Homeຂ່າວພາຍ​ໃນຈຳປາສັກ ເລັ່ງພັດທະນາເສດຖະກິດ-ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ ລົດໄຟ-ກະເຊົ້າລອຍຟ້າ.

ຈຳປາສັກ ເລັ່ງພັດທະນາເສດຖະກິດ-ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ ລົດໄຟ-ກະເຊົ້າລອຍຟ້າ.

Published on

ຖືເປັນຂ່າວທີ່ກຳລັງໂດ່ງດັງໃນວົງການທ່ອງທ່ຽວ ເມື່ອແຂວງຈຳປາສັກ ວາງແຜນຍົກລະດັບແຫຼ່ງທ່ອງທ່ຽວໃຫ້ກາຍເປັນ ຈຸດLandmar ລະດັບໂລກ ໂດຍການຈັບມືຮ່ວມກັບ Sun Group ບໍລິສັດຜູ້ສ້າງຕຳນານສວນສະໜຸກ Ba Na Hills ທີ່ໂດ່ງດັງຈາກປະເທດຫວຽດນາມ.

ແລະ ນີ້ຄື 3 ຈຸດຍຸດທະສາດທີ່ກຽມຈະປ່ຽນແປງ ທ່ານ ປອ ອາລຸນໄຊ ສູນນະລາດ ເລຂາພັກແຂວງຈຳປາສັກ ໄດ້ສະເໜີ 3 ເຂດທີ່ມີທ່າແຮງສູງສຸດ ເພື່ອໃຫ້ທາງ Sun Group ເຂົ້າມາສຶກສາສຳຫຼວດ:

  1. ເຂດພູສ່າເຫຼົ້າ – ພູມະໂລງ (ເມືອງໂພນທອງ): ຈຸດຊົມວິວແຄມຂອງທີ່ງົດງາມ ເໝາະແກ່ການສ້າງກະເຊົາລອຍຟ້າ
  2. ເຂດພູພຽງບໍລິເວນ (ເມືອງປາກຊ່ອງ): ພື້ນທີ່ ສະວິດເຊີແລນເມືອງລາວ ທີ່ມີອາກາດເຢັນຕະຫຼອດປີ (18-20 ອົງສາ), ເໝາະສຳລັບຣີສອດລະດັບພຣີມຽມ
  3. ເຂດສີພັນດອນ (ເມືອງໂຂງ): ຄວາມມະຫັດສະຈັນທາງທຳມະຊາດໜຶ່ງດຽວໃນອາຊີອາຄະເນ.

ເປັນຫຍັງຕ້ອງແມ່ນ ຈຳປາສັກ: ເພາະວ່າສະຖານທີ່ໂດດເດັ່ນ ມີທັງມໍລະດົກໂລກວັດພູ ແລະ ແຫຼ່ງປູກພືດເມືອງໜາວ (Blueberry, Macadamia), ການເຊື່ອມຕໍ່ດີຢ້ຽມ ຕັ້ງຢູ່ຈຸດຍຸດທະສາດທີ່ເຊື່ອມ ໄທ-ກຳປູເຈຍ-ຫວຽດນາມ ໄດ້ຢ່າງສະດວກ, ໃນເດືອນ ມິຖຸນາ 2026 ນີ້, ຄະນະບໍລິຫານຂອງ Sun Group ຈະລົງພື້ນທີ່ຕົວຈິງຢູ່ແຂວງຈຳປາສັກ ເພື່ອສຶກສາຄວາມເປັນໄປໄດ້ໃນການລົງທຶນ.

ສະຫຼຸບ: ຖ້າໂຄງການນີ້ເກີດຂຶ້ນຈິງ, ຈຳປາສັກຈະບໍ່ໄດ້ມີດີແຕ່ທຳມະຊາດແບບເດີມໆ ແຕ່ຈະກາຍເປັນສູນກາງການທ່ອງທ່ຽວທີ່ທັນສະໄໝ ມີມາດຕະຖານລະດັບສາກົນ ເຊິ່ງຈະຊ່ວຍດຶງດູດນັກທ່ອງທ່ຽວຈາກທົ່ວໂລກ ແລະ ສ້າງລາຍຮັບມະຫາສານໃຫ້ກັບທ້ອງຖິ່ນ.

ນອກຈາກນີ້ ໃນວາລະກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ກໍລະກົດນີ້, ທ່ານ ອາລຸນໄຊ ສູນນະລາດ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ເຊິ່ງທ່ານສະເໜີໃຫ້ທົບທວນບາງນະໂຍບາຍສຳຄັນ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງດ້ານຂົນສົ່ງ ເຊັ່ນການຂະຫຍາຍລະບົບລົດໄຟ ໄປຍັງເຂດພາກໃຕ້ ເພື່ອຮອງຮັບທ່າແຮງການຜະລິດ ແລະ ການຄ້າຂອງພາກພື້ນ.

ພ້ອມທັງ ຊ່ວຍຍົກລະດັບການເຕີບໂຕທາງເສດຖະກິດ ການປະຕິບັດນະໂຍບາຍຄຸ້ມຄອງການນຳເຂົ້າສິນຄ້າບາງດ້ານ ຍັງຂາດຄວາມເປັນເອກະພາບ, ສະນັ້ນ ຄວນກຳນົດມາດຕະການໃຫ້ຊັດເຈນກວ່າເກົ່າ, ກົນໄກການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ກໍຄວນໄດ້ຮັບການທົບທວນ ແລະ ປັບປຸງ ເພື່ອໃຫ້ການບໍລິຫານລັດມີປະສິດທິພາບສູງຂຶ້ນ.

ສຳລັບບັນຫາການບໍລິຫານບຸກຄະລາກອນທີ່ລັດຖະບານໄດ້ສະເໜີມີໂກຕາ 2,500 ຕຳແໜ່ງ, ຄວນແບ່ງໃຫ້ທົ່ວເຖິງ ໂດຍໃຫ້ຄວາມສຳຄັນແກ່ບຸກຄະລາກອນຂະແໜງສາທາລະນະສຸກ ແລະ ຄູອາສາສະໝັກ ທີ່ໄດ້ເສຍສະຫຼະ ແລະ ປະຕິບັດໜ້າທີ່ມາເປັນເວລາຍາວນານ ເພື່ອເປັນຂວັນ ແລະ ກຳລັງໃຈໃນການປະຕິບັດໜ້າທີ່ຮັບໃຊ້ສັງຄົມ.

ແຫຼ່ງທີ່ມາ:

ໜັງສືພິມຈຳປາໃໝ່

ຂ່າວ ຜູ້ແທນປະຊາຊົນ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...