spot_img
Homeຂ່າວຕ່າງປະເທດເຈົ້າຍິງແອັດສະປາຍ ຖືກດຳເນີນຄະດີສໍ້ໂກງ ຄັ້ງທຳອິດໃນປະຫວັດສາດ ຂອງປະເທດ!

ເຈົ້າຍິງແອັດສະປາຍ ຖືກດຳເນີນຄະດີສໍ້ໂກງ ຄັ້ງທຳອິດໃນປະຫວັດສາດ ຂອງປະເທດ!

Published on

3311750

 

ເຈົ້າຍິງຄຣິສຕິນ່າ ເຊິ່ງເປັນເອື້ອຍຂອງເຈົ້າມະຫາຊີວິດແຫ່ງປະເທດແອັດສະປາຍ ກາຍເປັນສະມາຊິກຣາຊະວົງແອັດສະ

ປາຍອົງທຳອິດ ທີ່ຖືກດຳເນີນຄະດີອາຍາ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ທັນວານີ້ວ່າ ເຈົ້າຍິງຄຣິສຕິນ່າ ເຊິ່ງເປັນເອື້ອຍຂອງເຈົ້າເຟລິເປ ທີ 6 ແຫ່ງ

ແອັດສະປາຍ ກາຍເປັນສະມາຊິກຣາຊະວົງຄົນທຳອິດໃນປະຫວັດສາດຂອງແອັດສະປາຍ ທີ່ຖືກດຳເນີນຄະດີອາຍາ ຫລັງ

ພົບວ່າມີສ່ວນໃນການສໍ້ໂກງ ແລະ ຍັກຍອກເງິນກອງທຶນສາທາລະນະ ມູນຄ່າຫລາຍລ້ານໂດລາສະຫະລັດ ຮ່ວມກັບຄູ່ສົມ

ລົດຂອງເຈົ້າຍິງເອງ.

 

ໂດຍແຫ່ງຂ່າວໄດ້ລະບຸວ່າ ທ່ານ ອິນາກີ ເອີດັງກາຣິນ ສາມີຂອງເຈົ້າຍິງ ໄດ້ຕົກເປັນຜູ້ຕ້ອງຫາໃນຄະດີສໍ້ໂກງເງິນພາສີອາ

ກອນ ແລະ ຍັກຍອກເງິນບໍລິຈາກສາທາລະນະ ຈາກອົງກອນ Noos ເຊິ່ງເປັນອົງກອນທີ່ບໍ່ສະແຫວງຫາຜົນກຳໄລ ທີ່ລະ

ດົມທຶນເພື່ອການກິລາ ໂດຍເຂົາໄດ້ຖືກຈັບກຸມ ແລະ ດຳເນີນຄະດີເມື່ອ 4 ປີຜ່ານມາ ກ່ອນທີ່ຈະສືບສາວມາເຖິງເຈົ້າຍິງ

ຄຣິສຕິນ່າ ໃຫ້ຖືກກະໂທງລົງຂໍ້ຫາໄປຕາມກັນ.

 

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...