298 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ ຕາມປະມວນກົດໝາຍອາຍາ ປີ 2017. ເຊິ່ງສານໄດ້ຕັດສິນ ລົງໂທດ ນາງ ດາວິນ ມະນີວົງ (ຈໍາເລີຍ4) ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ກຳນົດຫົກເດືອນ ແລະ ປັບໃໝ 5,000,000 ກີບ, ລົງໂທດ ນາງ ດາວິນ ມະນີວົງ (ຈໍາເລີຍ4) ໃນຂໍ້ຫາ ການຄິດໄລ່ດອກເບ້ຍສູງ ກຳນົດ ຫົກເດືອນ ແລະ ປັບໃໝ 5,000,000 ກີບ, ລວມລົງໂທດຕັດອິດສະລະພາບຈຳເລີຍ ທັງໝົດ 1 ປີ ໃຫ້ປະຕິບັດ 5 ເດືອນ ກັບ 24 ວັນ.

ສ່ວນທີ່ເຫຼືອພາກໄວ້ ແລະ ປັບໃໝ 10,000,000 ກີບ ແລະ ໃຫ້ໃຊ້ແທນເງິນສ່ວນຕ່າງທີ່ໄດ້ຈາກການກະທຳຜິດ ຈຳນວນ 5,054,100,000 ກີບ ຄືນແກ່ລັດ ເຊິ່ງເງິນຈຳນວນດັ່ງກ່າວນີ້ ຜູ້ກ່ຽວໄດ້ມາຈາກການກະທຳຜິດໃນຂໍ້ຫາ ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ການກະທຳຜິດຂອງ ນາງ ດາວີນ ມະນີວົງ ຜູ້ກ່ຽວບໍ່ໄດ້ກະທຳຜິດ ໃນຂໍ້ຫາການສໍ້ລາດບັງຫຼວງ.
ສ່ວນຄະດີ ຂອງນາງ ພຸດທິດາວັນ ໄກສອນເສນາ ແມ່ນຄະດີອາຍາ ເລກທີ 59/ ຂຕ.ອ, ລົງວັນທີ 17 ມີນາ 2026, ຕາມຄຳຕັດສິນ ເລກທີ 90/ ຂຕ.ອ, ລົງວັນທີ 30 ກໍລະກົດ 2026. ຜູ້ກ່ຽວໄດ້ກະທຳຜິດທີ່ເປັນການ ການສໍ້ລາດບັງຫຼວງ ໃນຂໍ້ຫາ ການຍັກຍອກຊັບຂອງລັດ ຫຼື ລວມໝູ່, ການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ, ຕາມມາດຕາ 354, 355, 297 ແລະ 298 ຂອງປະມວນກົດໝາຍອາຍາ, ເຊິ່ງສານໄດ້ຕັດສິນ ໃຫ້ຜູ້ກ່ຽວຖືກລົງໂທດຕາມແຕ່ລະຂໍ້ຫາຄື: ລົງໂທດຕັດອິດສະລະພາບ ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ກໍານົດ ຫົກເດືອນ ແລະ ປັບໃໝ 5,000,000 ກີບ, ລົງໂທດຕັດອິດສະລະພາບ ໃນຂໍ້ຫາການຄິດໄລ່ດອກເບ້ຍສູງກໍານົດ 6 ເດືອນ ແລະ ປັບໃໝ 5,000,000 ກີບ.

– ໃນຂໍ້ຫາການຍັກຍອກຊັບ ຂອງລັດ ຫຼື ລວມໝູ່ ຕະຫຼອດຊີວິດ ແລະ ປັບໃໝ ໜຶ່ງສ່ວນຮ້ອຍ (1%) ຂອງມູນຄ່າຄວາມເສຍຫາຍ ຄື: ເງິນຈຳນວນ 10,000,000,000 ກີບ X 1% ເທົ່າ 100,000,000 ກີບ, ລວມລົງໂທດ ນາງ ພຸດທິດາວັນ ໄກສອນເສ ນາ (ຈໍາເລີຍ 15) ຕັດອິດສະລະພາບຕະຫຼອດຊີວິດ ແລະ ປັບໃໝ ທັງໝົດ ຈຳນວນ 110,000,000 ກີບ.
ສ່ວນເງິນ ຈຳນວນ 22,000,000 ກີບ ທີ່ສານໃຫ້ຜູ້ກ່ຽວສົ່ງຄືນແກ່ລັດນັ້ນແມ່ນເງິນທີ່ ນາງ ພຸດທິດາວັນ ໄກສອນເສນາ ໄດ້ຈາກການກະທຳຜິດ ໃນຂໍ້ຫາການດໍາເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ (ມາດຕາ 297,298) ພ້ອມນັ້ນ, ກໍຍັງໃຫ້ຮັບຜິດຊອບ ໃຊ້ແທນເງິນຂອງລັດທີ່ຖືກເສຍຫາຍ ຕາມບ້ວງເງິນທີ່ຜູ້ກ່ຽວໄດ້ຮ່ວມກະທຳຜິດ.
ອ້າງອີງຂໍ້ມູນຈາກ: ຂ່າວສານອອນລາຍ ອັດຕະປື

