Homeຂ່າວຕ່າງປະເທດຕາມຫາແມ່ບ້ານຊາວລາວ ເພາະຕົກເປັນຜູ້ຕ້ອງສົງໃສ ໃນເຫດຄາຕະກຳ ອະດີດຄູຄົນໄທ ອາຍຸ 79 ປີ, ເຊິ່ງປັດຈຸບັນ ແມ່ບ້ານຄົນດັ່ງກ່າວໄດ້ຫາຍໂຕໄປຫຼັງເກີດເຫດ

ຕາມຫາແມ່ບ້ານຊາວລາວ ເພາະຕົກເປັນຜູ້ຕ້ອງສົງໃສ ໃນເຫດຄາຕະກຳ ອະດີດຄູຄົນໄທ ອາຍຸ 79 ປີ, ເຊິ່ງປັດຈຸບັນ ແມ່ບ້ານຄົນດັ່ງກ່າວໄດ້ຫາຍໂຕໄປຫຼັງເກີດເຫດ

Published on

ສຳນັກຂ່າວປະເທດໄທ ລາຍງານໃນວັນທີ 21 ມັງກອນ 2026 ເກີດເຫດການຄາຕະກຳສຸດສະເທືອນຂວັນ ອະດີດຄູຄົນໄທ ອາຍຸ 79 ປີ ນອນເສຍຊີວິດຄາບ້ານພັກ ໃນເຂດບຶງກຸ່ມ ກຸງເທບມະຫານະຄອນ ປະເທດໄທ ພາຍຫຼັງເຈົ້າໜ້າທີ່ກວດສອບຈຶ່ງຕັ້ງຂໍ້ສົງໃສ ແມ່ບ້ານຊາວລາວເປັນຄົນລົງມືກໍ່ເຫດ ຫຼັງຫາຍຕົວໄປຢ່າງປິດສະໜາ.

ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ຜູ້ເສຍຊີວິດມີຮ່ອງຮອຍການຖືກທຸບດ້ວຍຂອງແຂງຢູ່ເທິງໃບໜ້າ ແລະ ມີຮອຍຄືຖືກຂອງມີຄົມປາດຢູ່ບໍລິເວນຄໍ ແລະ ຂໍ້ຕີນເປັນບາດເລິກ ຫຼັງພົບຖືກເປັນສົບຫຼາຍຄົນຕັ້ງຂໍ້ສົງໃສໄປທີ່ແມ່ບ້ານຄົນດັ່ງກ່າວ ເນື່ອງຈາກໄດ້ຫາຍຕົວໄປຢ່າງປິດສະໜາ ແລະ ບໍ່ສາມາດຕິດຕໍໄດ້ໃນຂະນະນີ້.

ທາງດ້ານຍາດຂອງຜູ້ເສຍຊີວິດເລົ່າວ່າ: ແມ່ບ້ານຄົນນີ້ເປັນຄົນຂີ້ຄ້ານ, ມັກເບິກເງິນລ່ວງໜ້າ ແລະ ເປັນໜີ້ຜູ້ເສຍຊີວິດ ປະມານ 1 ໝື່ນບາດ ຫຼື ປະມານເກືອບ 7 ລ້ານກີບ ແລະ ໄດ້ເຄີຍລາອອກແລ້ວ ແຕ່ຍາດບອກວ່າຕ້ອງໄດ້ໃຊ້ໜີ້ກ່ອນຈຶ່ງຈະສາມາດອອກໄດ້, ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງຄົ້ນຫາເສັ້ນທາງການເດີນທາງຂອງແມ່ບ້ານຄົນດັ່ງກ່າວເພື່ອນຳຕົວມາສືບສວນຕາມຂັ້ນຕອນກົດໝາຍຕໍ່ໄປ.

ແຫຼ່ງຂໍ້ມູນ: 7HD

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...