Homeຂ່າວການຊ່ວຍເຫຼືອລັດຖະບານຍີ່ປຸ່ນຊ່ວຍເຫຼືອ ໃນການສະໜອງອຸປະກອນອຳນວຍຄວາມສະດວກ ຈຳນວນທັງໝົດ 21 ລາຍການ ໃຫ້ແກ່ສະໜາມບິນສາກົນຂອງລາວ

ລັດຖະບານຍີ່ປຸ່ນຊ່ວຍເຫຼືອ ໃນການສະໜອງອຸປະກອນອຳນວຍຄວາມສະດວກ ຈຳນວນທັງໝົດ 21 ລາຍການ ໃຫ້ແກ່ສະໜາມບິນສາກົນຂອງລາວ

Published on

ວັນທີ 1 ເມສາ 2026 ກະຊວງ ໂຍທາທິການ ແລະ ຂົນສົ່ງ ກົມການບິນພົນລະເຮືອນ ໄດ້ຈັດພິທີ ມອບ-ຮັບ ອຸປະກອນ ພາຍໃຕ້ໂຄງການຊ່ວຍເຫຼືອລ້າຈາກ ລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນອຳນວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ ພາຍໃຕ້ໂຄງ ການ “The Economic and Development Programme” ຂຶ້້ນ ທີ່ສະໜາມບິນສາກົນວັດໄຕ ໃຫ້ກຽດມອບໂດຍ ທ່ານ ໂຄະອິຊຶມິ ຊຶໂຕະມຸ ເອກອັກຄະຣາຊາທູດ ຜູ້ມີອຳນາດເຕັມ ແຫ່ງປະເທດ ຍີ່່ປຸ່ນ ປະຈໍາລາວ ແລະ ຮັບໂດຍທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຕາງໜ້າຈາກກົມການບິນພົນລະເຮືອນສະຖານທູດ ຍີ່ປຸ່ນ ປະຈຳລາວ ຫ້ອງການຮ່ວມມືສາກົນຍີ່ປຸ່ນປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພິທີມອບ-ຮັບອຸປະກອນໃນຄັ້ງນີ້ ເປັນການຂີດໝາຍສະແດງເຖິງຜົນສຳເລັດ ໂຄງການຊ່ວຍເຫຼືອລ້າຈາກ ລັດຖະບານຍີ່ປຸ່ນ ໃນການສະໜອງອຸປະກອນອຳນວຍຄວາມສະດວກໃຫ້ແກ່ສະໜາມບິນສາກົນຂອງລາວ ທີ່ໄດ້ເລີ່ມປະຕິບັດແຕ່ປີ 2021 ເປັນຕົ້ນມາ ເຊິ່ງມີມູນຄ່າໂຄງການທັງໝົດ 1 ຕື້ເຢນ (ປະມານ 8,77 ລ້ານໂດລາສະຫະລັດ) ເພື່ອສະໜອງອຸປະກອນ ແລະ ພາຫະນະຮັບໃຊ້ບໍລິການເຮືອບິນ ໃຫ້ແກ່ກອງສະໜາມບິນລາວ ແລະ ບໍລິສັດ ລາວ-ຍີ່ປຸ່ນ ບໍລິການ ອາຄານສະໜາມບິນຈຳກັດ ຈຳນວນທັງໝົດ 21 ລາຍການ ເປັນຕົ້ນ ລົດເມຮັບ-ສົ່ງຜູ້ໂດຍສານ ລົດຍູ້ເຮືອບິນ ຂົວເຊື່ອມຕໍ່ເຮືອບິນ ລົດລໍາລຽງກະເປົາຂຶ້ນເຮືອບິນ ລົດປະຖົມພະຍາບານ ເຄື່ອງກວດທາດລະເບີດ ແລະ ເຄື່ອງກວດກະເປົ່າຜູ້ໂດຍສານ ເພື່ອນໍາໃຊ້ເຂົ້້າໃນວຽກງານບໍລິການສະໜາມບິນ ໃຫ້ມີຄວາມປອດໄພ ປ້ອງກັນຄວາມປອດໄພ ແລະ ສະດວກສະບາຍ ເພີ່ມຂຶ້ນ.

ໂອກາດນີ້ ທ່ານ ລັດຖະມົນຕີ ກະຊວງ ຍທຂ ໄດ້ຕີລາຄາສູງຕໍ່ກັບການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນຄັ້ງນີ້ ເປັນຂີດໝາຍອັນສໍາຄັນທີ່ສຸດໃນການອໍານວຍຄວາມສະດວກ ແລະ ຍົກລະດັບການບໍລິການສະໜາມບິນຂອງ ສປປ ລາວ ກໍ່ຄືສະໜາມບິນສາກົນວັດໄຕ ໃຫ້ດີຂຶ້ນທັນກັບສະພາບການຂະຫຍາຍຕົວດ້ານການບິນພົນລະເຮືອນຂອງ ສປປ ລາວ ທັງເປັນການປະກອບສ່ວນໃນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ່ 10 ຂອງລັດຖະບານ ກໍ່ຄື ແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີຕໍ່ໜ້າ ເພື່ອຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍ່ຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງ ຍທຂ ແລະ ແຜນພັດທະນາຂະແໜງ ຍທຂ ໄລຍະ 5 ປີ 2026-2030 ເວົ້າລວມ ເວົ້າສະເພາະ ວຽກງານການບິນພົນລະເຮືອນ ເຊິ່ງແມ່ນວຽກງານໜຶ່ງທີ່ສໍາຄັນຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ກໍານົດຄາດໝາຍການຂົນສົ່ງໂດຍສານ ແລະ ສິນຄ້າທາງອາກາດ ເພີ້ມຂຶ້ນສະເລ່ຍ 0,8%ຕໍ່ປີ ປະກອບສ່ວນກະຕຸກຊຸກຍູ້ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນຂະແໜງບໍລິການດ້ານການຄ້າ-ການທ່ອງທ່ຽວ ພ້ອມທັງສາມາດຕອບສະໜອງໃຫ້ແກ່ນະໂຍ ບາຍເຊື່ອມໂຍງ-ເຊື່ອມຈອດ ທັງພາຍໃນ ແລະ ພາກພື້ນ.

 

ແຫຼ່ງຂໍ້ມູນ: ວຽງຈັນໃໝ່/VientianeMai

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...