Homeຂ່າວທ້ອງຖິ່ນຂ່າວດີ! ພົບຊ້າງປ່າ ເຈົ້າໜ້າທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ  ແຂວງໄຊຍະບູລີ ພົບເຫັນ ແລະ ຖ່າຍຮູບພາບຊ້າງປ່າ ໃນຂະນະລົງປະຕິບັດກິດຈະກໍາໂຄງການ

ຂ່າວດີ! ພົບຊ້າງປ່າ ເຈົ້າໜ້າທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ  ແຂວງໄຊຍະບູລີ ພົບເຫັນ ແລະ ຖ່າຍຮູບພາບຊ້າງປ່າ ໃນຂະນະລົງປະຕິບັດກິດຈະກໍາໂຄງການ

Published on

ພາບຊ້າງປ່າທີ່ປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ເຊິ່ງຖ່າຍໄດ້ຈາກທີມງານໂຄງການ ແລະ ເຈົ້າໜ້າທີ່ປ່າສະຫງວນ ໃນຂະນະລົງປະຕິບັດກິດຈະກໍາໂຄງການ ໃນວັນທີ 10/06/2026 ທີ່ຜ່ານມາ.

ປ່າສະຫງວນແຫ່ງຊາດນໍ້າປຸຍ ແຂວງໄຊຍະບູລີ ເປັນຖິ່ນອາໄສອັນດັບຕົ້ນໆຂອງປະເທດລາວ ທີ່ມີຊ້າງປ່າອາຊີ ອາໄສຢູ່, ແລະ ຍັງໄດ້ຮັບການສະໜັບສະໜູນຈາກ ອົງການ WWF-Laos ໃນຫຼາຍກວ່າ 10 ປີ ທີ່ຜ່ານມາ ເພື່ອອະນຸລັກຊ້າງປ່າ ລວມເຖິງການຕິດຕາມ ແລະ ສໍາຫຼວດຊີວະນາໆພັນສັດປ່າອື່ນໆ ຄຽງຄູ່ກັບການສະໜັບສະໜູນວຽກງານຄຸ້ມຄອງປ່າສະຫງວນ.

ຊ້າງອາຊີ ມີປະຊາກອນອາໄສຢູ່ປະມານ 13 ປະເທດ ໃນອາຊີ, ແລະ ຈຳນວນຂອງພວກມັນກຳລັງຫຼຸດລົງ ໂດຍສະເພາະໃນເຂດອາຊີຕາເວັນອອກສ່ຽງໃຕ້ ທີ່ມີຊ້າງປ່າເຫຼືອຢູ່ພຽງ 8,000–11,000 ໂຕເທົ່ານັ້ນ. ຊ້າງອາຊີຕາເວັນອອກສ່ຽງໃຕ້ ມີຜົນກະທົບຫຼາຍກວ່າຊ້າງໃນເຂດອື່ນໆ, ເປັນຕົ້ນແມ່ນ ຈາກການສູນເສຍທີ່ຢູ່ອາໄສ ແລະ ການເຊື່ອມໂຊມຂອງທໍາມະຊາດ, ຄວາມຂັດແຍ່ງ ລະຫວ່າງຄົນກັບຊ້າງ, ການລັກລອບລ່າຊ້າງເພື່ອເອົາງາ, ແລະ ອື່ນໆ.

ໃນແຕ່ລະປີ ທົ່ວໂລກ ມີຊ້າງປ່າຢ່າງໜ້ອຍ ຈໍານວນ 20,000 ໂຕ ຕ້ອງຕາຍ ເພາະຖືກຂ້າ ເພື່ອເອົາຊິ້ນສ່ວນຂອງມັນ ໂດຍສະເພາະ ງາ, ໜັງ ຫຼື ອະໄວຍະວະອື່ນໆ ຂອງຊ້າງ ມາຜະລິດເປັນວັດຖຸ ຫຼື ຜະລິດຕະພັນຕ່າງໆ ຕາມຄວາມມັກ ແລະ ຕ້ອງການຂອງຄົນບາງກຸ່ມ ທີ່ຢາກມີໄວ້ຄອບຄອງ.

ຂໍ້ມູນ: WWF-Laos

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...