Homeຂ່າວທ້ອງຖິ່ນເປ່ເພກວ່າ 1,593 ຫຼັງຄາເຮືອນ ບ້ານວຽງຄໍາ ເມືອງສີໂຄດຕະບອງ ນວ ໄດ້ຮັບຜົນກະທົບຈາກຝົນໝາກເຫັບຕົກ 1,593 ຫຼັງຄາເຮືອນ ບາດເຈັບກວ່າ 8 ຄົນ

ເປ່ເພກວ່າ 1,593 ຫຼັງຄາເຮືອນ ບ້ານວຽງຄໍາ ເມືອງສີໂຄດຕະບອງ ນວ ໄດ້ຮັບຜົນກະທົບຈາກຝົນໝາກເຫັບຕົກ 1,593 ຫຼັງຄາເຮືອນ ບາດເຈັບກວ່າ 8 ຄົນ

Published on

ພາຍຸລະດູຮ້ອນ ກໍຄືພາຍຸໝາກເຫັບ ໄດ້ພັດຖະຫຼົ່ມເຂົ້າຫຼາຍບ້ານ ເຂດເມືອງສີໂຄດຄະບອງ ນະຄອນຫຼວງວຽງຈັນ ໃນວັນທີ 22 ມີນາ 2026 .ໃນນັ້ນ, ມີ ບ້ານວຽງຄໍາ ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງ ເຮັດໃຫ້ເຮືອນ, ໂຮງຮຽນ, ຮ້ານຄ້າ, ພາຫະນະ, ຕະຫຼາດ, ວັດວາອາຮາມ ແລະ ຊັບສິນອື່ນໆຂອງພໍ່-ແມ່ປະຊາຊົນເປ່ເພເສຍຫາຍຫຼາຍກວ່າ 1,500 ຫຼັງຄາເຮືອນ.

ທ່ານ ປໍວ່າງ ໄຊຢ້າວວົງ ເລຂາພັກບ້ານ ນາຍບ້ານວຽງຄໍາ ໃຫ້ສໍາພາດຕໍ່ທີມຂ່າວສື່ມວນຊົນ ປກສ ໃນວັນທີ 23 ມີນາ 2026 ວ່າ: ບ້ານວຽງຄໍາ ເປັນບ້ານໜຶ່ງທີ່ຂຶ້ນກັບເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຈາກພາຍຸລະດູຮ້ອນ ເກີດມີລົມ ແລະ ໝາກເຫັບຕົກກະ ທັນຢ່າງຮ້າຍແຮງ ໃນເວລາປະມານ 16:00-17:00 ຂອງວັນທີ 22 ມີນາຜ່ານມາ,ສົ່ງຜົນໃຫ້ມີເຮືອນເປ່ເພເສຍຫາຍຢ່າງໜັກໜ່ວງ ຈໍານວນ 1,593 ຫຼັງຄາເຮືອນ, ໂຮງຮຽນ 3 ຫຼັງ, ມີຄົນໄດ້ຮັບບາດເຈັບ 8 ຄົນ (ບາດເຈັບເລັກໜ້ອຍ 5 ຄົນ, ບາດເຈັບສົມຄວນ 3 ຄົນ), ມີພາຫະນະເປ່ເພ ປະເພດລົດໃຫຍ່-ລົດ ຈັກ, ຕະຫຼາດ, ຮ້ານຄ້າ, ວັດວາອາຮາມ, ບ່ອນທໍາຜະລິດ ແລະ ຊັບສິນຕ່າງໆຂອງພໍ່-ແມ່ປະຊາຊົນ ທົ່ວບ້ານອີກຈໍານວນຫຼາຍ, ເຊິ່ງຍັງບໍ່ສາມາດເມີນມູນຄ່າເສຍຫາຍໄດ້.

ທ່ານນາຍບ້ານວຽງຄໍາ ຍັງກ່າວອີກວ່າ: ນອກຈາກບ້ານວຽງຄໍາ ທີ່ໄດ້ຮັບຜົນກະທົບແລ້ວ ຍັງມີບ້ານອ້ອມຂ້າງທີ່ມີຊາຍແດນຕິດຈອດກັນ ກໍໄດ້ຮັບຜົນກະທົບຢ່າງໜັກເຊັ່ນດຽວກັນ ກໍຄື ບ້ານໜອງແຕ່ງເໜືອ, ບ້ານຈັນສະຫວ່າງ, ບ້ານຕາດທອງ ແລະ ບ້ານຈໍາປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ແຫຼ່ງຂໍ້ມູນ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...