Homeຂ່າວການຮ່ວມມືນາຍົກລັດຖະມົນຕີລາວ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີໄທ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຄົ້ນຫາ ແລະ ກອບກູ້ເອົາຊິວິດປະຊາຊົນທີ່ຕິດຄ້າງຢູ່ໃນຖໍ້າ

ນາຍົກລັດຖະມົນຕີລາວ ສົ່ງຈົດໝາຍເຖິງນາຍົກລັດຖະມົນຕີໄທ ເພື່ອສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຄົ້ນຫາ ແລະ ກອບກູ້ເອົາຊິວິດປະຊາຊົນທີ່ຕິດຄ້າງຢູ່ໃນຖໍ້າ

Published on

ວັນທີ 7 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງຈົດໝາຍຂອບໃຈເຖິງທ່ານ ອະນຸທິນ ຊານວີຣະກູນ, ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ, ເນື້ອໃນຈົດໝາຍຂຽນວ່າ:

ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແຫ່ງ ລາຊະອານາຈັກໄທ ທີ່ໄດ້ອະນຸຍາດໃຫ້ສະມາຄົມສາຍທານ ປະ ເທດໄທ, ໜ່ວຍກູ້ໄພເມດຕາທຳກາລະສິນ ແລະ ໜ່ວຍກູ້ໄພສະຫວ່າງສີວິໄລ ພ້ອມດ້ວຍຄະນະ ມາຊ່ວຍເຫຼືອໃນການຄົ້ນຫາ ແລະ ກອບກູ້ເອົາຊີວິດປະຊາຊົນລາວ ຈໍານວນ 7 ຄົນ ທີ່ຕິດຄ້າງຢູ່ໃນຖ້ຳທີ່ ເມືອງລ້ອງແຈ້ງ, ແຂວງໄຊສົມບູນ ຍ້ອນຝົນຕົກໜັກ ນັບແຕ່ວັນທີ 18 ພຶດສະພາ 2026 ເປັນຕົ້ນມາ.

ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ການປະຕິບັດວຽກງານຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງທີມກູ້ໄພດັ່ງກ່າວ ຮ່ວມກັບໜ່ວຍກູ້ໄພຂອງ ສປປ ລາວ ແລະ ຊ່ຽວຊານຈາກສາກົນ ເລີ່ມແຕ່ວັນທີ 24 ພຶດສະພາ 2026 ເປັນຕົ້ນມາ ຈົນສາມາດກອບກູ້ເອົາຊີວິດຜູ້ຕິດຄ້າງໃນຖ້ຳ ທັງ 5 ຄົນໄດ້ຢ່າງປອດໄພ ໃນວັນທີ 29-30 ພຶດສະພາ 2026 ຜ່ານມາ ແລະ ຍັງສືບຕໍ່ຄົ້ນຫາຜູ້ສູນຫາຍອີກ 2 ຄົນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ, ປະຊາຊົນລາວ ກໍຄື ຄອບຄົວຜູ້ປະສົບໄພ ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍນັກກູ້ໄພທຸກໆທ່ານ ຕໍ່ຄວາມເປັນມືອາຊີບ ແລະ ການເສຍສະຫຼະໃນພາລະກິດອັນສຳຄັນຄັ້ງນີ້.

ການຊ່ວຍເຫຼືອດ້ານມະນຸດສະທຳໃນຄັ້ງນີ້ ເປັນການສ່ອງແສງເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ທີ່ພວມໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ໃນປັດຈຸບັນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງທ່ານ ພ້ອມດ້ວຍຄອບຄົວ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງທ່ານ.

ແຫຼ່ງຂໍ້ມູນ: ວິທະຍຸກະຈາຍສຽງແຫ່ງຊາດ

 

 

 

 

ບົດຄວາມຫຼ້າສຸດ

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...

ເຮັດແທ້ທຳຈິງ! ແຂວງສະຫວັນນະເຂດ ປະກາດເລັ່ງປາບປາມການລັກລອບຂຸດແຮ່-ຕັດໄມ້ເຖື່ອນ

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ວັນທີ 24 ພະຈິກ 2026 ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ...