Homeຂ່າວພາຍ​ໃນຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

Published on

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ:

ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ 6 ຂອງດໍາລັດ ວ່າດ້ວຍການຄຸ້ມ ຄອງລາຄາສິນຄ້າ ແລະ ຄ່າບໍລິການ ກ່ຽວກັບການປະຕິບັດບັນດາມາດຕະການຄວບຄຸມລາຄາ ແລະ ມາດຕະການກຳນົດລາຄາສູງສຸດ, ລາຄາຕໍ່າສຸດ ຫຼື ຂອບເຂດລາຄາ ເພື່ອຮັກສາສະຖຽນລະພາບທາງດ້ານລາຄາ ຂອງຊີ້ນໝູ ໃນທ້ອງຕະຫຼາດ ທັງເປັນການປົກປ້ອງ ແລະ ຊຸກຍູ້ສົ່ງເສີມຜູ້ປະກອບການຜະລິດ/ລ້ຽງໝູຊີ້ນ ໃຫ້ມີຄວາມໝັ້ນຄົງ, ຮັບປະກັນການສະໜອງຊີ້ນໝູ ໃຫ້ແກ່ຕະຫຼາດ ກໍຄືສັງຄົມຢ່າງພຽງພໍ ແລະ ລາຄາເໝາະສົມ ຕາມກົນໄກຕະຫຼາດ ໃນແຕ່ລະໄລຍະ ແລະ ຮັບຟັງ ຄຳແນະນຳ ການຈັດຕັ້ງປະຕິບັດແຈ້ງການ ກ່ຽວກັບຫ້າມຊື້-ຂາຍ ໝູຊີ້ນ(ໝູເປັນໜ້າຟາມ) ຕໍ່າກວ່າຕົ້ນທຶນການລ້ຽງ ສະບັບເລກທີ 0786/ຫກ.

ໃນນັ້ນ ການກໍານົດລາຄາໜ້າຟາມ ຫ້າມຜູ້ປະກອບການລ້ຽງໝູ ແລະ ນາຍຮ້ອຍ ຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ໃນລາຄາທີ່ ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ ທີ່ຂະແໜງກະສິກຳ ແລະ ສິ່ງແວດລ້ອມ ຄິດໄລ່ ແລະ ຢັ້ງຢືນອອກໃນແຕ່ລະເດືອນຢ່າງເດັດຂາດ, ຊຶ່ງໝູຊີ້ນ (ໝູເປັນໜ້າຟາມ) ທີ່ນໍາມາຄິດໄລ່ ແລະ ຢັ້ງຢືນໂຄງປະກອບລາຄາຕົ້ນທຶນເພື່ອກຳນົດ ລາຄາຂາຍໜ້າຟາມ ແມ່ນໝູຊີ້ນທີ່ມີນໍ້າໜັກ ແຕ່ 100 ຫາ 120 ກິໂລ, ສ່ວນໝູຊີ້ນທີ່ມີນໍ້າໜັກຫຼຸດ ຫຼື ເກີນ ທີ່ໄດ້ກໍານົດໄວ້ນີ້ ແມ່ນໃຫ້ອີງຕາມການຕົກລົງລາຄາກັນເອງ ລະຫວ່າງ ຜູ້ຊື້ ແລະ ຜູ້ຂາຍ, ຮັບຟັງການເຜີຍແຜ່ ການຄຸ້ມຄອງ, ການຈັດຕັ້ງປະຕິບັດດ້ານວິຊາການ ໃນ ການການຄິດໄລ່ໂຄງປະກອບລາຄາ ຕົ້ນທຶນ/ຕົ້ນທາງ ການຜະລິດ ແລະ ການນໍາເຂົ້າ ໝູ ແລະ ຊາກໝູ ທີ່ຂະ ແໜງກະສິກຳ ແລະ ສິ່ງແວດລ້ອມ ຈັດຕັ້ງປະຕິບັດ, ລາຍງານການຄຸ້ມຄອງ, ການຈັດຕັ້ງປະຕິບັດການຄິດໄລ່ ໂຄງສ້າງລາຄາ ຊີ້ນໝູ ໜ້າຂຽງ ໃນຂອດການຈໍາໜ່າຍ ຂາຍຍົກ-ຂາຍຍ່ອຍ.

ພ້ອມນີ້ ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າປຶກສາຫາລື ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດ ການນໍາເຂົ້າ-ການຈໍາໜ່າຍໝູ ເພື່ອບໍ່ໃຫ້ມີການສວຍໂອກາດປັບລາຄາສູງເກີນສົມຄວນ ຫຼື ຈໍາໜ່າຍໃນລາຄາທີ່ອາດສົ່ງຜົນຜົນກະທົບຕໍ່ລະບົບການຜະລິດ ແລະ ຕະຫຼາດ ພ້ອມທັງປະຕິບັດຕາມກົດໝາຍ ແລະ ຂໍ້ກຳນົດຂອງພາກລັດຢ່າງເຄັ່ງຄັດ.

ແຫຼ່ງທີ່ມາ: ຂ່າວສານອອນລາຍ ອັດຕະປື

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...