Home​ຂ່າວທ່ອງທ່ຽວນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທອ່ງທ່ຽວສະອາດອາຊຽນ ປີ​ 2026​–2028 ແລະ ໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ 7 ແຫ່ງ

ນະຄອນປາກເຊ ໄດ້ຮັບລາງວັນມາດຕະຖານເມືອງທອ່ງທ່ຽວສະອາດອາຊຽນ ປີ​ 2026​–2028 ແລະ ໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ 7 ແຫ່ງ

Published on

ທ່ານ ນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ຫົວໜ້າພະແນກວັດທະນະທຳ ແລະ​ ການທ່ອງທ່ຽວ​ແຂວງ​ຈໍາປາສັກ​ ສປປ​ ລາວ​ ໄດ້ເຂົ້າຮ່ວມງານມະຫາກຳທ່ອງທ່ຽວອາຊຽນ​ ທີ່ຈັດຂຶ້ນ​ໃນວັນ 30 ມັງກອນ​2026​ ຢູ່ປະເທດພິລິປິນ ເພື່ອເຂົ້າຮ່ວມຮັບລາງວັນ​ ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປີ​ 2026​-2028​ ທີ່ນະຄອນ​ປາກເຊ​ ແຂວງ​ຈໍາປາສັກ​ ໄດ້ຮັບ.​

ນະຄອນປາກເຊ ແຂວງຈຳປາສັກ ເປັນ 1 ໃນ 4 ຕົວເມືອງ ຂອງ ສປປ ລາວ ທີ່ໄດ້ຮັບລາງວັນມາດຕະຖານເມືອງສະອາດອາຊຽນ ປີ​ 2026​-2028.​ ນອກນີ້,​ ແຂວງຈຳປາສັກ ຍັງໄດ້ຮັບລາງວັນມາດຕະຖານໂຮງແຮມຂຽວອາຊຽນ 7 ແຫ່ງ ປະກອບມີ​ ໂຮງແຮມຈຳປາພາເລດ, ໂຮງແຮມປອນອາລິນາ, ໂຮງແຮມນາກະສັງພາລາໄດ, ​ໂຮງແຮມເດີຣິເວຍລາ, ໂຮງແຮມແສນສົດຊືນ,​ ຣີສອດຕາດຟານ, ຣີສອດທົ່ງຫວາຍໂຮມສະເຕ​ ແລະ​ ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ 1 ແຫ່ງ ຄື: ແຫຼ່ງທ່ອງທ່ຽວນໍ້າຕົກຕາດຟານ.

ແຫຼ່ງຂໍ້ມູນ: ໜັງສືພິມຈໍາປາໃໝ່

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...