Homeຂ່າວເຫດການເຈົ້າໜ້າທີ່ຖະແຫຼງການກໍລະນີປະຊາຊົນດື່ມນ້ຳດື່ມ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ

ເຈົ້າໜ້າທີ່ຖະແຫຼງການກໍລະນີປະຊາຊົນດື່ມນ້ຳດື່ມ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ

Published on

ຖະແຫຼງຂ່າວກ່ຽວກັບກໍລະນີປະຊາຊົນດື່ມນ້ຳດື່ມໂຮງງານນ້ຳດື່ມແຫ່ງໜຶ່ງ ທີ່ຕັ້ງຢູ່ບ້ານນ້ຳແພດ ເມືອງໝື່ນ ແຂວງວຽງຈັນ ເຮັດໃຫ້ມີຄົນເສຍຊີວິດ 2 ຄົນ ເປັນເພດຊາຍ ກ່ອນອື່ນຂໍສະແດງຄວາມເສົ້າເສຍໃຈມາຍັງຄອບຄົວພໍ່ແມ່ຍາດພີ່ນ້ອງຂອງຜູ້ເສຍຊີວິດຕໍ່ກັບການສູນເສຍໃນຄັ້ງນີ້.
ເບື້ອງຕົ້ນ, ໃນວັນທີ 3 ມິຖຸນາ 2026 ກອງບັນຊາການ ປກສ ແຂວງວຽງຈັນໄດ້ຮັບການລາຍງານຈາກກອງບັນຊາການ ປກສ ເມືອງເຟືອງວ່າ ມີປະຊາຊົນດື່ມນ້ຳດື່ມແລ້ວເສຍຊີວິດ ເມື່ອໄດ້ຮັບຂ່າວ ກອງບັນຊາການ ປກສ ແຂວງວຽງຈັນ ກໍໄດ້ຮີບຮ້ອນແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະ ລົງປະສານພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ອົງການໄອຍະການປະຊາຊົນເຂດ 3, ພະແນກສາທາລະນະສຸກແຂວງ ຕະຫຼອດຮອດອົງການປົກຄອງບ້ານໂນນຫີນແຮ່ ເມືອງເຟືອງ ແລະ ອົງການປົກຄອງບ້ານນ້ຳແພດ ເມືອງໝື່ນ ແຂວງວຽງຈັນ ພ້ອມກັນລົງກວດກາສະຖານທີ່ເກີດເຫດຈິ່ງຮູ້ວ່າ ຜູ້ເສຍຊີວິດຊື່ ທ້າວ ບຸນໄທ ອາຍຸ 18 ປີ ແລະ ທ້າວ ເທບອຍ ອາຍຸ 10 ປີ ອາຊີບ ນັກຮຽນ ທັງສອງເປັນອ້າຍນ້ອງກັນ ເຊິ່ງເປັນລູກຂອງທ້າວ ໄມ ເພັດວິໄລ ແລະ ນາງ ແລ ເພັດວິໄລ ຢູ່ບ້ານໂນນຫີນແຮ່ ເມືອງເຟືອງ ແຂວງວຽງຈັນ.
ຜ່ານການເກັບກຳຂໍ້ມູນພະຍານຫຼັກຖານ ເວລາປະມານ 7 ໂມງເຊົ້າຂອງວັນທີ 3 ມິຖຸນາ 2026, ທ້າວ ບຸນໄທ ແລະ ທ້າວ ເທບອຍ ສອງອ້າຍນ້ອງ ຫຼັງຈາກກິນເຂົ້າເຊົ້າແລ້ວ ແລະ ກຳລັງຈະໄປໂຮງຮຽນ, ທ້າວ ບຸນໄທ ຜູ້ເປັນອ້າຍ ກໍໄດ້ດື່ມນ້ຳ ຢູ່ກ໋ອກນ້ຳເຢັນໃນເຮືອນຂອງຜູ້ກ່ຽວ ເວລາປະມານ 5 ນາທີຕໍ່ມາ ທ້າວ ບຸນໄທ ກໍເກີດອາການລົ້ມລົງພື້ນ ຢູ່ໃນທ່າທີຊ່ວຍໂຕເອງບໍ່ໄດ້, ເມື່ອທ້າວ ເທບອຍ ຜູ້ເປັນນ້ອງຊາຍເຫັນອ້າຍລົ້ມລົງ ກໍບໍ່ສາມາດຊ່ວຍເຫຼືອອ້າຍໄດ້ ແລະ ໄດ້ໂທຫາພໍ່ແມ່ ພ້ອມໄດ້ລົງໄປຈາກເຮືອນ ແລະ ແລ່ນໄປຫາພີ່ນ້ອງທີ່ອາໄສຢູ່ໃກ້ຄຽງ. ເມື່ອກັບມາຮອດເຮືອນ, ດ້ວຍຄວາມອິດເມື່ອຍ ທ້າວ ເທບອຍ ຈຶ່ງໄດ້ດື່ມນ້ຳຈາກກ໋ອກນ້ຳເຢັນດັ່ງກ່າວ ແລ້ວກໍເກີດອາການລົ້ມລົງ ແລະ ຊ່ວຍເຫຼືອໂຕເອງບໍ່ໄດ້ ຫຼັງຈາກນັ້ນ ກໍໄດ້ເສຍຊີວິດໃນເວລາຕໍ່ມາ.
ປັດຈຸບັນ, ທາງເຈົ້າໜ້າທີ່ກໍໄດ້ກັກຕົວເປົ້າໝາຍຄື ທ້າວ ວິລະສິນ ໂຄດໜໍ່ຄຳ ແລະ ທ້າວ ສັນຕິ ໂຄດໜໍ່ຄຳ ເຈົ້າຂອງໂຮງງານນໍ້າດື່ມ ແລະ ກຳລັງສຸມໃສ່ການສືບສວນ-ສອບສວນຊອກຫາຂໍ້ມູນຫຼັກຖານການເສຍຊີວິດ ເພື່ອນຳຕົວຜູ້ກະທຳຜິດມານຳດຳເນີນຄະດີຕາມກົດໝາຍ.
ຂໍ້ມູນ: Viengchan Police news

ບົດຄວາມຫຼ້າສຸດ

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...