Homeຂ່າວການທູດຍື່ນຂໍວິຊາໄດ້ປົກກະຕິ ການຍື່ນຂໍວີຊາເຂົ້າປະເທດລາວຍັງປະຕິບັດແບບເກົ່າ ໂດຍໄດ້ບໍ່ມີການປ່ຽນແປງນະໂຍບາຍ ພ້ອມຍັງເປີດກວ້າງຕ້ອນຮັບພົນລະເມືອງຂອງທຸກໆປະເທດ

ຍື່ນຂໍວິຊາໄດ້ປົກກະຕິ ການຍື່ນຂໍວີຊາເຂົ້າປະເທດລາວຍັງປະຕິບັດແບບເກົ່າ ໂດຍໄດ້ບໍ່ມີການປ່ຽນແປງນະໂຍບາຍ ພ້ອມຍັງເປີດກວ້າງຕ້ອນຮັບພົນລະເມືອງຂອງທຸກໆປະເທດ

Published on

ອີງຕາມແຈ້ງການຂອງສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ-ວໍຊິງຕັນ ດີ,ຊີ ເຖິງ ພົນລະເມືອງຕ່າງປະເທດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ກ່ຽວກັບ ການຂໍວິຊາເດີນທາງເຂົ້າ ສປປ ລາວ ອີງຕາມຂ່າວທີ່ເຜີຍແຜ່ຜ່ານສື່ສັງຄົມອອນລາຍຈໍານວນໜຶ່ງ ກ່ຽວກັບການປະຕິເສດບໍ່ໃຫ້ຂຶ້ນຍົນ ຂອງບາງສາຍບິນ ທີ່ເກີດຂຶ້ນກັບພີ່ນ້ອງຄົນເຊື້ອຊາດລາວ ໃນຜ່ານມາ.

ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ທີ່ນະຄອນຫຼວງວໍຊິງຕັນ ດີ.ຊີ, ສະຫະລັດອາເມລິກາ ໄດ້ຕິດຕາມ ແລະ ຮັບຊາບ ກ່ຽວກັບ ກໍລະນີທີ່ມີສາຍການບິນ ແລະ ເຈົ້າຫນ້າທີ່ ປະຈໍາສະຫນາມບິນ ປະຕິເສດ ບໍ່ໃຫ້ພີ່ນ້ອງຄົນເຊື້ອຊາດລາວ ເດີນທາງໄປ ສປປ ລາວ ຕາມທີ່ເປັນຂ່າວໃນສື່ສັງຄົມອອນລາຍ ທີ່ກໍາລັງເປັນ ກະແສໃນປັດຈຸບັນນີ້ ຈົນເຮັດໃຫ້ພີ່ນ້ອງຄົນເຊື້ອຊາດລາວ ໄດ້ຕິດຕໍ່ມາຍັງສະຖານທູດ ເປັນຈໍານວນຫຼາຍ ເພື່ອ ສອບຖາມ ກ່ຽວກັບ ສາຍເຫດໃນການປະຕິເສດດັ່ງກ່າວ. ຕໍ່ບັນຫານີ້, ສະຖານທູດ ຂໍຢືນຢັນວ່າ ລັດຖະບານ ລາວ ຍັງຢຶດໝັ້ນນະໂຍບາຍເປີດກວ້າງຕ້ອນຮັບພົນລະເມືອງຕ່າງປະເທດ ໂດຍສະເພາະພີ່ນ້ອງຄົນເຊື້ອຊາດ ລາວ ເດີນທາງເຂົ້າ ສປປ ລາວ ດັ່ງທີ່ປະຕິບັດຜ່ານມາ ຊຶ່ງສາມາດຂໍວິຊາໄດ້ດ້ວຍຫຼາຍຊ່ອງທາງຄື:

1) ສາມາດຂໍວິຊາກັບສະຖານທູດລາວ ທີ່ ນະຄອນຫຼວງວໍຊິງຕັນ ດີ.ຊີ ປົກກະຕິ ໂດຍສາມາດເຂົ້າມາ ຂໍວິຊາແບບເຊິ່ງຫນ້າ ( in person) ຫຼື ຝາກຜ່ານໄປສະນີ ( Mail postal ) ມາຍັງສະຖານທູດຕາມ ທີ່ຢູ່ 2222 S, Street NW, Washington, D.C 20008.

2) ສາມາດຂໍວິຊາກັບດ່ານສາກົນ ( Visa on Arrival) ທີ່ມີການໃຫ້ບໍລິການ ເມື່ອທ່ານເດີນທາງໄປເຖິງ ໂດຍສາມາດຍື່ນຂໍວິຊາກັບຫນ່ວຍງານກົງສຸນທີ່ໃຫ້ບໍລິການຢູ່ສະຖານທີ່ນັ້ນໆ.

3) ສາມາດຍື່ນຂໍວິຊາອອນລາຍ (Evisa) ຜ່ານລິ້ງທາງການ: https://laoevisa.gov.la/info, ຊຶ່ງ ທ່ານສາມາດດໍາເນີນການໄດ້ດ້ວຍຕົນເອງ ກ່ອນຈະອອກເດີນທາງ ຊ້າສຸດ 02 ອາທິດ ແລະ ປະຕິບັດຄໍາເເນະໃນເວບໄຊ.

ມາຮອດປັດຈຸບັນ, ສະຖານທູດ ຂໍຢືນຢັນຄືນຕື່ມວ່າ ສະຖານທູດຍັງບໍ່ໄດ້ຮັບແຈ້ງການໃດຈາກປະເທດ ເຈົ້າພາບ ( ສະຫະລັດອາເມລິກາ) ຫຼື ສາຍການບິນໃດ ທີ່ແນະນໍາວ່າໃຫ້ເອົາວິຊານໍາສະຖານທູດລາວ ທີ່ ວໍຊິງ ຕັນ ດີ.ຊີ ກ່ອນການເດີນທາງ ຫຼື ຂຶ້ນຍົນ. ການເກີດເຫດການກັບພີ່ນ້ອງຄົນເຊື້ອຊາດລາວ ທີ່ຖືກປະຕິເສດບໍ່ໃຫ້ຂຶ້ນຍົນນັ້ນ ອາດຈະແມ່ນຄວາມຮູ້ເທົ່າບໍ່ເຖິງການຂອງບາງສາຍການບິນ ທີ່ມີຄວາມເປັນຫ່ວງວ່າລັດຖະບານ ລາວ ຈະບໍ່ໃຫ້ເຂົ້າປະເທດ. ແຕ່ໃນຄວາມເປັນຈິງ, ລັດຖະບານລາວ ບໍ່ມີການປ່ຽນແປງນະໂຍບາຍໃດໆເທື່ອ, ຍັງເປີດກວ້າງຕ້ອນຮັບພົນລະເມືອງຂອງທຸກປະເທດ ລວມທັງພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກທ່ານເພື່ອຊາບຕາມທາງຄວນດ້ວຍ

ບົດຄວາມຫຼ້າສຸດ

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...