Homeຂ່າວຕ່າງປະເທດຂົນຢາບ້າກວ່າ 2,500,000 ເມັດ ເຈົ້າໜ້າທີ່ໄທ ກັກໂຕຜູ້ຖືກຫາຊາວລາວ ລັກລອບຂົນຢາບ້າຂ້າມຊາດ ທີ່ອຳເພີໂຄກຈະເລີນ ຈັງຫວັດລົບບູລີ ປະເທດໄທ

ຂົນຢາບ້າກວ່າ 2,500,000 ເມັດ ເຈົ້າໜ້າທີ່ໄທ ກັກໂຕຜູ້ຖືກຫາຊາວລາວ ລັກລອບຂົນຢາບ້າຂ້າມຊາດ ທີ່ອຳເພີໂຄກຈະເລີນ ຈັງຫວັດລົບບູລີ ປະເທດໄທ

Published on

ສຳນັກຂ່າວ CIA ປະເທດໄທລາຍງານໃນວັນທີ 26 ມັງກອນ 2026 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດ ຈັງຫວັດລົບບູລີ, ປະເທດໄທ. ຮ່ວມກັບຄະນະສະເພາະກິດຕ້ານຢາເສບຕິດ ອອກຖະແຫຼງການຈັບກຸມເຄືອຂ່າຍຢາເສບຕິດຂ້າມຊາດ ພ້ອມຂອງການຢາບ້າລວມກັນເກືອບ 2.5 ລ້ານເມັດ ໂດຍມີຜູ້ຕ້ອງຫາຊື່ວ່າ: ທ້າວ ໄຊ ເປັນປະຊາຊົນແຂວງສະຫວັນນະເຂດ, ປະເທດລາວ, ເຊິ່ງມີໜ້າທີ່ເປັນຜູ້ສັ່ງການ ແລະ ຄວບຄຸມເຄືອຂ່າຍລຳລຽງຢາເສບຕິດຈາກປະເທດເພື່ອນບ້ານເຂົ້າມາໃນພື້ນທີ່ປະເທດໄທ.

ເຈົ້າໜ້າທີ່ເປີດເຜີຍວ່າ: ໄດ້ລົງຕິດຕາມພຶດຕິກຳຂອງກຸ່ມດັ່ງກ່າວຢ່າງຕໍ່ເນື່ອງ ຈົນສາມາດກັກໂຕ ທ້າວ ລັດຕະນະໄຊ ອາຍຸ 33 ປີ, ຂະນະຂັບລົດກະບະສີຂາວ ພ້ອມຜູ້ຮ່ວມຂະບວນການ ກໍຄື ທ້າວ ລິດ ອາຍຸ 25 ປີ, ກຳລັງລຳລຽງຢາເສບຕິດເຂົ້າສູ່ພາກກາງ ແລະ ເຮັດໜ້າທີ່ຂັບລົດສຳຫຼວດເສັ້ນທາງ ໂດຍຖືກຈັບກຸມໄດ້ຢູ່ບໍລິເວນ ອຳເພີໂຄກຈະເລີນ, ຈັງຫວັດລົບບູລີ, ປະເທດໄທ. ໂດຍມີຂອງກາງຢາບ້າຈຳນວນ 6 ເປົາ ຈຳນວນ 2,500,000 ເມັດ.

ເຊິ່ງຢາເສບຕິດຈຳນວນນີ້ເປັນສ່ວນໜຶ່ງຂອງເຄືອຂ່າຍດຽວກັນກັບຄະດີໃຫຍ່ໃນພື້ນທີ່ຈັງຫວັດລົບບູລີ ທີ່ເຄີຍກວດຍຶດໄດ້ກ່ອນໜ້ານີ້ລວມເປັນ 10,000,000 ເມັດ.

ເຈົ້າໜ້າທີ່ໄດ້ລະບຸຕື່ມອີກວ່າ: ເຄືອຂ່າຍດັ່ງກ່າວມີລັກສະນະເປັນຂະບວນການຄ້າ-ຂາຍຢາເສບຕິດ ໂດຍໃຊ້ພື້ນທີ່ແຂວງສະຫວັນນະເຂດ ເປັນຈຸດລວບລວມ ແລະ ພັກຢາ ກ່ອນຈະລຳລຽງຂ້າມແນວຊາຍແດນເຂົ້າສູ່ພາກກາງຂອງປະເທດໄທ.

ຫຼັງຈາກນັ້ນເຈົ້າໜ້າທີ່ຈຶ່ງນຳຕົວຜູ້ຖືກຫາພ້ອມຂອງກາງ ໄປສືບສວນ-ສອບ ສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ມາດຳເນີນຕາມກົດໝາຍຕໍ່ໄປ.

 

ແຫຼ່ງຂໍ້ມູນ: สำนักข่าว CIA ประเทศไทย, สำนักงานประชาสัมพันธ์จังหวัดลพบุรี

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...