Homeຂ່າວພາຍ​ໃນແຂວງບໍລິຄໍາໄຊ ຈັດພິທີທຳລາຍສິນຄ້າ ທີ່ລະເມີດລິຂະສິດ ປະເພດຢາງລົດໄຖນາ ເພາະຖືເປັນການລະເມີດຊັບສິນທາງປັນຍາ

ແຂວງບໍລິຄໍາໄຊ ຈັດພິທີທຳລາຍສິນຄ້າ ທີ່ລະເມີດລິຂະສິດ ປະເພດຢາງລົດໄຖນາ ເພາະຖືເປັນການລະເມີດຊັບສິນທາງປັນຍາ

Published on

ວັນທີ 27 ມັງກອນ 2026 ທີ່ຜ່ານມາ, ພະແນກຕໍາຫຼວດເສດຖະກິດ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີທຳລາຍ ສິນຄ້າທີ່ລະເມີດລິຂະສິດ (ຊັບສິນທາງປັນຍາ) ປະເພດຢາງລົດໄຖນາ ຂອງບໍລິສັດ ຈ. ໄທສະຫຍາມ ອຸດສາຫະກຳ ຈຳກັດ, ໂດຍການເປັນປະທານຂອງ ທ່ານ ພັນໂທ ບຸນ ອິນທິລາດ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ, ມີທ່ານ ຕິ່ນ ຈັນທະວິໄລ ຕາງໜ້າບໍລິສັດ ຈ. ໄທສະຫຍາມ ອຸດສາຫະກຳ ຈຳກັດ ພ້ອມດ້ວຍທິມງານທີ່ປຶກສາທາງກົດໝາຍ, ມີອົງການໄອຍະການປະຊາຊົນແຂວງ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ມີຄະນະພະແນກ ຕະຫຼອດຮອດ ນາຍ ແລະ ພົນຕໍາຫຼວດ ພະແນກຕໍາຫຼວດເສດຖະກິດ ເຂົ້າຮ່ວມ.

ເຈົ້າໜ້າທີ່ພະແນກຕໍາຫຼວດເສດຖະກິດ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມ ຈາກທາງບໍລິສັດວ່າ: ໄດ້ມີກຸ່ມຄົນແອບອ້າງປອມລິຂະສິດ ໂດຍການນໍາເອົາໂລໂກ້ກາປືນໃຫ່ຍຄູ່ ຄືກັບຂອງບໍລິສັດ ຈ. ໄທສະຫຍາມ ອຸດສາຫະກຳ ຈຳກັດ ໄປຕິດໃສ່ສິນຄ້າປະເພດຢາງຕີນລົດໄຖນາ ທີ່ຄ້າຍຄືກັນກັບສິນຄ້າຂອງບໍລິສັດດັ່ງກ່າວ ແລະ ໄດ້ຈັດວາງຈໍາໜ່າຍ, ຂາຍຢູ່ຮ້ານຄົນຈີນ ຕະຫຼາດເມືອງບໍລິຄັນ ແຂວງບໍລິຄໍາໄຊ ຈຶ່ງໄດ້ມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພືຶ່ອຊ່ວຍສະກັດກັ້ນ ແລ້ວທໍາລາຍຕີນລົດຈໍານວນດັ່ງກ່າວຖິ້ມ.

ພາຍຫຼັງໄດ້ຮັບແຈ້ງຄວາມຈາກບໍລິສັດຜູ້ເສຍຫາຍ ທາງເຈົ້າໜ້າທີ່ຈຶ່ງຂໍຄໍາສັ່ງກວດຄົ້ນເຄຫາສະຖານ ນໍາອົງການໄອຍະການປະຊາຊົນແຂວງ ແລະ ເຂົ້າທໍາການກວດກາເຫັນວ່າມີມູນຄວາມຈິງ ພົບເຫັນຕີນລົດໄຖນາ ທີ່ລະເມີດລິຂະສິດ ຈໍານວນ 153 ເສັ້ນ, ຢຸ່ຮ້ານຂອງ ທ້າວ ລີ ເດັງກຸ່ຍ ອາຍຸ 50 ປີ, ອາຊີບຄ້າຂາຍ ເຊື້ອຊາດ – ສັນຊາດຈີນ ພັກເຊົາຢູ່ບ້ານສີສະຫວາດ ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ: ຜູ້ກ່ຽວໄດ້ຕິດຕໍ່ຊື້ນໍາຄົນຈີນບໍ່ຮູ້ຊື່ ໂດຍຕິດຕໍ່ຊື້-ຂາຍຜ່ານທາງເຟສບຸກ ໂດຍຂົນສົ່ງຜ່ານທາງບໍລິສັດຂົນສົ່ງ ໂດຍການສໍາລະເງິນຜ່ານທາງທະນາຄານການຄ້າຕ່າງປະເທດລາວ ບັນຊີເປັນຂອງຄົນຈີນອອກຊື່ ນາງ ຫຼິວຊຽນ ສ່ວນເຈົ້າຂອງບັນຊີກໍ່ໃຫ້ຂໍ້ມູນວ່າຢາງລົດດັ່ງກ່າວເປັນຂອງຄົນຈີນ ເອົາມາສົ່ງໃຫ້ຄືກັນ ບໍ່ຮູ້ຊື່ບ້ານ, ເມືອງ, ແຂວງຂອງຜູ້ກ່ຽວ. ຜ່ານການກວດກາຢາງຕີນລົດໄຖນາ ຈໍານວນດັ່ງກ່າວຢ່າງລະອຽດ ເຫັນວ່າເປັນສັນຍາລັກກາ ດັບໂບແຄນນ່ອນ (DUBBLE CANNON) ແລະ ບໍ່ມີຖານຂໍ້ມູນຈົດທະບຽນເຄື່ອງໝາຍການຄ້າຊັບສິນທາງປັນຍາທີ່ຖືກຕ້ອງຕາມລະບຽບກົດໝາຍ. ສ່ວນຜູ້ຂາຍ ເຈົ້າໜ້າທີ່ໄດ້ກັກຕົວມາທໍາການສືບສວນ-ສອບສວນ ເຫັນວ່າຜູ້ກ່ຽວເປັນພຽງສ່ວນໜຶ່ງເທົ່ານັ້ນ ບໍ່ແມ່ນຫົວໂປ່ໂຕການ ແລະ ເປັນການກະທຳຜິດຄັ້ງທໍາອິດ ເຈົ້າໜ້າທີ່ຈຶ່ງສຶກສາອົບຮົມ ແລະ ໃຫ້ຂຽນໃບປະຕິຍານຕົນ ຂັ້ນກອງບັນຊາການ ປກສ ແຂວງ ຫາກມີການລະເມີດ ຫຼື ກະທຳຜິດອີກຈະນໍາຕົວມາດໍາເນີນຄະດີຕາມລະບຽບກົດໝາຍ, ສ່ວນຢາງຕີນລົດໄຖນາ ຈໍານວນ 153 ເສັ້ນ ແມ່ນເຈົ້າໜ້າທີ່ໄດ້ຢຶດໄວ້ ແລະ ໃນຕອນເຊົ້າ ວັນທີ 27 ມັງກອນ 2026 ເຈົ້າໜ້າທີ່ຈຶ່ງສົມທົບກັບທາງບໍລິສັດ ແລະ ພະແນກການທີ່ກ່ຽວຂ້ອງ ຈັດພິທີທໍາລາຍ ສິນຄ້າທີ່ລະເມີດລິຂະສິດ (ຊັບສິນທາງປັນຍາ) ດັ່ງກ່າວຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...