spot_img
Homeຂ່າວຕ່າງປະເທດຂ່າວເສົ້າວົງການມວຍ, ການເສຍຊີວິດຂອງ ຟຣີຕຊ໌ ສະດູເນດ ຍອດຄູຝຶກມວຍຊາວເຢຍລະມັນ

ຂ່າວເສົ້າວົງການມວຍ, ການເສຍຊີວິດຂອງ ຟຣີຕຊ໌ ສະດູເນດ ຍອດຄູຝຶກມວຍຊາວເຢຍລະມັນ

Published on

916605

ວົງການມວຍຂອງເມືອງເບຍຣ໌ ເກີດຄວາມໂສກເສົ້າ ກັບ ຟຣີຕຊ໌ ສະດູເນດ ຍອດຄູຝຶກມວຍຜູ້ປັ້ນ 2 ພີ່ນ້ອງຄລິຊ໌ໂກ ແລະ ເຄີຍຝຶກອາດິດແຊ່ມໂລກຊາວເຢຍລະມັນອີກຫຼາຍຄົນ, ເສຍຊີວິດດ້ວຍ ອາຍຸລວມ 67 ປີ ຈາກອາການຫົວໃຈວາຍ ເມື່ອວັນຈັນທີ່ຜ່ານມາ.

ໂທມັສ ປູເອສ໌ ປະທານສະຫະພັນມວຍອາຊີບຂອງເຢຍລະມັນ ອອກມາເປີດເຜີຍວ່າ ຟຣີຕຊ໌ ສະດູເນດ ສຸດຍອດຄູຝຶກມວຍ ຊາວເຢຍລະມັນ ຜູ້ເຄີຍເປັນຄູຝຶກຂອງ ວິຕາລີ ແລະ ວະລາດີເມຍຣ໌ ຄຣິຊ໌ໂກ 2 ​ພີ່ນ້ອງ  ແຊ່ມໂລກລຸ້ນເອຟວີເອສ ຊາວຢູເຄຣນອີກ ທັງເຄີຍຝຶກໃຫ້ກັບແຊມໂລກຄົນອຶ່ນໆອີກຫຼາຍຄົນນັ້ນ ໄດ້ເສຍຊີວິດລົງແລ້ວລວມອາຍຸ ໄດ້ 67 ປີ ທີ່ໂຮງໝໍແຫ່ງໜຶ່ງໃນເມືອງ ຮັມບວກ ເມື່ອວັນຈັນ ທີ່ 22 ທັນວາ ທີ່ຜ່ານມາ ຈາກອາການຫົວໃຈວາຍ.

ສະດູເນດ ຖືເປັນຄູຝຶກຄູ່ໃຈຂອງ ວິຕາລີ ຄຣິຊ໌ໂກ ແລະ ເປັນຄູຝຶກໃຫ້ ຄຣິຊຼໂກ ຜູ້ທີ່ຄວ້າແຊ່ມໂລກລຸ້ນໃຫຍ່ມາຄອງໄດ້ສໍາເລັດ ແລະ ຍັງເຄີຍເປັນຄູຝຶກໃຫ້ກັບ ວະລາດີເມຍຣ໌ ຜູ້ນ້ອງດ້ວຍນອກຈາກນີ້ ສະດູເນດ ຍັງເຄີຍເປັນຄູຝຶກຂອງ 2 ອາດີດ ແຊ່ມໂລກ ຊາວເຢຍລະມັນເຊັ່ນ ດາຣິອຸຊ໌ ມິຊາລເຊຟສກີ ອາດີດແຊ່ມໂລກໃນນໍ້າໜັກລຸ້ນໃຫຍ່ ແລະ ເຟລິກຊ໌ ສະຕວມຣ໌  ອາດີດແຊ່ມໂລກໃນນໍ້າໜັກລຸ້ນກາງ ແລະ ຍັງ ເຄີຍຝຶກ ອັນເດຼຍສ໌ ຊູເອລອຟ ນັກມວຍຊາວເຢຍລະມັນຕາເວັນອອກ ຄວ້າຫຼຽນຄໍາ ໃນໂອແລມປິກເກັມ ອີກດ້ວຍ.

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...